ມອບຫຼຽນທີ່ລະນຶກຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແກ່ທ່ານນາງ Tran To Nga

15:24 | 17/03/2022

ຍ​ສ​ໝ - ສູນ​ກາງ​ສະ​ມາ​ຄົມ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ທາດ​ສີ​ສົ້ມ/Dioxin ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບຫຼຽນ​ທີ່​ລະ​ນຶກ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມແກ່​ນາງ Tran To Nga ເພື່ອ​ຈົດ​ຈຳຄຸນ​ງາມ​ຄວາມ​ດີ​ຂອງ​ຜູ້​ກ່ຽວ​ໃນ​ການ​ຕໍ່​ສູ້​ຮຽກ​ຮ້ອງ​ຄວາມ​ຍຸ​ຕິ​ທຳ​ແກ່​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ສີ​ສົ້ມ ແລະ ມີຫຼາຍ​ການ​ເຄື່ອນ​ໄຫວ​ຊ່ວຍ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດ​ນາມ.

ມອບ​ຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ ມອບ​ຫຼຽນ​ກາ​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ລະ​ຫ່​ວາງ​ບັນ​ດາ​ຊາດ” ໃຫ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊີ​ໂກ ປະ​ຈຳ ຫວຽດ​ນາມ
ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ

ສູນ​ກາງ​ສະ​ມາ​ຄົມ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ທາດ​ສີ​ສົ້ມ/Dioxin ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບຫຼຽນ​ທີ່​ລະ​ນຶກ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມແກ່​ນາງ Tran To Nga ເພື່ອ​ຈົດ​ຈຳຄຸນ​ງາມ​ຄວາມ​ດີ​ຂອງ​ຜູ້​ກ່ຽວ​ໃນ​ການ​ຕໍ່​ສູ້​ຮຽກ​ຮ້ອງ​ຄວາມ​ຍຸ​ຕິ​ທຳ​ແກ່​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ສີ​ສົ້ມ ແລະ ມີຫຼາຍ​ການ​ເຄື່ອນ​ໄຫວ​ຊ່ວຍ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດ​ນາມ.

ທ່ານ​ນາງ Tran To Nga ໄດ້​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ແກ່​ຂະ​ບວນ​ການ​ສະ​ໜັ​ບ​ສະ​ໜູນ, ຊ່ວຍ​ເຫຼືອ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ. ທ່ານ​ຍັງ​ດຳ​ເນີນ​ການ​ຮ້ອງ​ຟ້ອງ​ຮຽກ​ຮ້ອງ​ຕໍ່​ບັນ​ດາ​ບໍ​ລິ​ສັດເຄ​ມີ​ຂອງ​ອາ​ເມ​ລິ​ກາ​ໃຫ້​ຕ້ອງ​ຊົດ​ແທນ​ຄວາມ​ເສັຍ​ຫາຍ​ຕ່າງ​ໆທີ່​ບັນ​ດາ​ບໍ​ລິ​ສັດ​ເຫຼົ່າ​ນີ້​ທີ່​ກະ​ທົບຕໍ່​ຜູ້​ກ່ຽວ ແລະ ຄອບ​ຄົວ​ ແຕ່​ຍາມ​ທີ່​ຍັງ​ເປັນນັກ​ຂ່າວ​ສົງ​ຄາມ​ຢູ່​ຫວຽດ​ນາມ.

ມອບຫຼຽນທີ່ລະນຶກຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແກ່ທ່ານນາງ Tran To Nga
ມອບຫຼຽນທີ່ລະນຶກຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແກ່ທ່ານນາງ Tran To Nga

