ເບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ

19:20 | 16/04/2022

ຍ​ສ​ໝ - ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ໄດ້​ສະ​ຫງວນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃຫຍ່ຫຼວງ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກ​ແຮງ​ງານ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ແຮງ​ງານ​ທີ່​ມີ​ຄຸນ​ນະ​ພາບ, ມີ​ສະ​ຖ​ຽນ​ລະ​ພາບ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ.

ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ
ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ
ເບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ

ທ່ານ ເງາະຢຸຍຫຽວ ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ.(ພາບ: baochinhphu.vn)

ຢູ່ກອງປະຊຸມຄັ້ງທີ 2 ຂອງສະພາເງິນເດືອນແຫ່ງຊາດ (ເຊິ່ງຈັດຂຶ້ນໃນວັນທີ 12 ເມສາ), ສະພາໄດ້ປ່ອນບັດ, ເປັນເອກະພາບຍື່ນສະເໜີຕໍ່ລັດຖະບານ ພິຈາລະນາເພີ່ມເງິນເດືອນພື້ນຖານ 6% ນັບແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ. ທ່ານ ເງາະຢຸຍຫຽວ ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ, ຮອງປະທານສະພາເງິນເດືອນແຫ່ງຊາດໃຫ້ຮູ້ວ່າ:

ຍິ່ງກ່ວາເວລາໃດໝົດ, ຍິ່ງປະສົບກັບຄວາມຫຍຸ້ງຍາກເທົ່າໃດ ພວກຂ້າພະເຈົ້າຍິ່ງຕ້ອງຮ່ວມມືກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກນັ້ນ, ຊ່ວຍປະເທດຊາດຟື້ນຟູ ແລະ ພັດທະນາໂດຍໄວ, ຊ່ວຍຊາວຜູ້ອອກແຮງງານມີວຽກເຮັດງານທຳທີ່ຖາວອນ ແລະ ວິສາຫະກິດພັດທະນາ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າກໍ່ສົ່ງເສີມວິສາຫະກິດໂອ້ລົມສົນທະນາ, ເຈລະຈາ ເພື່ອມີລະດັບເງິນເດືອນທີ່ສູງກ່ວາ.

ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ, ອົງການປະກັນສັງຄົມ ຫວຽດນາມ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ໄດ້ເຊັນໂຄງການຮ່ວມມືກ່ຽວກັບການໜູນຊວ່ຍຜູ້ອອກແຮງງານ, ຜູ້ນຳໃຊ້ແຮງງານ ແລະ ພັດທະນາຕະຫຼາດແຮງງານ. ຕາມນັ້ນແລ້ວ, ບັນດາຝ່າຍຈະຮັບປະກັນເປົ້າໝາຍພັດທະນາການພົວພັນແຮງງານໃຫ້ກົມກຽວ, ມີສະຖຽນລະພາບ ແລະ ກ້າວໜ້າໃນສະພາບການໃໝ່, ເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການໃຫ້ເປັນຢ່າງດີ ແລະ ພັດທະນາຕະຫຼາດແຮງງານໃຫ້ຍືນຍົງ, ສະໜອງແຮງງານທີ່ມີຄຸນນະພາບໃຫ້ຕະຫຼາດຢ່າງທັນການ, ສືບຕໍ່ປະຕິບັດນະໂຍບາຍໜູນຊ່ວຍສັງຄົມ, ສະຫວັດດີການສັງຄົມຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນນະໂຍບາຍປະກັນສັງຄົມ, ຮັບປະກັນຊີວິດສັງຄົມແບບຍືນຍົງໃຫ້ຜູ້ອອກແຮງງານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.