ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ອວຍພອນໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກະຊົນຢູ່ພາຍໃນປະເທດ ແລະ ສາກົນ ທຸກຖ້ວນໜ້າຈົ່ງຕ້ອນຮັບວັນບຸນວິສາຂະບູຊາ ດ້ວຍຄວາມສະຫງົບສຸກ.
ຍສໝ - ກອງປະຊຸມປຶກສາຫາລືແຫ່ງຊາດກ່ຽວກັບການຍົກສູງປະສິດທິຜົນໂຄງການໜູນຊ່ວຍຜູ້ເຄາະຮ້າຍຈາກລູກລະເບີດ ແລະ ວັດຖຸລະເບີດ ພາຍຫລັງສົງຄາມ ຢູ່ບັນດາປະເທດທີ່ເປັນສະມາຊິກຂອງອາຊຽນ ເຊິ່ງໄດ້ຈັດຕັ້ງໃນວັນທີ 4 ພຶດສະພາ ຕາມຮູບແບບເຊິ່ງໜ້າ ແລະ ທາງໄກ.
ຍສໝ - ຫວ່າງແລ້ວນີ້, ທ່ານ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວານ ໄດ້ໃຫ້ການຕ້ອນຮັບທ່ານ ສະມາຊິກສະພາສູງ ອິນເດຍ Alla Ayodhya Rami Reddy ເຊິ່ງພວມນຳໜ້າຄະນະວິສາຫະກິດ ແລະ ກຸ່ມບໍລິສັດ Ramsky (ອິນເດຍ) ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຢູ່ເຂດຕົວເມືອງ.
ມາຮອດປະຈຸບັນ, ມີວັກຊິນກັນພະຍາດໂຄວິດ 19 Moderna ເກືອບ 1.6 ລ້ານໂດສໄດ້ສັກໃຫ້ເດັກໃນເກນອາຍຸດັ່ງກ່າວຢູ່ 63 ແຂວງ ນະຄອນ.
ເພື່ອໜູນຊ່ວຍຜູ້ປະສົບເຄາະຮ້າຍຢ່າງມີປະສິດທິຜົນ, ສູນເກັບກູ້ລະເບີດພາກພື້ນອາຊຽນ ພວມສົມທົບກັບບັນດາປະເທດສະມາຊິກ ອາຊຽນ ປະຕິບັດໂຄງການ “ຍົກສູງປະສິດທິຜົນໂຄງການຊວ່ຍເຫຼືອຜູ້ປະສົບເຄາະຮ້າຍ ຢູ່ບັນດາປະເທດສະມາຊິກ ອາຊຽນ”.
ຍສໝ - ໃນຂອບເຂດການເດີນທາງໄປປະຕິບັດງານຍັງບາງປະເທດເອີລົບ, ຫວ່າງແລ້ວນີ້, ຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ ນຳໂດຍພະສັງຄະນາຍົກ ທິກຖໍລາກ, ຫົວໜ້າຄະນະວັດທະນະທຳສູນກາງອົງການພຸດທະສາສະໜາຫວຽດນາມ ໄດ້ເຂົ້າຢ້ຽມສະຖານທູດຫວຽດນາມ ປະຈໍາເຢຍລະມັນ.
ຍສໝ - ຂະບວນການປະຕິຮູບລະບົບການຮັບປະກັນຊີວິດສັງຄົມຈະສືບຕໍ່ຖືປະຊາຊົນເປັນໃຈກາງ, ຮັບປະກັນນະໂຍບາຍສັງຄົມໄດ້ຮັບການກໍ່ສ້າງ, ຜັນຂະຫຍາຍ ແລະ ປະຕິບັດຢ່າງກົມກຽວ ແລະ ຄົບຊຸດກັບການພັດທະນາເສດຖະກິດ.
ຍສໝ - ຕອນບ່າຍຂອງວັນທີ 19/4 ຢູ່ຕາແສງບິງຟູ, ເມືອງເຕິ່ນໂຮງ, ແຂວງດົງຖາບ, ກອງບັນຊາການທະຫານຊາດແດນແຂວງດົງທາບ ສົມທົບກັບສະຫະພັນແມ່ຍິງ 3 ແຂວງ ຄື ດົງຖາບ, ເຮົາຢ່າງ, ບັກລຽວ ຈັດຕັ້ງສະຫຼຸບການປະຕິບັດແຜນງານ “ ຮ່ວມກັນເດີນທາງກັບແມ່ຍິງຊາຍແດນ” ປີ 2021.
