ໃນຕົ້ນເດືອນກໍລະກົດ ຈະຜັນຂະຫຍາຍການໜູນຊ່ວຍຄົນງານ ແລະ ວິສາຫະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19

14:41 | 06/07/2021

ຍສໝ - ໂດຍປະຕິບັດຕາມທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວຫງອກຢູງ ໃຫ້ຮູ້ວ່າ: ໃນຕົ້ນເດືອນກໍລະກົດ ຈະຜັນຂະຫຍາຍການໜູນຊ່ວຍໂດຍກົງໃຫ້ແກ່ຄົນງານ ແລະ ວິສາຫະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາອົງການສື່ມວນຊົນ ໃນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ COVID-19 ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາອົງການສື່ມວນຊົນ ໃນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ COVID-19
ກອງທຶນວັກຊີນກັນ COVID-19 ໄດ້ຮັບຈຳນວນເງິນ  5,777 ຕື້ດົງ ກອງທຶນວັກຊີນກັນ COVID-19 ໄດ້ຮັບຈຳນວນເງິນ 5,777 ຕື້ດົງ

ຕາມສະຖິຕິ, ນັບແຕ່ການລະບາດຂອງພະຍາດ COVID-19 ຄັ້ງທີ 4 ຈົນເຖິງປະຈຸບັນ, ຄົນງານ ປະມານ 9,1 ລ້ານຄົນໄດ້ຮັບຜົນກະທົບ, ໃນນັ້ນມີ 540 ພັນຄົນຖືກວ່າງງານ; 21% ຄົນງານໃນວິສາຫະກິດ ແລະ ສະຫະກອນຖືກຜົນກະທົບ. ໂດຍສະເພາະ, ຄົນງານຢູ່ບັນດາເຂດອຸດສາຫະກຳ, ຜູ້ອອກແຮງງານອິດສະຫຼະໂດຍບໍ່ມີສັນຍາແຮງງານ ແມ່ນມີຄວາມຫຍຸ້ງຍາກເຊິ່ງບໍ່ອາດທີ່ຈະວ່າງງານເປັນເວລາດົນ. ສະນັ້ນ, ສິ່ງທີ່ຕ້ອງໄດ້ປະຕິບັດໂດຍທັນທີ ແມ່ນການອອກນະໂຍບາຍຢ່າງຮີບດ່ວນ ເພື່ອໜູນຊ່ວຍຄົນງານ ແລະ ຜູ້ໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກພະຍາດ COVID-19.

ໃນຕົ້ນເດືອນກໍລະກົດ ຈະຜັນຂະຫຍາຍການໜູນຊ່ວຍຄົນງານ ແລະ ວິສາຫະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19

ໃນຕົ້ນເດືອນກໍລະກົດ ຈະຜັນຂະຫຍາຍການໜູນຊ່ວຍຄົນງານ ແລະ ວິສາຫະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19. (ພາບປະກອບ: congan.co,.vn)

ທ່ານລັດຖະມົນຕີ ດ່າວຫງອກຢູງ ໄດ້ຢືນຢັນວ່າ: “ນະໂຍບາຍໜູນຊ່ວຍນີ້ ໄດ້ສຸມໃສ່ຕົ້ນຕໍໃນການໜູນຊ່ວຍຄົນງານ ແລະ ຜູ້ໃຊ້ແຮງງານ ດ້ວຍປະມານ 12 ກຸ່ມນະໂຍບາຍແຕກຕ່າງກັນ ດ້ວຍງົບປະມານແຫ່ງລັດ. ນະໂຍບາຍດັ່ງກ່າວແມ່ນມີຄວາມລະອຽດ ແລະ ແທດຈິງ ດ້ວຍມາດຖານ ເງື່ອນໄຂ, ຂັ້ນຕອນງ່າຍດາຍທີ່ສຸດ ແລະ ເຮັດແນວໃດເພື່ອໃຫ້ປະຊາຊົນເຂົ້າເຖິງໄດ້ໄວທີ່ສຸດ ແລະ ເພີ່ມທະວີການໜູນຊ່ວຍເງິນສົດໂດຍກົງ"

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.