ຍົກສູງຖານະ ແລະ ບົດບາດຂອງຄະນະກຳມະການສາມັກຄີກາໂຕລິກແຕ່ລະຂັ້ນ

14:08 | 24/03/2022

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດ​ນາມ: ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ, ການ​ໂຄ​ສະ​ນາ ແລະ ການປຸກ​ລະ​ດົມ ເພື່ອ​ຍົກ​ສູງ​ຖາ​ນະ ແລະ ບົດ​ບາດ​ອັນ​ສຳ​ຄັນ​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ກາ​ໂຕ​ລິກ​ແຕ່​ລະ​ຂັ້ນ.

ປະຊາຄົມຄົນຫວຽດນາມທີ່ໂປໂລຍຈັດບຸນມະຫາພຸດທິເບກ ພສ 2565 ປະຊາຄົມຄົນຫວຽດນາມທີ່ໂປໂລຍຈັດບຸນມະຫາພຸດທິເບກ ພສ 2565
ພະ​ມະ​ຫາ​ອາ​ຈານ ທິກ​ເຍິດ​ແຮ້ງ ເຖິງ​ແກ່​ມໍ​ລະ​ນະ​ພາບ ແມ່ນ​ການສູນເສຍ​ ຂອງ​ປະ​ຊາ​ຄົມ​ພຸດ​ທະສາ​ສະ​ໜາ​ ເວົ້​າ​ລວມ ແລະ ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເວົ້າ​ສະ​ເພາະ ພະ​ມະ​ຫາ​ອາ​ຈານ ທິກ​ເຍິດ​ແຮ້ງ ເຖິງ​ແກ່​ມໍ​ລະ​ນະ​ພາບ ແມ່ນ​ການສູນເສຍ​ ຂອງ​ປະ​ຊາ​ຄົມ​ພຸດ​ທະສາ​ສະ​ໜາ​ ເວົ້​າ​ລວມ ແລະ ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເວົ້າ​ສະ​ເພາະ

ວັນ​ທີ 23 ມີ​ນາ ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດ​ນາມ ດຳ​ເນີນກອງ​ປະ​ຊຸມ​ສະຫຼຸບ 2 ປີ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບຽບ​ການ​ປະ​ສານ​ງານ​ລະ​ຫວ່າງ ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ຄະ​ນະ​ປະ​ຈຳຄະ​ນະ​ກຳ​ມະ​ການສູນ​ກາງ​ສາ​ມັກ​ຄີ​ກາ​ໂຕ​ລິກ​ຫວຽດ​ນາມ.

ສະ​ແດງ​ຄຳ​ເຫັນ​ໃນ​ທີ່​ປະ​ຊຸມ​ໂດຍ​ທ່ານ ໂດ໊ວັນ​ຈຽນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດ​ນາມ ຊຶ່ງ​ຢືນ​ຢັນ​ວ່າ: ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ທີ່​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ວາງ​ອອກມານັ້ນ, ເປັນ​ຕົ້ນແມ່ນ​ຂະບ​ວນ​ການ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ກັນ​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ຕົວ​ເມືອງ​ແຫ່ງ​ອະ​ລິ​ຍະ​ທຳ” ໄດ້​ຖືກ​ຈັດ​ຕັ້ງ​ປະ​ຕິ​ບັດຮັບ​ໝາກ​ຜົນ​ອັນ​ດີ​ງາມ​ຈາກມວນ​ຊົນ​ຊາວກາ​ໂຕ​ລິກ ຊຶ່ງ​ເປັນ​ພື້ນ​ຖານກ້າວສູ່​ໄລ​ຍະ​ການ​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ຕົວ​ເມືອງ​ແຫ່ງ​ອະ​ລິ​ຍະ​ທຳ 2021-2025, ເປັນ​ການ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຄວາມ​ສາ​ມັກ​ຄີ​ອັນ​ຍິ່ງ​ໃຫຍ່​ໃນ​ທົ່ວ​ຊົນ​ຊາດ, ສ້າງທີ່​ເພີ່ງ​ທາງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ແລະ ພື້ນ​ທີ່​ຄວາມ​ສະ​ຫງົບ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ນັບ​ມື້​ເຂັ້ມ​ແຂງ.

