ຫວຽດນາມ ແມ່ນໜຶ່ງໃນບັນດາຮູບແບບ ທີ່ປະສົບຜົນສຳເລັດທີ່ສຸດ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ

09:34 | 25/03/2022

ຍສໝ - ຫວຽດນາມ ​ໄດ້ປະກາດໃຊ້​ບັນດາ​ກົນ​ໄກ​ນິຕິ​ກຳ​ທີ່​ຈຳ​ເປັນ ​ເພື່ອ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ ​ແລະ ມອບ​ສິດ​ໃຫ້​ແມ່ຍິງ, ​ໃນ​ນັ້ນ​ມີ​ກົດໝາຍ​ວ່າ​ດ້ວຍ ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ກົດໝາຍ​ວ່າ​ດ້ວຍ​ ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ​ແລະ ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ.

ເປັນຄັ້ງທຳອິດ ຫວຽດນາມ ສ້າງໂຄງການສື່ມວນຊົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ເປັນຄັ້ງທຳອິດ ຫວຽດນາມ ສ້າງໂຄງການສື່ມວນຊົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ
ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ

ທ່ານ​ເອກ​ອັກຄະ​ລັດຖະທູດ Jamale Chouaibi ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຮູບ​ແບບ ​ທີ່​ປະສົບ​ຜົນສຳ​ເລັດ​ທີ່​ສຸດ ​ໃນ​ການ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງຍິງ-ຊາຍ, ສອດຄ່ອງ​ກັບ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDGs) ຂອງ​ສະຫະ​ປະຊາ​ຊາດ. ເປົ້າໝາຍທີ່ໄດ້ວາງອອກໃນຍຸດທະສາດແຫ່ງຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ຈະຊ່ວຍສົ່ງເສີມບົດບາດຂອງແມ່ຍິງ ໃນບັນດາການອອກລັດຖະນະໂຍບາຍ ແລະ ຕໍ່ສູ້ຕ້ານຄວາມຮຸນແຮງຕໍ່ແມ່ຍິງໃນທຸກຮູບແບບ. ອັດ​ຕາ​ສ່ວນ​ຂອງ​ແມ່​ຍິງ​ຫວຽດ​ນາມ​ ເຂົ້າ​ຮ່ວມ​ໃນ​ຂົງ​ເຂດ​ການ​ເມືອງ ແລະ ​ເສດ​ຖະ​ກິດ​ແມ່ນ​ສູງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຫວຽດນາມ ແມ່ນໜຶ່ງໃນບັນດາຮູບແບບ ທີ່ປະສົບຜົນສຳເລັດທີ່ສຸດ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ
ຫວຽດນາມ ແມ່ນໜຶ່ງໃນບັນດາຮູບແບບ ທີ່ປະສົບຜົນສຳເລັດທີ່ສຸດ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ. (ພາບ: TTXVN)

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Jamale Chouaibi ​ແລ້ວ, ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ເພື່ອ​ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ດ້ານ​ການ​ພັດທະນາ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ພິ​ເສດ​ແມ່ນ​ຜ່ານ​ບັນດາ​ໂຄງການ ​ແລະ ​ແຜນການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ບັນດາ​ພາກ​ພື້ນ​ນີ້. ແມ່​ຍິງ​ຫວຽດ​ນາມ ພວມ​ມີ​ໜ້າຢູ່​ໃນ​ທຸກ​ຂະ​ແໜງ​ການ​ຂອງ​ເສດ​ຖະ​ກິດ ແລະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດຊາດ. ຫວຽດນາມ ​ໄດ້​ອອກ​ນະ​ໂຍບາຍ​ຫຼາຍ​ຢ່າງ​ເພື່ອ​ຮັບປະກັນ​ສິດທິ​ຂອງ​ແມ່ຍິງ.

ບັນດາຍຸດ​ທະ​ສາດ​ຂອງ​ລັດຖະບານ​ຫວຽດນາມ ​ແນໃສ່ຍົກສູງທີ່ຕັ້ງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແມ່ຍິງ​ໃນ​ລະບົບ​ການ​ເມືອງ ​ແລະ ໃນບັນດາການອອກລັດຖະນະໂຍບາຍ ​ພວມ​ເລີ່​ມຕົ້ນນຳມາ​ໝາກຜົນ​ທີ່​ໜ້າ​ເຊື່ອ​ຖື. ບັນດາ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ນີ້ ​ໄດ້​ຊ່ວຍ​ໃຫ້​ແມ່ຍິງ ຫວຽດນາມ ຄົ້ນຫາ​ທ່າ​ແຮງ​ຂອງ​ຕົນ, ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ພັດທະນາ​ອາຊີບ, ປັບປຸງທີ່ຕັ້ງດ້ານ​ເສດຖະກິດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.