ຍສໝ - ວັນທີ 19 ເມສາ ທີ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສັຍອົງຄະ ແລະ ກິດຈະການສັງຄົມ ສົມທົບກັບໂຄງການເຄື່ອນຍ້າຍຖິ່ນຖານຢ່າງປອດໄພ ແລະ ສະເໝີພາບ (Safe and Fair) ຈັດກອງປະຊຸມສຳມະນາລະດັບຊາດ ກ່ຽກັບການນຳໃຊ້ຄຳແນະນນຳຂອງອາຊຽນກ່ຽວກັບການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ.
ເນື່ອງໃນໂອກາດວັນວັດທະນະທຳບັນດາເຜົ່າ ຫວຽດນາມ, ຕອນເຊົ້າວັນທີ 19 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການຊົນເຜົ່າສ່ວນໜ້ອຍຜູ້ດີເດັ່ນ.
ຍສໝ - ວັນທີ 14 ເມສາ, ຢູ່ປ່າສະຫງວນແຫ່ງຊາດ ນ໊ຍຈົ໊ວ, ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ຈັດຕັ້ງພິທີຕ້ອນຮັບໃບຢັ້ງຢືນເຂດສະຫງວນຊີວະນາໆພັນໂລກ ນຸ໊ຍຈົ໊ວ…
ຍສໝ - ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ໄດ້ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງຜູ້ອອກແຮງງານ, ປະກອບສ່ວນຮັບປະກັນແຫຼ່ງສະໜອງແຮງງານທີ່ມີຄຸນນະພາບ, ມີສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດ.
ຍສໝ - ອົງການ World Vision ຫວຽດນາມ ຈັດຊຸດຝຶກອົບຮົມ “ຂໍ້ລິເລີ່ມການໝູນໃຊ້ນະໂຍບາຍຂອງເດັກນ້ອຍ” ໃຫ້ແກ່ເດັກນ້ອຍຫຼັກແຫຼ່ງ 27 ຄົນ ຢູ່ຕາແສງອຽນຫຼ໊າກ, ເມືອງຍື່ແທັງ, ແຂວງແທັງຮົວ.
ຍສໝ - ພິທີໄຫວ້ ເຈົ້າຊີວິດ ລາກລອງກວນ ແລະ ຖະຫວາຍຈູດທູບໃຕ້ທຽນຈາລຶກຄຸນງາມຄວາມດີຂອງພະແມ່ເອົາເກີແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ພິທີຕ່າງໆທີ່ຈະຈັດຂຶ້ນເນື່ອງໃນໂອກາດພິທີໄຫວ້ ເຈົ້າຊີວິດຮຸ່ງ ປີ 2022 ທີ່ ຝູເທາະ.
ຍສໝ - ຕາມຄຳເຫັນຂອງທ່ານນາງ Rana Flowers, ຮັກສາການຜູ້ປະຈຳການປະສານງານຂອງອົງການສະຫະປະຊາຊາດປະຈຳຫວຽດນາມກ່າວ: ບົດລາຍງານກາງສະໄໝຢ່າງສະໝັກໃຈກ່ຽວກັບການປະຕິບັດຂໍ້ສະເໜີຕາມກົນໄກກວດກາປະຈຳສະໄໝທົ່ວໄປ (UPR) Cycle III ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມເພື່ອຮັບປະກັນສິດທິມະນຸດຢ່າງເຂັ້ມແຂງ ແລະ ໂປ່ງໃສຫຼາຍກວ່າຂອງຫວຽດນາມ.
