ການໃຫ້ຄໍາປຶກສາເພື່ອຍົກສູງປະສິດທິຜົນໃນການໜູນຊ່ວຍຜູ້ເຄາະຮ້າຍຈາກລູກລະເບີດ ແລະ ວັດຖຸລະເບີດ

09:51 | 12/05/2022

ຍສໝ - ກອງປະຊຸມປຶກສາຫາລືແຫ່ງຊາດກ່ຽວກັບການຍົກສູງປະສິດທິຜົນໂຄງການໜູນຊ່ວຍຜູ້ເຄາະຮ້າຍຈາກລູກລະເບີດ ແລະ ວັດຖຸລະເບີດ ພາຍຫລັງສົງຄາມ ຢູ່ບັນດາປະເທດທີ່ເປັນສະມາຊິກຂອງອາຊຽນ ເຊິ່ງໄດ້ຈັດຕັ້ງໃນວັນທີ 4 ພຶດສະພາ ຕາມຮູບແບບເຊິ່ງໜ້າ ແລະ ທາງໄກ.

ADB ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ ຊ່ວຍລັດຖະບານຫວຽດນາມສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ADB ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ ຊ່ວຍລັດຖະບານຫວຽດນາມສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19
ສ້າງຕັ້ງຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສປປ ລາວ ສ້າງຕັ້ງຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສປປ ລາວ
ການໃຫ້ຄໍາປຶກສາເພື່ອຍົກສູງປະສິດທິຜົນໃນການໜູນຊ່ວຍຜູ້ເຄາະຮ້າຍຈາກລູກລະເບີດ ແລະ ວັດຖຸລະເບີດ

ທ່ານ ຫງວຽນ​ແຮ້ງ​ຟຸກ,ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ຜູ້​ປະຈໍາການສູນການກະທໍາກ່ຽວກັບລູກລະເບີດແຫ່ງຊາດຫວຽດນາມ ກ່າວຄໍາເຫັນ(ພາບ: TTXVN)

ຫວ່າງແລ້ວນີ້, ສູນການກະທໍາກ່ຽວກັບລູກລະເບີດແຫ່ງຊາດຫວຽດນາມ (VNMAC) ສົມທົບກັບ ອົງການເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດ ແລະ ສູນການກະທໍາກ່ຽວກັບລູກລະເບີດພາກພື້ນອາຊຽນ(ARMAC) ໄດ້ຈັດ​ກອງ​ປະຊຸມ​ປຶກສາ​ຫາລືແຫ່ງ​ຊາດ ​ກ່ຽວ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ໂຄງການ​ໜູນ​ຊ່ວຍ​ຜູ້​​ເຄາະ​ຮ້າຍ​ຈາກລູກລະເບີດ ແລະ ວັດຖຸລະເບີດ ພາຍຫລັງສົງຄາມ ຢູ່ບັນດາປະເທດທີ່ເປັນສະມາຊິກຂອງອາຊຽນ ຕາມຮູບແບບເຊິ່ງໜ້າ ແລະ ທາງໄກ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ພັນ​ເອກ ຫງວຽນ​ແຮ້ງ​ຟຸກ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ຜູ້​ປະຈໍາການສູນການກະທໍາກ່ຽວກັບລູກລະເບີດແຫ່ງຊາດຫວຽດນາມ ​ເນັ້ນ​ໜັກ​ວ່າ, ​ເພື່ອ​ສາມາດ​ໜູນ​ຊ່ວຍ​ຢ່າງຮອບດ້ານໃຫ້ແກ່​ຜູ້​​ເຄາະ​ຮ້າຍ​ຈາກລູກ​ລະເບີດ ຕ້ອງ​ມີການພິຈາລະນາ, ນຳ​ໃຊ້​ບັນດາ​ຫຼັກນິຕິກໍາ, ມາດຕະຖານ​ນະ​ໂຍບາຍ ​ແລະ ພ້ອມ​ກັນ​ນັ້ນ ກໍຕ້ອງມີການພິ​ຈາ​ລະ​ນາ​ບັນດາແງ່ມູນຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ​ມະ​ນຸດ​ສະ​ທໍາ​, ການ​ພັດ​ທະ​ນາ​, ສິດ​ທິ​ມະ​ນຸດ​. ການ​ໜູນ​ຊ່ວຍ​ຜູ້​​ເຄາະ​ຮ້າຍ​ບໍ່​ພຽງ​ແຕ່​ແມ່ນ​ການ​ໜູນ​ຊ່ວຍ​ດ້ານ​ການ​ແພດ ​ແລະ ການ​ຟື້ນ​ຟູຊີບ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເປັນເຈົ້າການ, ມີ​ຄວາມ​ໝັ້ນ​ໃຈ, ຮັບ​ຮູ້ ​ແລະ ເຂົ້າ​ຮ່ວມ​ໃນ​​ການເຮັດທຸລະ​ກິດ, ວຽກ​ເຮັດ​ງານ​ທຳ ​ແລະ ສັງຄົມ.

