ກະຊວງການຕ່າງປະເທດເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງສະໝັກໃຈໃນການປະຕິບັດຂໍ້ສະເໜີທີ່ຫວຽດນາມຮັບເອົາຕາມກົນໄກກວດກາທົບທວນຕາມໄລຍະທົ່ວໄປ

14:57 | 01/04/2022

ຍ​ສ​ໝ - ວັນ​ທີ 31 ມີ​ນາ ທີ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ເປັນ​ປະທານ​ເຜີຍ​ແຜ່​ບົດ​ລາຍ​ງານ​ໄລຍະ​ກາງສະ​ໄໝຢ່າງ​ການ​ສະໝັກ​ໃຈໃນ​ການ​ປະຕິບັດ​ຂໍ້​ສະ​ເໜີ​ UPR Cycle III ທີ່​ຫວຽດນາມ​ໄດ້​ຮັບຮອງ ​ແລະ ຂໍ້​ມູນ​ກ່ຽວ​ກັບຜູ້​ລົງ​ສະ​ໝັກ​ຂອງ​ຫວຽດນາມ ​ເຂົ້າຮ່ວມ​ໃນ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ ສະ​ໄໝ 2023-2025.

ຫວຽດນາມພ້ອມປະກອບສ່ວນໃຫ້ແກ່ການເຄື່ອນໄຫວຊ່ວຍໜູນທາງດ້ານມະນຸດສະທຳຂອງສະຫະປະຊາຊາດຕໍ່ກັບຢູເຄຣນ ຫວຽດນາມພ້ອມປະກອບສ່ວນໃຫ້ແກ່ການເຄື່ອນໄຫວຊ່ວຍໜູນທາງດ້ານມະນຸດສະທຳຂອງສະຫະປະຊາຊາດຕໍ່ກັບຢູເຄຣນ
ການປະກອບສ່ວນຂອງຫວຽດນາມໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໄດ້ຮັບການຕີລາຄາສູງ ການປະກອບສ່ວນຂອງຫວຽດນາມໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໄດ້ຮັບການຕີລາຄາສູງ

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ໂດ໋​ຮຸງ​ຫວຽດ ຜູ້​ຊ່ວຍລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ປະກາດ​ບົດ​ລາຍ​ງານ​ໄລຍະ​ກາງສະ​ໄໝ​ຢ່າງ​ສະໝັກ​ໃຈ ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ນາຍົກລັດຖະມົນຕີ ​ເມື່ອ​ວັນ​ທີ 22 ມີ​ນາ 2022 ​ເພື່ອເຜີຍ​ແຜ່ ​ແລະ ສົ່ງ​ໃຫ້​ສະພາ​ສິດທິ​ມະນຸດສະ​ຫະ​ປະ​ຊາ​ຊາດ. ບົດ​ລາຍ​ງານ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບຂອງ​ຊາດ​ສະ​ມາ​ຊິກ, ຄວາມ​ໂປ່​ງ​ໃສ ​ແລະ ຄວາມເຂັ້ມ​ງວດ​ຂອງ​ຫວຽດນາມ ຕໍ່​ກັບກົນ​ໄກ UPR ເວົ້າ​ສະ​ເພາະ ​ແລະ ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ມະນຸດ​ເວົ້າ​ລວມ, ເປັນ​ຕົ້​ນແມ່ນ​ໃນສະ​ພາບ​ທີ່​ຫວຽດ​ນາມ​ກຳ​ລັງ​ຕັ້ງ​ໜ້າ​ເຄື່ອນ​ໄຫວ​ລົງ​ສະ​ເໝີ​ເຂົ້​າ​ໃນສະພາສິດທິມະນຸດ ໄລຍະສະ​ໄໝ 2023-2025.

ກະຊວງການຕ່າງປະເທດເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງສະໝັກໃຈໃນການປະຕິບັດຂໍ້ສະເໜີທີ່ຫວຽດນາມຮັບເອົາຕາມກົນໄກກວດກາທົບທວນຕາມໄລຍະທົ່ວໄປ
ກະຊວງການຕ່າງປະເທດເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງສະໝັກໃຈໃນການປະຕິບັດຂໍ້ສະເໜີທີ່ຫວຽດນາມຮັບເອົາຕາມກົນໄກກວດກາທົບທວນຕາມໄລຍະທົ່ວໄປ. ພາບ: TTXVN

ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ ໂດ໋​ຮຸງ​ຫວຽດ ນຳ​ສະ​ເໜີ​ກ່ຽວ​ກັບ​ການ​ລົງ​ສະ​ໝັກ​ຂອງ​ຫວຽດ​ນາມ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ສະ​ໄໝ 2023-2025; ຢືນ​ຢັນ​ວ່າ​ຫວຽດ​ນາມ​ຈະ​ກຽມ​ພ້ອມ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ເພື່ອ​ຮັກ​ສາຫຼັກ​ການ​ຕ່າງໆ​ຂອງ​ກົດ​ບັນ​ສະ​ຫະ​ປະ​ຊາ​ຊາດ ແລະ ກົດ​ໝາຍ​ສາ​ກົນ, ເສີມ​ຂະ​ຫຍາຍ​ຜົນ​ສັກ​ສິດ ແລະ ປະ​ສິດ​ທິ​ຜົນ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ໂດຍ​ຜ່ານ​ການ​ສົນ​ທະ​ນາ, ການ​ຮ່ວມ​ມື ແລະ ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ.

ທ່ານ​ນາງ ຣາ​ນາ ຟ​ລາວ​ເວີ ຮັກ​ສາ​ການຜູ້​ປະ​ສານ​ງານ​ສະ​ຫະ​ປະ​ຊາ​ຊາດ ຕີ​ລາ​ຄາ​ສູງ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ​ໃນ​ການ​ຊຸກ​ຍູ້ ແລະ ປົກ​ປ້ອງ​ບັນ​ດາ​ສິດ​ທິ​ມະ​ນຸດ, ໃນ​ນັ້ນ ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ສະ​ເໜີ​ຕາມ​ກົນ​ໄກ URP-III ແລະ ການ​ສ້າງ​ບົດ​ລາຍ​ງານ​ກາງ​ສະ​ໄໝ​ຢ່າງ​ສະ​ໝັກ​ໃຈ, ພ້ອມ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຍາ​ໃນ​ການ​ລົງ​ສະ​ໝັກ​ເຂົ້າ​ສະ​ພາ​ສິດ​ທິ​ມະ​ນຸດ ສະ​ໄໝ 2023-2025; ພ້ອມ​ກັບ​ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ລະ​ບົບ​ບັນ​ດາອົງ​ການຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຄຽງ​ຂ້າງ​ຄູ່​ກັບ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ຊຸກ​ຍູ້​ບັນ​ດາຫຼັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ, ປະ​ຕິ​ບັດ​ເປົ້າ​ໝາຍ​ຕ່າງໆ​ໃນ​ການ​ພັດ​ທະ​ນາ​ຢ່າງ​ຍືນ​ຍົງ ແລະ ບໍ່​ຖີ້ມ​ປະ​ໃຜ​ໄວ້​ດ້ານຫຼັງ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.