ຍສໝ - ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫາກໍ່ປະກາດແຜນການດ່ວນກ່ຽວກັບການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍມີອາຍຸແຕ່ 5 ຫາຕ່ຳກ່ວາ 12 ປີ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຫາກໍ່ອອກຂໍ້ຕົກລົງເລກທີ 629 ກ່ຽວກັບການຮັບການອຸປະຖຳຂອງໂຄງການ “ຊຸກຍູ້ການປະຕິບັດບັນດາສິດຂອງເດັກນ້ອຍຊົນເຜົ່າທີ່ມີຄວາມສ່ຽງສູງຢູ່ 3 ຕາແສງເຂດພູສູງ ເມືອງ ອາເລືອຍ, ແຂວງ ເທື່ອທຽນເຫ້ວ” ໂດຍອົງການ Adoptionscentrum (ACS – ສະວິດ) ອຸປະຖຳ ດ້ວຍຍອດເງິນທຶນໂຄງການ 974.052.300 ດົ່ງ.
ຍສໝ - ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສະເໜີຂຶ້ນເງິນເດືອນແຮງງານຂັ້ນຕ່ຳຂອງຂົງເຂດ ນັບແຕ່ວັນທີ 1 ກໍລະກົດ 2022. ບັນດາຜູ້ຊ່ຽວຊານ, ພະນັກງານສະຫະພັນກຳມະບານຂັ້ນຮາກຖານ ແລະ ຜູ້ອອກແຮງງານ ໄດ້ສະເໜີໃຫ້ເພີ່ມເງິນເດືອນຂັ້ນຕ່ຳ 10%.
ຍສໝ - ວັນທີ 31 ມີນາ ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ເປັນປະທານເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງການສະໝັກໃຈໃນການປະຕິບັດຂໍ້ສະເໜີ UPR Cycle III ທີ່ຫວຽດນາມໄດ້ຮັບຮອງ ແລະ ຂໍ້ມູນກ່ຽວກັບຜູ້ລົງສະໝັກຂອງຫວຽດນາມ ເຂົ້າຮ່ວມໃນສະພາສິດທິມະນຸດສະຫະປະຊາຊາດ ສະໄໝ 2023-2025.
ຍສໝ - ຕອນເຊົ້າວັນທີ 28 ມີນາ, ກະຊວງການຕ່າງປະເທດສົມທົບກັບອົງການຄວາມສະເໝີພາບທາງເພດ ແລະ ມອບສິດໃຫ້ແກ່ແມ່ຍິງ ຂອງສະຫະປະຊາຊາດ ຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບໂຄງການການເຄື່ອນໄຫວແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ປະສົບການສາກົນ ແລະ ຂໍ້ສະເໜີແນະຂອງຫວຽດນາມ.
ຍສໝ - ພາຍຫຼັງ 2 ວັນທີ່ຟົດຟື້ນຂອງງານວັນແຫ່ງການລິເລີ່ມແຫ່ງຊາດ ໃຫ້ແກ່ນັກຮຽນ ແລະ ນັກສຶກສາ ປີ 2022 ໄດ້ປິດລົງໃນບ່າຍວັນທີ 27 ມີນາ ທີ່ແຂວງວີ໊ງຟຸກ.
ຍສໝ - ວັນທີ 24 ມີນາ 2022, ກະຊວງການຕ່າງປະເທດໄດ້ສົມທົບກັບກຸ່ມແມ່ຍິງປະຊາຄົມອາຊຽນຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນແຂວງວິ້ງຟຸກ ແລະ ກຸ່ມບໍລິສັດ FLC ຈັດຕັ້ງການພົບປະສັງສັນກັບຄະນະຜູ້ແທນການຕ່າງປະເທດຍິງ.
ຍສໝ - ຫວຽດນາມ ໄດ້ປະກາດໃຊ້ບັນດາກົນໄກນິຕິກຳທີ່ຈຳເປັນ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ, ໃນນັ້ນມີກົດໝາຍວ່າດ້ວຍ ຄວາມສະເໝີພາບລະຫວ່າງຍິງຊາຍ, ກົດໝາຍວ່າດ້ວຍ ການຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ.
ປັດຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງກຸ່ມຫຼັກແຫຼ່ງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ຢູ່ສະພາສິດທິມະນຸດ ສປຊ ແລະ ພວມຢູ່ໃນວິວັດທະນາການອອກສະໝັກເລືອກຕັ້ງ ເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025. ຜ່ານການ ອອກສະໝັກເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ, ຫວຽດນາມ ຈະເສີມຂະຫຍາຍບົດບາດຕັ້ງໜ້າຢ່າງແຮງ, ສືບທອດ ແລະ ແຜ່ກະຈາຍຂໍ້ລິເລີ່ມ, ບູລິມະສິດ, ຊຸກຍູ້ວິທີການເຂົ້າເຖິງໂດຍ ຖືເອົາມະນຸດ, ປະຊາຊົນເປັນໃຈກາງ, ເປັນຕົ້ນແມ່ນໃນຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບ ໂລກໃນປັດຈຸບັນ.
ຍສໝ - ຕາມຂໍ້ມູນຈາກປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ: ຄວນສືບຕໍ່ເພີ່ມທະວີການເຄື່ອນໄຫວ, ການໂຄສະນາ ແລະ ການປຸກລະດົມ ເພື່ອຍົກສູງຖານະ ແລະ ບົດບາດອັນສຳຄັນຂອງຄະນະກຳມະການສາມັກຄີກາໂຕລິກແຕ່ລະຂັ້ນ.
ຍສໝ - ຕອນບ່າຍຂອງວັນທີ 15 ມີນາ ທີ່ຮ່າໂນ້ຍ, ສະມາຄົມຜູ້ເຄາະຮ້າຍຈາກທາດພິດສີສົ້ມ/Dioxin ຫວຽດນາມ (VAVA) ແລະ ສູນລິເລີ່ມໃຫ້ການບໍລິການຊ່ວຍເຫຼືອຊຸມຊົນ (CSIP) ໄດ້ເຊັນສັນຍາຕົກລົງການຮ່ວມມື ແລະ ຊ່ວຍເຫຼືອຍົກສູງຄວາມສາມາດຂອງສູນກາງສະມາຄົມ.
ຍສໝ - ສູນກາງສະມາຄົມຜູ້ເຄາະຮ້າຍຈາກທາດພິດທາດສີສົ້ມ/Dioxin ຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນທີ່ລະນຶກຜູ້ເຄາະຮ້າຍຈາກທາດພິດສີສົ້ມແກ່ນາງ Tran To Nga ເພື່ອຈົດຈຳຄຸນງາມຄວາມດີຂອງຜູ້ກ່ຽວໃນການຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳແກ່ຜູ້ເຄາະຮ້າຍຈາກທາດສີສົ້ມ ແລະ ມີຫຼາຍການເຄື່ອນໄຫວຊ່ວຍຜູ້ເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ.
ຍສໝ - ພາຍຫຼັງ 10 ປີແຫ່ງການຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໄລຍະ 2011-2020, ຫວຽດນາມ ບັນລຸໄດ້ບັນດາໝາກຜົນອັນໃຫຍ່ຫຼວງ ແລະ ແທດຈິງໃນວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ.
ຍສໝ - ໃນຂອບເຂດໂຄງການ “ໜູນຊ່ວຍພັດທະນາການຫາເງິນລ້ຽງຊີບ” ໂດຍສະຖານ ທູດອັງກິດ ອຸປະຖໍາຢູ່ເມືອງກວາງເຊືອງ, ແຂວງແທງຮ໋ວາ, World Vision ຫວຽດນາມ ໄດ້ມອບອຸປະກອນຮັບໃຊ້ການຜະລິດ ແລະດຳເນີນທຸລະກິດໃຫ້ 9 ຄອບຄົວທີ່ໄດ້ຮັບຜົນປະໂຫຍດຢູ່ຕາແສງ ກວາງຈູງ ແລະ ກວາງຈີ໊ງ.
ຍສໝ - ຜ່ານການເຄື່ອນໄຫວດັ່ງກ່າວ, ເດັກນ້ອຍໄດ້ເພີ່ມຄວາມຮູ້ເພື່ອກຳນົດຄວາມສ່ຽງ ແລະ ມີຄວາມຮັບຜິດຊອບໃນການຄຸ້ມຄອງຕົນເອງ ແລະ ຮັກສາຊີວິດເມື່ອຢູ່ຫ່າງໄກຈາກບ້ານ, ພ້ອມທັງຮຽນຮູ້ທັກສະການດູແລຕົນເອງຂັ້ນພື້ນຖານ.