ມອບລາງວັນໃຫ້ແກ່ 20 ໂຄງການການລິເລີ່ມທີ່ດີເລີດຂອງນັກຮຽນ ແລະ ນັກສຶກສາ

08:41 | 30/03/2022

ຍ​ສ​ໝ - ພາຍຫຼັງ 2 ວັນທີ່​ຟົດ​ຟື້ນ​ຂອງ​ງານ​ວັນ​ແຫ່ງ​ການ​ລິ​ເລີ່ມ​ແຫ່ງ​ຊາດ ໃຫ້​ແກ່​ນັກ​ຮຽນ ແລະ ນັກ​ສຶກ​ສາ ປີ 2022 ໄດ້​ປິດລົງ​ໃນ​ບ່າ​ຍ​ວັນທີ 27 ມີ​ນາ ທີ່​ແຂວງວີ໊ງ​ຟຸກ.

ນັກສຶກສາ 8 ປະເທດອາຊຽນ ແຂ່ງຂັນທັກສະຮັກສາຄວາມປອດໄພດ້ານຂໍ້ມູນຂ່າວສານ ນັກສຶກສາ 8 ປະເທດອາຊຽນ ແຂ່ງຂັນທັກສະຮັກສາຄວາມປອດໄພດ້ານຂໍ້ມູນຂ່າວສານ
ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ

ຄະ​ນະ​ຈັດ​ຕັ້ງ​ພິ​ທີ​ໄດ້​ມອບ​ລາງວັນ 20 ປະ​ເພດ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ທີ່​ດີ​ເລີດສຳ​ລັບກຸ່ມນັກ​ຮຽນ ແລະ ນັກ​ສຶກ​ສາ ປະ​ກອບ​ມີ: ລາງວັນປະ​ເພດ​ໜຶ່ງ 2 ລາງວັນ, ປະ​ເພດ​ສອງ 4 ລາງວັນ, ປະ​ເພດ​ສາມ 6 ລາງວັນ ແລະ ປະ​ເພດ​ຊົມ​ເຊີຍ 8 ລາງວັນ. ໃນ​ນັ້ນ​ລາງວັນ​ປະ​ເພດ​ໜຶ່ງ​ກຸ່ມ​ນັກ​ສຶກ​ສາເປັນ​ຂອງ​ໂຄງ​ການ ELLA – ປະ​ຕິ​ບັດ​ການ (Appication) ແນະ​ນຳ​ການ​ແຕ່ງ​ໜ້າຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ນາໆ​ຊາດ - ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນະ​ຄອນ​ໂຮ່​ຈີ​ມິນ.

ມອບລາງວັນໃຫ້ແກ່ 20 ໂຄງການການລິເລີ່ມທີ່ດີເລີດຂອງນັກຮຽນ ແລະ ນັກສຶກສາ
ມອບລາງວັນໃຫ້ແກ່ 20 ໂຄງການການລິເລີ່ມທີ່ດີເລີດຂອງນັກຮຽນ ແລະ ນັກສຶກສາ. ພາບ : dantocmiennui.vn

ລາງວັນ​ປະ​ເພດ​ໜຶ່ງ​ກຸ່ມ​ນັກ​ຮຽນ​ເປັນ​ຂອງ​ໂຄງ​ການ “WELLIFE - ປະ​ຕິ​ບັດ​ການ​ຊ່ວຍ​ເຫຼືອ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ຢາ ແລະ ເຊື່ອມ​ຕໍ່​ໃນ​ການ​ປິ່ນ​ປົວ” ຂອງ​ນັກ​ຮຽນ​ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ເຈິນ​ຟູ້, ພະ​ແນກ​ສຶກ​ສາທິ​ການ ແລະ ຝຶກ​ອົບ​ຮົມ ແຂວງວີ໊ງ​ຟຸກ.

ໂດຍ​ສືບ​ຕໍ່​ບັນ​ດາ​ຄວາມ​ສຳ​ເລັດ​ຂອງ​ການ​ແຂ່ງ​ຂັນຂອງ​ນັກ​ຮຽນ, ນັກ​ສຶກ​ສາສຳ​ລັບ​ຄວາມ​ຄິດ​ລິ​ເລີ່ມ ຄັ້ງ​ທີ IV, ກະ​ຊວງ​ສຶກ​ສາທິ​ການ ແລະ ຝຶກ​ອົບ​ຮົມ ຈະເປີດ​ຕົວ​ການ​ແຂ່ງ​ຂັນ​ຂອງ​ນັກ​ຮຽນ, ນັກ​ສຶກ​ສາສຳ​ລັບ​ຄວາມ​ຄິດ​ລິ​ເລີ່ມ ຄັ້ງ​ທີ V. ຄາດ​ວ່າ​ການ​ແຂ່ງ​ຂັນ​ຈະ​ຈັດ​ຂຶ້ນ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ເຫວ້ ໃນ​ທ້າຍ​ປີ 2022.​

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.