ໂຄງການ ຍົກສູງປະສິດທິຜົນໂຄງການໜູນຊ່ວຍຜູ້ເຄາະຮ້າຍຈາກລູກລະເບີດ ພາຍຫລັງສົງຄາມ ຢູ່ບັນດາປະເທດທີ່ເປັນສະມາຊິກຂອງອາຊຽນ ເປັນໜຶ່ງໃນ​ບັນດາ​ວິທີແກ້​ໄຂທີ່ໄດ້ສະເໜີ​ໂດຍ​ສູນການກະທໍາກ່ຽວກັບລູກລະເບີດພາກພື້ນອາຊຽນ ສະເໜີ, ສົມທົບ​ກັບ​ບັນດາ​ປະ​ເທດທີ່ເປັນ​ສະມາຊິກ​ໃນ​ພາກ​ພື້ນ ພ້ອມກັນປະຕິບັດ ​ດ້ວຍການ​ສະໜັບສະໜູນ​ຈາກ​ລັດຖະບານ​ ສ.ເກົາຫຼີ ​ແລະ ກອງ​ທຶນ​ຮ່ວມ​ມື ອາ​ຊຽນ - ສ.ເກົາຫຼີ. ກອງ​ປະຊຸມ​ຄັ້ງ​ນີ້​ ແມ່ນ​ໜຶ່ງ​ໃນ​ບັນດາ​ກິດຈະກໍາເລີ່ມ​ຕົ້ນ​ຂອງ​ໂຄງການ ​ດ້ວຍ​​ຈຸດໝາຍຄື​ສ້າງ​ຕັ້ງ​ໜຶ່ງລະບົບພື້ນຖານ​ເພື່ອ​ໜູນ​ຊ່ວຍ​ຜູ້​ເຄາະ​ຮ້າຍ​ຈາກ​ລູກລະ​ເບີດ​​ໃນ​​ພາກ​ພື້ນ.

ກອງ​ປະຊຸມ​ໄດ້​ສຸມ​ໃສ່​ໃນບັນດາເນື້ອໃນຕົ້ນຕໍດັ່ງ​ນີ້: ການກໍານົດທິດຕໍ່ວິທີການປະມວນ​ສໍາລັບການໜູນ​ຊ່ວຍ​​ຜູ້​​ເຄາະ​ຮ້າຍ, ວິທີ​ປະຕິບັດ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ ​ແລະ ບັນດາສິ່ງ​ທ້າ​ທາຍ​ໃນ​ການ​ນຳ​ໃຊ້​ເພື່ອເຂົ້າໃກ້ກັບການປະມວມ​ລະດັບ​​ຊາດ; ທັດສະນະແຫ່ງຊາດກ່ຽວກັບການໜູນຊ່ວຍຜູ້ເຄາະຮ້າຍ ແລະ ວິທີການໜູນຊ່ວຍຜູ້ເຄາະຮ້າຍ, ສະພາບລວມກ່ຽວກັບການບໍລິການ, ສິ່ງທ້າທາຍ, ພາລະບົດບາດ ແລະ ຄວາມຮັບຜິດຊອບ; ທັດສະນະທົ່ວໂລກກ່ຽວກັບການໜູນຊ່ວຍຜູ້ເຄາະຮ້າຍ ແລະ ສະເໜີບາງເນື້ອໃນໃນບັນດາມາດຕະຖານການກະທໍາກ່ຽວກັບລູກລະເບີດຂອງສາກົນທີ່ກ່ຽວຂ້ອງກັບການຫນູນຊ່ວຍຜູ້ເຄາະຮ້າຍ; ວຽກງານການສ້າງຕັ້ງລະບົບໜູນຊ່ວຍຜູ້ເຄາະຮ້າຍໃນພາກພື້ນ.

