ການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງາານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ

17:09 | 20/04/2022

ຍ​ສ​ໝ - ວັນທີ 19 ເມ​ສາ ທີ່ຮ່າໂນ້ຍ, ກະຊວງແຮງງານ-ທະ​ຫານ​ເສັຍ​ອົງ​ຄະ ແລະ ກິດ​ຈະ​ການສັງຄົມ ສົມທົບ​ກັບ​ໂຄງການເຄື່ອນ​ຍ້າຍ​ຖິ່ນ​ຖານ​ຢ່າງ​ປອດ​ໄພ ​ແລະ ສະເໝີພາບ (Safe and Fair) ​ຈັດ​​ກອງ​ປະຊຸມ​ສຳ​ມະ​ນາ​ລະດັບ​ຊາດ​ ກ່ຽກັບ​ການ​ນຳ​ໃຊ້​ຄຳ​ແນະ​ນນຳ​ຂອງອາຊຽນກ່ຽວ​ກັບການ​ບູ​ລະ​ນາ​ການ​ທາງ​ເພດ​ພາ​ວະໃນບັນດາ​ນະໂຍບາຍ​ແຮງ​ງານ​ ​ແລະ ​ວຽກເຮັດງານທຳ ມຸ້ງ​ໄປ​ສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ.

ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ການພົວພັນຫວຽດນາມ - ລາວ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ

ໂຄງການເຄື່ອນ​ຍ້າຍ​ຖິ່ນ​ຖານ​ຢ່າງ​ປອດ​ໄພ ແລະ ສະເໝີພາບ (Safe and Fair) ນອນໃນກອບຂໍ້ລິເລີ່ມສຳ​ຄັນທີ່ສະ​ຫະ​ພັນທະ​ວີບເອີຣົບໃຫ້​ການ​ສະ​ໜັບ​ສະ​ໜູນ. ກອງປະຊຸມແນ​ໃສ່​ນຳສະເໜີການນຳໃຊ້ຄຳ​ແນ​ະ​ນຳ​ອ​ຂອງອາຊຽນກ່ຽວ​ກ່ຽວການ​ບູ​ລະ​ນາ​ການ​ທາງ​ເພດ​ພາ​ວະໃນ​ນະໂຍບາຍ​ແຮງ​ງານ​ ​ແລະ ​ວຽກເຮັດງານທຳຢູ່ຫວຽດນາມ, ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ຕົວ​ແບບ​ທີ່​ດີ​ໃນການ​ບູ​ລະ​ນາ​ການ​ທາງ​ເພດ​ພາ​ວະ​ໃນ​ການ​ເຄື່ອນ​ໄຫວຂອງບັນດາອົງການວິຊາການຕ່າງໆຂອງຫວຽດນາມ. ຊຶ່ງພາ​ໃຫ້ຍົກສູງຄວາມຮັບຮູ້ ແລະ ຄວາມສາມາດກ່ຽວກັບຫຼັກວິ​ທີ​ການ​ບູ​ລະ​ນາ​ການ​ທາງ​ເພດ​ພາ​ວະໃຫ້ແກ່ບັນດາກະຊວງ, ຂະແໜງການ, ອົງ​ການຄຸ້ມຄອງລັດ, ພະ​ນັກ​ງານກຳມະບານ, ຜູ້ຕາງໜ້າຜູ້​ໃຊ້​ແຮງ​ງານ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ.

ການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງາານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ
ການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງາານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ. ພາບ: baodansinh.vn

ໃນກອງປະຊຸມ, ບັນດາຜູ້ແທນ ໄດ້ຮັບ​ການ​ນຳ​ສະ​ເໜີສັງ​ເຂດ​ກ່ຽວ​ກັບເນື້ອໃນຂອງຄຳ​ແນະ​ນຳ ແລະ ຜົນ​ການ​ທົບ​ທວນ​ຄືນວຽກ​ງານການ​ບູ​ລະ​ນາ​ການ​ທາງ​ເພດ​ພາ​ວະໃນ​ນະ​ໂຍ​ບາຍ​ແຮງ​ງານ ແລະ ວຽກ​ເຮັດ​ງານ​ທຳ​ຢູ່​ຫວຽດ​ນາມ. ຜູ້ຕາງໜ້າບັນດາກະຊວງຍຸຕິທຳ, ກະຊວງສຶກສາທິການ ແລະ ຝຶກ​ອົບ​ຮົມ, ກະ​ຊວງຊັບພະຍາກອນສິ່ງ​ແວດ​ລ້ອມ, ກະ​ຊວງກະສິກຳ ແລະ ພັດທະນາຊົນນະບົດ ແລກ​ປ່ຽນກ່ຽວກັບຕົວ​ແບບ​ທີ່​ດີ​ສຳ​ລັບການ​ບູ​ລະ​ນາ​ການ​ທາງ​ເພດ​ພາ​ວະໃນການເຄື່ອນ​ໄຫວ​ຂະ​ແໜງ​ການຂອງຕົນ. ບັນດາຜູ້ແທນສົນ​ທະ​ນາ​ເລິກ​ຕື່ມ​ໃນ​ການ​ໝູນ​ໃຊ້​ຜົນ​ສຳ​ເລັດ​ຂອງ​ຄຳ​ແນະ​ນຳໃນ​ລະ​ດັບ​ປະ​ເທດໃນໄລຍະເວ​ລາຕໍ່ໜ້າ, ລະອຽດແມ່ນການລິ​ເລີ່ມສ້າງ - ແຜນການກວດສອບ ກ່ຽວກັບການ​ບູ​ລະ​ນາ​ການ​ທາງ​ເພດ​ພາ​ວະໃນການ​ເຄື່ອນ​ໄຫວຂອງຫົວໜ່ວຍວິສາ​ຫະກິດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.