World Vision ຫວຽດນາມຝຶກຝົນທັກສະການໃຊ້ຊີວິດໃຫ້ເດັກນ້ອຍຢູ່ແຂວງແທັງຮົວ

07:58 | 10/04/2022

ຍ​ສ​ໝ - ອົງການ World Vision ຫວຽດນາມ ຈັດຊຸດຝຶກອົບຮົມ “ຂໍ້ລິເລີ່ມການໝູນ​ໃຊ້ນະໂຍບາຍຂອງເດັກນ້ອຍ” ໃຫ້ແກ່ເດັກນ້ອຍຫຼັກແຫຼ່ງ​ 27 ຄົນ ຢູ່ຕາແສງອຽນຫຼ໊າກ, ເມືອງຍື່ແທັງ, ແຂວງແທັງ​ຮົວ.

World Vision ຫວຽດນາມ ໄດ້ໃຫ້ການສະໜັບສະໜູນເປັນເງິນສົດໃຫ້ແກ່ເດັກກຳພ້າ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ World Vision ຫວຽດນາມ ໄດ້ໃຫ້ການສະໜັບສະໜູນເປັນເງິນສົດໃຫ້ແກ່ເດັກກຳພ້າ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ
World Vision ຫວຽດນາມ ສືບຕໍ່ໜູນຊ່ວຍຫວຽດນາມໃນການຕ້ານໂລກລະບາດ Covid-19 World Vision ຫວຽດນາມ ສືບຕໍ່ໜູນຊ່ວຍຫວຽດນາມໃນການຕ້ານໂລກລະບາດ Covid-19

ພາຍຫຼັງໄດ້ຮັບຊາບກ່ຽວກັບບົດບາດ ແລະ ບາດກ້າວໃນການປະຕິບັດນະໂຍບາຍສົ່ງເສີມ, ບັນ​ດາເດັກໄດ້ກຳນົດບັນຫາທົ່ວໄປຂອງເດັກນ້ອຍໃນທ້ອງ​ຖິ່ນປັດ​ຈຸ​ບັນນີ້ ເຊັ່ນ: ການລະເມີດຈະລາຈອນ, ຕິດເກມ, ປະ​ລະ​ການຮຽນ, ທົນ​ຕໍ່ການ​ກະ​ທຳຄວາມຮຸນແຮງທາງຮ່າງກາຍ. ກຸ່ມຊາວໜຸ່ມໄດ້ຈັດບຸລິມະສິດ ແລະ ເລືອກເຟັ້ນບັນຫາຄວາມຮຸນແຮງທາງຮ່າງກາຍຕໍ່ເດັກນ້ອຍໃນຄອບຄົວ ແລະ ໂຮງຮຽນເພື່ອໝູນ​ໃຊ້ນະໂຍບາຍຜ່ານການສົນທະນາ.