ທ່ານ​ນາງ Tran To Nga ສະ​ແດງ​ຄວາມຊາບ​ຊື້ງ​ໃຈ​ຕໍ່​ການ​ເອົາ​ໃຈ​ໃສ່ ແລະ ສະ​ໜັບ​ສະ​ໜູນ​ຂອງ VAVA ໃນ​ຕະຫຼອດ​ຂະ​ບວນ​ການ​ຄວາມ​ຄືບ​ໜ້າ​ຂອງ​ຄະ​ດີ, ຜູ້​ກ່ຽວ​ເນັ້ນ​ວ່າ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ຂອງ VAVA ເປັນ​ກຳ​ລັງ​ແຮງ​ທີ່​ໃຫຍ່ຫຼວງ​ເພື່ອ​ໃຫ້​ມີ​ຄວາມອົດ​ທົນ ແລະ ພະ​ຍາມ​ຍາມ​ຕິດ​ຕາມ​ຄະ​ດີ​ມາ​ຕະຫຼອດ​ເກືອບ​ໜຶ່ງ​ທົດ​ສັດ​ຕະ​ວັດ.ໃນ​ພິ​ທີ​ມອບ​ຮັບ, ທ່ານ Nguyen Van Rinh ປະ​ທານ​ສະ​ມາ​ຄົມ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/Dioxin ຫວຽດ​ນາມ (VAVA) ໃຫ້​ຊາບ​ວ່າ, VAVA ຍາມ​ໃດ​ກໍເອົາ​ໃຈ​ໃສ່​ຕິດ​ຕາມໃກ້​ຊິດ ແລະ ສະ​ໜັບ​ສະ​ໜູນ​ຄະ​ດີ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ Nga ດ້ວຍທັງ​ດ້ານ​ວັດ​ຖຸ ແລະ ທັງຈິດ​ໃຈ ພ້ອມ​ທັງ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ຮ່ວມ​ກັນ​ຜູ້​ກ່ຽວ​ຕິດ​ຕາມ​ຄວາມ​ຄືບ​ນ້າ​ຂອງ​ຄະ​ດີ​ໃນ​ໄລ​ຍະ​ເວ​ລາ​ຕໍ່​ໄປ ພ້ອມ​ທັງ​ສະ​ໜັບ​ສະ​ໜູນ​ທ່ານ​ນາງ Nga ຊ່ວຍ​ໃນ​ທາງ​ການ​ທູດ​ປະ​ຊາ​ຊົນ.

ໃນ​ວາ​ລະ​ການ​ເຮັດ​ວຽກ, ທ່ານ​ນາງ Nga ກໍ​ຂໍ​ແລກ​ປ່ຽນ​ແບ່ງ​ປັນ​ບັນ​ດາ​ຄວາມ​ສະ​ດວກ ແລະ ຂໍ້​ຫຍຸ້ງ​ຍາກ ທີ່​ສ່ວນ​ຕົວ​ເອງ ແລະ ທະ​ນາຍ​ຄວາມ​ຂອງ​ຕົນ​ໄດ້​ພົບ​ພໍ້ໃນ​ຕະຫຼອດ​ຄະ​ດີ.

ທ່ານ​ນາງ Nga ຍັງ​ໃຫ້​ຮູ້​ວ່າ, ວັນ​ທີ 10 ພຶດ​ສະ​ພາ 2021 ສານ Evry ຂອງ ຝ​ຣັ່ງ ໄດ້​ຊັດ​ມ້ຽນ​ຄະ​ດີ​ແລ້ວ ແຕ່​ຕົນ​ເອງ​ ແລະ ທະ​ນາຍ​ຄວາມ​ຂອງ​ຕົນ ຍັງ​ຄົງ​ສືບ​ຕໍ່​ຂໍ​ອຸ​ທອນ. ທ່ານ​ນາງ​ເອງ​ຢືນ​ຢັນ​ວ່າ: “ບັນ​ຫາບໍ່​ແມ່ນ​ທີ່​ຄຳ​ຕັດ​ສິນ​ຂອງ​ສານ, ແຕ່​ສິ່ງ​ທີ່​ຂ້ອຍ​ປາດ​ຖະ​ໜານັ້ນ​ແມ່ນ ໂດຍ​ຜ່ານ​ຄະ​ດີ​ຂອງ​ຕົນ​ຈະ​ເຮັດ​ໃຫ້​ເຜີຍ​ແຜ່​ແກ່​ໂລກ​ຮັບ​ຮູ້​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ທາດ​ພິດ​ສີ​ສົ້ມ​ຢູ່​ຫວຽດ​ນາມ… ເພື່ອ​ໃຫ້​ຄະ​ດີ​ນີ້ ກາຍ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ຕໍ່​ສູ້​ຕ້ານ​ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ”…

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.