ACS - ສະ​ວິດ​ອຸ​ປະ​ຖຳ​ເງິນ 974 ລ້ານ​ດົ່ງ​ໃຫ້​ແກ່​ເດັກ​ນ້ອຍ​ຊົນ​ເຜົ່າ​ຢູ່ 3 ຕາ​ແສງ​ເຂດ​ພູ​ສູງ ເມືອງ ອາ​ເລືອຍ

07:33 | 06/04/2022

ຍ​ສ​ໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ເທື່ອ​ທຽນ​ເຫ້ວ ຫາ​ກໍ່​ອອກ​ຂໍ້​ຕົກ​ລົງ​ເລກ​ທີ 629 ກ່ຽວ​ກັບ​ການ​ຮັບ​ການ​ອຸ​ປະ​ຖຳ​ຂອງ​ໂຄງ​ການ “ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ສິດ​ຂອງ​ເດັກ​ນ້ອຍ​ຊົນ​ເຜົ່າ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຢູ່ 3 ຕາ​ແສງ​ເຂດ​ພູ​ສູງ ເມືອງ ອາ​ເລືອຍ, ແຂວງ ເທື່ອ​ທຽນ​ເຫ້ວ” ໂດຍ​ອົງ​ການ Adoptionscentrum (ACS – ສະ​ວິດ) ອຸ​ປະ​ຖຳ ດ້ວຍຍອດ​ເງິນ​ທຶນ​ໂຄງການ 974.052.300 ດົ່ງ.

ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນງານ​ວາງ​ສະ​ແດງ “ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອ​ງ​ຊົນ​ເຜົ່າ​ຕ່າງໆ​ ຢູ່ ຫວຽດ​ນາມ” ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນງານ​ວາງ​ສະ​ແດງ “ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອ​ງ​ຊົນ​ເຜົ່າ​ຕ່າງໆ​ ຢູ່ ຫວຽດ​ນາມ”
ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ໃນ​ບັນ​ດາ​ຂົງ​ເຂດ ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ໃນ​ບັນ​ດາ​ຂົງ​ເຂດ
ACS - ສະ​ວິດ​ອຸ​ປະ​ຖຳ​ເງິນ 974 ລ້ານ​ດົ່ງ​ໃຫ້​ແກ່​ເດັກ​ນ້ອຍ​ຊົນ​ເຜົ່າ​ຢູ່ 3 ຕາ​ແສງ​ເຂດ​ພູ​ສູງ ເມືອງ ອາ​ເລືອຍ
ເດັກ​ນ້ອຍ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ ACS

ໂຄງ​ການ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ເປົ້າ​ໝາຍ​ສິດ​ທິ​ເດັກ​ຢູ່ 3 ຕາ​ແສງ, ຮົ່ງ​ເວິນ, ກ໋​ວາງ​ເຍິມ, ຮົ່ງ​ເທື້ອງ ຂອງ​ເມືອງ ອາ​ເລືອຍ. ນີ້​ແມ່ນ​ບັນ​ດາ​ນ້ອງ​ນ້ອຍ​ຊົນ​ເຜົ່າ​ ທີ່​ບໍ່​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ຢ່າງ​ຄົບ​ຖ້ວນ​ຈາກ​ຄອບ​ຄົວ ແລະ ມີ​ຄວາມ​ສ່ຽງ​ຖືກ​ປະ​ປ່ອຍ.

ຄາດ​ວ່າ​ໂຄງ​ການ​ຈະ​ປັບ​ປຸງ​ກຳ​ລັ​ງຄວາມ​ສາ​ມາດ​ອອກ​ແບບ​ບັນ​ດາ​ໂຄງ​ການ ແລະ ການ​ເຄື່ອນ​ໄຫວ​ທີ່​ມາ​ແຕ່​ດົນ​ນານ​ເພື່ອ​ແນ​ໃສ່​ຍົກ​ສູງຄວາມ​ຮູ້​ກ່ຽວ​ກັບ​ສິດ​ທິ​ເດັກ ແລະ ຮູບ​ແບບ​ສິດ​ທິ​ເດັກ​ຂອງ ພະແນກ​​ສຶກ​ສາ ແລະ ບຳ​ລຸງ​ສ້າງ ແລະ ສະ​ພາ​ເຍົາ​ວະ​ຊົນ​ເມືອງ ອາ​ເລືອຍ, ພໍ່​ແມ່​ຊາວ​ຊົນ​ເຜົ່າ (ມີ​ລູກ​ມີ​ອາ​ຍຸ​ແຕ່ 16 ປີ​ຂຶ້ນ​ໄປ) ມີ​ຄວາມ​ສາ​ມາດ​ປະ​ຕິ​ບັດ ແລະ ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຮັບ​ຜິດ​ຊອບ​ການ​ປະ​ຕິ​ບັດ​ບັນ​ດາ​ສິດ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ບໍ່​ຖືກ​ລະ​ເມີດ ແລະ ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກ, ເດັກ​ນ້ອຍ​ຢູ່ 18 ຕາ​ແສງ​ຂອງ​ເມືອງ ອາ​ເລືອຍ ຈະ​ເຂົ້າ​ເຖິງ​​ໂອ​ກາດ​ໃນການຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ສິດ​ທິ​ເດັກ ແລະ ບັນ​ດາ​ທັກ​ສະ​ເພື່ອ​ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ສິດ​ໄດ້​ຮັບ​ການ​ປົກ​ປ້ອງ​ບໍ່​ໃຫ້ຖືກລະ​ເມີດ​ຮ່າງ​ກາຍ, ໃຊ້​ຄວາມ​ຮຸນ​ແຮງ​ໃນ​ໂຮງ​ຮຽນ.

ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ເທື່ອ​ທຽນ​ເຫ້ວ ໄດ້​ມອບ​ໃຫ້​ສະ​ຫະ​ພັນ​ແມ່​ຍິງ​ແຂວງ ເທື​ອ​ທຽວ​ເຫ້ວ ຈັດ​ຕັ້ງການ​ຮັບ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ໂຄງ​ການ​ຕາມ​ຂໍ້​ກຳ​ນົດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.