ທ່ານ Prum Suonpraseth ຜູ້ອໍານວຍການບໍລິຫານ ສູນການກະທໍາກ່ຽວກັບລູກລະເບີດພາກພື້ນອາຊຽນສະແດງຄວາມຂອບໃຈມາຍັງສູນກາງກະທໍາກ່ຽວກັບລູກລະເບີດແຫ່ງຊາດຫວຽດນາມ ແລະ ບັນດາຄູ່ຮ່ວມມືທີ່ໄດ້ຈັດຕັ້ງລາຍການຄັ້ງນີ້. ທ່ານໃຫ້ຮູ້ວ່າ ສູນການກະທໍາກ່ຽວກັບລູກລະເບີດພາກພື້ນອາຊຽນໄດ້ດໍາເນີນງານເປັນເວລາ 4 ເດືອນ ແລະ ກາຍເປັນໜຶ່ງໃນບັນດາໜ່ວຍງານທີ່ມີຄວາມໄວ້ເນື້ອເຊື່ອໃຈໃນຂົງເຂດນີ້, ບໍ່​ພຽງ​ແຕ່​ພະຍາຍາມ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ​ເທົ່າ​ນັ້ນ, ຫາກ​ຍັງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ເສດຖະກິດ-ສັງຄົມ​ໂດຍ​ຜ່ານ​ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື, ສ້າງ​ເງື່ອນໄຂ​ໃຫ້​ແກ່​ການ​ແລກປ່ຽນ​ຄວາມ​ຮູ້ ​ແລະ ແບ່ງປັນຫົວຄິດປະດິດສ້າງ.

ປະຈຸ​ບັນ, ຍັງ​ມີ​ລູກ​ລະ​ເບີດ ແລະ ວັດຖຸລະເບີດ​ທີ່​ຕົກ​ຄ້າງ​ຈາກ​ສົງຄາມເປັນຈຳນວນຫຼວງຫຼາຍ​ຢູ່​ຫຼາຍ​ປະ​ເທດ​ອາ​ຊຽນ ເຊິ່ງ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຊີວິດ​ຂອງ​ປະຊາຊົນ ​ແລະ ກີດຂວາງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ທ້ອງ​ຖິ່ນ​ກໍ​ຄືຫຼາຍ​ປະ​ເທດ​. ສະນັ້ນ ການກໍ່ສ້າງ, ຜັນຂະຫຍາຍບັນດາລາຍການເພື່ອໜູນຊ່ວຍຜູ້ເຄາະຮ້າຍຈາກລູກລະເບີດພາຍຫຼັງສົງຄາມແມ່ນມີຄວາມຈໍາເປັນ, ຊ່ວຍ​ສ້າງ​ເງື່ອນ​ໄຂ​ເພີ່ມ​ເຕີມ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເອົາ​ຊະ​ນະ​ອຸ​ປະ​ສັກ​ທີ່ນັບ​ບໍ່​ຖ້ວນ​ໃນ​ຂະ​ບວນ​ການ​ຊົມໃຊ້, ເຂົ້າໃກ້ ​ແລະ​ ເຂົ້າຮ່ວມບັນດາ​ບໍ​ລິ​ການ​ທີ່​ຈໍາ​ເປັນ​ຄື ໃນ​ບັນຫາການ​ຮຽນ​, ວຽກເຮັດງານທໍາ ແລະ ໃນ​ຊີ​ວິດ.

ຕາມທ່ານ Prum Suonpraseth, ໂຄງການຄັ້ງນີ້ ເປັນໜຶ່ງໃນສີ່ໂຄງການທີ່ພວມໄດ້ປະຕິບັດໃນໂຄງການກະທໍາກ່ຽວກັບລູກລະເບີດຂອງສູນການກະທໍາກ່ຽວກັບລູກລະເບີດພາກພື້ນອາຊຽນ ເພື່ອແກ້ໄຂແງ່ມູນດ້ານມະນຸດສະທໍາ ແລະ ຈະໄດ້ເຄື່ອນໄຫວໂດຍອີງໃສ່ບັນດາເປົ້າໝາຍທີ່ໄດ້ຕິດພັນກັບໜ້າທີ່, ບົດບາດຕົ້ນຕໍຂອງສູນນີ້.