undefined
World Vision ຫວຽດນາມຝຶກຝົນທັກສະການໃຊ້ຊີວິດໃຫ້ເດັກນ້ອຍຢູ່ແຂວງແທັງຮົວ

ໃນການສົນທະນານັ້ນ ແຕ່​ລະ​ຝ່າຍໄດ້ປຶກສາຫາລືການສ້າງແຜນປະຕິບັດງານດ້ວຍບັນດາໜ້າວຽກຕົ້ນຕໍຄື: ສົ່ງເສີມການຝຶກ​ຝົນທັກສະການ​ດຳ​ລົງຊີວິດໃຫ້ແກ່ເດັກນ້ອຍໃນໂຮງຮຽນ; ປັບປຸງຄຸນນະພາບຂອງກຸ່ມໃຫ້ປຶກສາດ້ານຈິດຕະວິທະຍາ ເພື່ອໃຫ້ເດັກນ້ອຍສາມາດໄວ້ວາງໃຈໃນບອກ​ກ່າວຄວາມຄິດຄວາມ​ຮູ້​ສຶກາ, ໂດຍສະເພາະໃນເວລາທີ່ປະເຊີນກັບຄວາມສ່ຽງຂອງການໃຊ້ຄວາມຮຸນແຮງ; ສ້າງຕັ້ງສະໂມສອນຄອບຄົວມີສຸກເພື່ອຊ່ວຍຮັກສາສາຍພົວພັນ, ຄວາມໄວ້ວາງໃຈ ແລະຄວາມຮັກຂອງສະມາຊິກໃນຄອບຄົວ, ເພື່ອ​ເປັນການຫຼຸດຜ່ອນຄວາມສ່ຽງຕໍ່ຄວາມຮຸນແຮງຕໍ່ເດັກນ້ອຍ; ຜູ້​ປົກ​ຄອງນໍາໃຊ້ແບບວິທີການທາງວິໄນໃນທາງບວກໃນການລ້ຽງລູກ; ຊຸມຊົນມີແຜນການເຜີຍ​ແຜ່ການປ້ອງກັນ, ຕ້ານຄວາມຮຸນແຮງທາງດ້ານຮ່າງກາຍຕໍ່ເດັກນ້ອຍ.

ກ່ອນ​ໜ້າ​ນັ້ນ, ອົງການ World Vision ​ຫວຽດນາມ ກໍ່​ໄດ້​ຈັດ​ຕັ້ງ​ຊຸດ​ອົບຮົມຫົວ​ຂໍ້ “ການປ້ອງ​ກັນ​ການ​ແຕ່ງງານ​ຂອງ​ເດັກ ​ແລະ ການ​ຮັກສາ​ສຸຂະ​ພາບການ​ເຕີບ​ໂຕ​ໃຫ້​ໄວ​ໜຸ່ມ” ​ໃຫ້ແກ່​ເດັກໄວ​ໜຸ່ມ 77 ຄົນ​ຢູ່​ຕາ​ແສງ ຮຸກ​ງີ ​ແລະ ບ່າ​ນັງ, ​ເມືອງ ດັກ​ຣົງ, ​ແຂວງ ກວາງຈິ. ຊຸດຝຶກອົບຮົມໄດ້​ສະ​ໜອງຄວາມຮູ້ໃຫ້​ແກ່​ໄວ​ໜຸ່ມກ່ຽວກັບການປ່ຽນແປງທາງດ້ານສະລີລະວິທະຍາ ແລະ ທາງດ້ານຈິດໃຈໃນເວລາກຳ​ລັງເປັນຜູ້ໃຫຍ່, ເຂົາເຈົ້າຈະຮູ້ວິທີການດູແລສຸຂະພາບຂອງຕົນເອງ.

ເດັກນ້ອຍທີ່ເຂົ້າຮ່ວມຍັງມີຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບກົດໝາຍການແຕ່ງງານ, ພ້ອມກັບທັກສະການ​ດຳ​ລົງຊີວິດເພື່ອໃຫ້​ເດັກ​ຮຸ້​ຈັກ​ການຮັກສາສາຍ​ພົວ​ພັນ​ໝູ່​ເພື່ອນທີ່ດີ, ປ້ອງກັນທຸກການລ່ວງລະເມີດ, ການຂູດຮີດ ແລະ ການແຕ່ງງານຂອງເດັກນ້ອຍທຸກຮູບແບບ. 100% ຂອງເດັກນ້ອຍທີ່ເຂົ້າຮ່ວມການຝຶກອົບຮົມໄດ້ໃຫ້ຄໍາໝັ້ນສັນຍາ ແລະ ວາງແຜນໃນການດູແລຕົນເອງ ເຊັ່ນ: ໄປສຸກສາລາກວດສຸຂະພາບກ່ອນແຕ່ງດອງ, ເຂົ້າຮ່ວມແລກປ່ຽນໃນກິດຈະກໍາປະຈໍາເດືອນຂອງເດັກຍິງ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.