ຍົກສູງຖານະ ແລະ ບົດບາດຂອງຄະນະກຳມະການສາມັກຄີກາໂຕລິກແຕ່ລະຂັ້ນ
ຍົກສູງຖານະ ແລະ ບົດບາດຂອງຄະນະກຳມະການສາມັກຄີກາໂຕລິກແຕ່ລະຂັ້ນ. ພາບ: vietnamplus.vn

ທ່ານ ໂດ໊ວັນ​ຈຽນ ສະ​ເໜີ​ໃຫ້​ສອງ​ຝ່າຍ​ຄວນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ການ​ກຳ​ນົດ​ທິດ​ທາງ ແລະ ການ​ຊີ້​ນຳ​ນຳ​ພາ​ກອງ​ປະ​ຊຸມໃຫຍ່​ຜູ້​ແທນ “ຄົນກາ​ໂຕ​ລິກ​ຫວຽດ​ນາມສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ” ຂອງບັນ​ດາ​ແຂວງ, ນະ​ຄອນ ໃນ​ປີ 2022 ໃຫ້​ໄດ້​ດີ ແລະ ກ້າວ​ໄປ​ສູ່ກອງ​ປະ​ຊຸມໃຫຍ່​ຜູ້​ແທນ “ຄົນກາ​ໂຕ​ລິກ​ຫວຽດ​ນາມສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ” ຄັ້ງ​ທີ VIII, ສະ​ໄໝ​ປີ 2023-2028.

ສອງ​ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ, ການ​ໂຄ​ສະ​ນາ, ການ​ປຸກ​ລະ​ດົມ ເພື່ອ​ຍົກ​ສູງ​ຖາ​ນະ ແລະ ບົດ​ບາດ​ອັນ​ສຳ​ຄັນ​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ກາ​ໂຕ​ລິກ​ແຕ່​ລະ​ຂັ້ນ, ຢັ້ງຢືນ​ບົດ​ບາດເປັນ​ຂົວ​ຕໍ່​ທີ່​ແໜ້ນ​ແຟ້ນ​ຂອງ​ຄະ​ນະ​ກຳ​ມະ​ການ​ໃນ​ການ​ເຊື່ອມ​ໂຍງ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຂອງ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ແນວ​ໂຮມ​ແຫ່ງ​ຊາດ​ຫວຽດ​ນາມ ກັບ​ປະ​ຊາ​ຊົນ.

ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່ ແລະ ສ້າງ​ເງື່ອນ​ໄຂ​ໃນ​ການ​ຈັດ​ຕັ້​ງ​ຜັນ​ຂະ​ຫຍາຍຢ່າງ​ເປັນ​ທີ່​ສຸດ​ຕໍ່​ກັນ​ສະ​ເໜີ​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ກາ​ໂຕ​ລິກ, ນຳ​ສະ​ເໜີ​ກັບ​ແຕ່​ລະ​ຂັ້ນ, ແຕ່​ລະ​ຂະ​ແໜງ​ການ, ອົງ​ການ​ທີ່​ມີ​ສິດ​ອຳ​ນາດ ພິ​ຈາ​ລະ​ນາ ແລະ ແກ້​ໄຂ; ພ້ອມ​ຍັງ​ມຸ້ງ​ຫວັງ​ໃຫ້​ຄະ​ນະ​ກຳ​ມະ​ການ​ສາ​ມັກ​ຄີ​ກາ​ໂຕ​ລິກ ສຶບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ແຫ່ງ​ຊາດ​ຫວຽດ​ນາມ​ໃນ​ການ​ແກ້​ໄຂ ແລະ ກຳ​ຈັດ​ບັນ​ດາ​ຂໍ້​ຫຍຸ້ງ​ຍາກ, ຂໍ້​ຂາດ​ຕົກ​ພົກ​ຜ່ອງ​ທີ່​ຍັງ​ຄົງ​ຄ້າງ ແລະ ປະ​ຕິ​ບັດ​ເນື້ອ​ໃນ​ຕ່າງໆ​ໃນ​ລະ​ບຽບ​ການ​ປະ​ສານ​ງານ​ໃຫ້​ໄດ້​ດີ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.