ທ່ານ ເຈີນຫືວແທັ່ງ, ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດ, ສູນການກະທໍາກ່ຽວກັບລູກລະເບີດແຫ່ງຊາດຫວຽດນາມ ​ເຫັນວ່າ ຈາກ​ການ​ປະຕິບັດ​ການເຄື່ອນໄຫວດ້ວຍບົດບາດ​ເປັນ​ອົງການເສນາທິການໃຫ້​ຄະນະ​ຊີ້​ນຳ​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກລູກ​ລະເບີດ ແລະ ສານພິດເຄມີ ພາຍຫຼັງ​ສົງຄາມ​ຢູ່​ຫວຽດນາມ (ຄະນະ​ຊີ້​ນຳ 701), ສູນການກະທໍາກ່ຽວກັບລູກລະເບີດແຫ່ງຊາດຫວຽດນາມ ​​ໄດ້​ຖອດຖອນປະສົບ​ການ​ຫຼາຍ​ຢ່າງ​ໃນ​ການ​ໜູນ​ຊ່ວຍ​ຜູ້​​ເຄາະ​ຮ້າຍ​ຈາກລູກ​ລະເບີດ ແລະ ວັດຖຸລະເບີດ ​ພາຍຫຼັງ​ສົງຄາມ, ​ໃນ​ນັ້ນ​ ​ປັດ​ໄຈ​ສຳຄັນ​ແມ່ນ​​ຕ້ອງການ​ມີ​ລະບົບ​ເອກະສານ​ນິຕິ​ກຳ​ທີ່ຄົບຊຸດ, ແບ່ງຂັ້ນ, ແບ່ງສິດຢ່າງລະອຽດ.

ຄຽງຂ້າງນັ້ນ, ຕາມທ່ານ ແທັ່ງ ແລ້ວ, ພິເສດຕ້ອງເອົາໃຈໃສ່ຕໍ່ບົດບາດຫຼັກແຫຼ່ງແມ່ນ ລະບົບສາຍຕັ້ງຂອງກະຊວງແຮງງານ - ເສຍອົງຄະ ແລະ ສັງຄົມ ໃນການສົມທົບກັນເພື່ອຜັນຂະຫຍາຍ 5 ດ້ານຂອງການໜູນຊ່ວຍຜູ້ເຄາະຮ້າຍ, ໃນນັ້ນມີ: ການຄຸ້ມຄອງຂໍ້ມູນ ;ເບິ່ງແຍງດູແລທາງການແພດ; ​ຟື້ນ​ຟູຊີບ; ສຶກສາຫນູນຊ່ວຍທາງດ້ານຈິດວິທະຍາ, ນິຕິກໍາ; ຝຶກອົບຮົມ ແລະ ສອນວິຊາຊີບ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຢ່າງ​ຕັ້ງໜ້າ, ​ແລກປ່ຽນ​ຄວາມ​ຮູ້, ປະສົບ​ການ​ໃນ​ການ​ປະຕິບັດ​ການເຄື່ອນໄຫວທີ່​ໜູນ​ຊ່ວຍ​ຜູ້​​ເຄາະ​ຮ້າຍ​ຈາກ​ລູກລະ​ເບີດ​ ໂດຍ​ບັນດາ​ອົງການຈັດຕັ້ງຮັບຜິດຊອບ, ຜ່ານນັ້ນ ກໍສ້າງພື້ນຖານຂໍ້ມູນສົ້ນເຂົ້າທີ່ມີປະໂຫຍດຕໍ່ການຄົ້ນຄວ້າສ້າງຕັ້ງ ແລະ ເຄື່ອນໄຫວລະບົບພື້ນຖານ ເພື່ອໜູນຊ່ວຍຜູ້ເຄາະຮ້າຍຈາກລູກລະເບີດ ລະດັບພາກພື້ນຢ່າງຄົບຊຸດ ແລະ ມີປະສິດທິຜົນ.

ຫອມມາລາ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.