ສະເໜີຂຶ້ນເງິນເດືອນຂັ້ນຕ່ຳ ນັບແຕ່ວັນທີ 1 ກໍລະກົດ 2022

07:39 | 05/04/2022

ຍສໝ - ສະຫະພັນໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ສະ​ເໜີ​ຂຶ້ນເງິນເດືອນ​ແຮງ​ງານຂັ້ນຕ່ຳ​ຂອງຂົງເຂດ ນັບ​ແຕ່​ວັນ​ທີ 1 ກໍລະກົດ 2022. ບັນດາ​ຜູ້​ຊ່ຽວຊານ, ພະນັກງານ​​ສະຫະພັນ​ກຳມະບານ​ຂັ້ນ​ຮາກ​ຖານ ​ແລະ ຜູ້ອອກແຮງງານ ໄດ້ສະເໜີ​ໃຫ້​ເພີ່ມເງິນເດືອນຂັ້ນຕ່ຳ 10%.

ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ໂຈະການນຳເຂົ້າ ແລະ ສົ່ງອອກຜ້າປິດປາກ ແລະ ຖົງມືການແພດເປັນການຊົ່ວຄາວ ນັບແຕ່ວັນທີ 15 ມີນານີ້ ໂຈະການນຳເຂົ້າ ແລະ ສົ່ງອອກຜ້າປິດປາກ ແລະ ຖົງມືການແພດເປັນການຊົ່ວຄາວ ນັບແຕ່ວັນທີ 15 ມີນານີ້

ວັນ​ທີ 28 ມີ​ນາ​ນີ້, ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ໃນ​ປີ 2022 ຂອງ​ສະ​ພາ​ບ້ວງເງິນແຮງ​ງານ​ແຫ່ງ​ຊາດ​ຂຶ້ນ. ທີ່​ກອງປະຊຸມ​ຄັ້ງ​ນີ້, ສະ​ຫະ​ພັນໃຫຍ່​ແຮງ​ງານ​ຫວຽດ​ນາມ ຖື​ວ່າ ເນື່ອງ​ຈາກ​ຜົນ​ກະ​ທົບ​ຂອງ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໃນ 2 ປີ​ຜ່ານ​ມາ, ພະ​ນັກ​ງານ​ໄດ້ຄອງຄອຍ​ການ​ຂຶ້ນ​ເງິນ​ເດືອນ; ໃນຈຸດນີ້, ບໍ່ຄວນສືບຕໍ່ຊັກຊ້າ ຫຼື ເລື່ອນ, ຜູ້ອອກແຮງງາຄວນໄດ້ຮັບການແບ່ງປັນຄວາມຫຍຸ້ງຍາກ ພາຍຫຼັງທີ່ຖືກຜົນກະທົບຍ້ອນພະຍາດລະບາດ. ການ​ຂຶ້ນເງິນເດືອນ​ ​ຈະ​ໄດ້​ເປັນຜົນ​ດີ​ໃຫ້ແກ່ທັງ​ສອງ​ຝ່າຍ, ຜູ້ອອກແຮງ​ງານ​ມີ​ເງິນ​ເພີ່ມ​ຂຶ້ນ ​ເພື່ອໃຊ້ສອຍໃນຊີວິດປະຈຳວັນ, ວິສາຫະກິດ ​ເພີ່ມລາຍຈ່າຍ​ ແຕ່​ຮັກສາ​ຊັບພະຍາກອນ​ມະນຸດໄວ້ໄດ້.

ສະເໜີຂຶ້ນເງິນເດືອນຂັ້ນຕ່ຳ ນັບແຕ່ວັນທີ 1 ກໍລະກົດ 2022
ພາບປະກອບ: TTXVN

ສະຫະພັນ​ໃຫຍ່ແຮງ​ງານ​ຫວຽດນາມ ​ໃຫ້​ຮູ້​ວ່າ ​ໄດ້​ສະ​ເໜີ​ເພີ່ມ​ເງິນເດືອນ​ຂັ້ນຕ່ຳໃນຂົງເຂດ​ໃຫ້​ແກ່​ຜູ້ອອກແຮງງານ​ທີ່​ເຮັດ​ວຽກ​ຢູ່​ວິ​ສາ​ຫະກິດ ​ນັບແຕ່​ວັນ​ທີ 1 ກໍລະກົດ 2022. ການແບ່ງປັນຄວາມຫຍຸ້ງຍາກກັບຜູ້ອອກແຮງງານ, ຜູ້ຕາງຫນ້າຂອງ VCCI ໄດ້ສະເໜີວ່າ ຄວນຕ້ອງຄິດໄລ່ຢ່າງລະອຽດ ໃນສະພາບການທີ່ທຸລະກິດເອງກໍ່ຍັງຕ້ອງຟື້ນຕົວຫຼັງຈາກໄລຍະໂລກລະບາດ.

ທ່ານ​ປະທານ​ສະຫະພັນ​ໃຫຍ່ແຮງ​ງານ​ຫວຽດນາມ ຫງວຽນ​ດິ່ງ​ຄາງ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2020 – 2021, ເງິນເດືອນ​​ຕ່ຳ​ສຸດ​ຂອງຜູ້ອອກແຮງງານ​​ບໍ່​ເພີ່ມ​ຂຶ້ນ, ​ໃນ​ຂະນະ​ທີ່​ດັດຊະນີ​ລາຄາ​ຜູ້​ບໍລິ​ໂພ​ກ​ເພີ່ມ​ຂຶ້ນ, ​ເຮັດ​ໃຫ້​ລາຍ​ຮັບ​ຕົວ​ຈິງ​ຂອງຜູ້ອອກແຮງງ​ງານ​ຫຼຸດ​ລົງ​ປະມານ 10% ​ເມື່ອ​ທຽບ​ໃສ່​ປີ 2019...

ຕາມການ​ສຳ​ຫຼວດ​ຂອງ​ສະ​ຖາ​ບັນ​ກຳ​ມະ​ກອນ - ກຳມະບານ (ສະ​ຫະ​ພັນໃຫຍ່​ແຮງ​ງານ​ຫວຽດ​ນາມ) ໃນ​ປີ 2021 ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້ອອກແຮງງານ 21% ຕ້ອງ​ກິນ​ໝີ່, ຄົນ​ງານ 48% ຕ້ອງ​ຫຼຸດ​ຜ່ອນ​ການ​ກິນ​ຊີ້ນ​ສັດ​ປະ​ຈຳ​ວັນ, 22% ປ່ຽນ​ຈາກ​ການ​ຊື້​ເຄື່ອງ​ທຸກ​ມື້ ເປັນການໃຊ້​ອາຫານ​ທີ່​ຍາດ​ພິ່ນ້ອງນຳມາ​ໃຫ້, 60% ປະຢັດ​ລາຍ​ຈ່າຍ, 11% ຕ້ອງ​ຢືມ​ເງິນ​ຈາກ​ຍາດຕິ​ພີ່ນ້ອງ ​ແລະ ພະນັກງານ 0,3% ຢືມ​ເງິນ​ດອກ​ເບ້ຍ​ສູງ.

ຈະ​ມີ​ວິ​ສາ​ຫະກິດ 2.000 ​ແຫ່ງ​ຖືກ​ຄັດ​ເລືອກ​ເຂົ້າ​ໃນ​ການ​ສຳ​ຫຼວດຄັ້ງ​ນີ້ເຊິ່ງຂຶ້ນກັບ​ກຸ່ມ​ຂະ​ແໜງ​ອາຊີບການ​ຜະລິດດຳເນີນທຸລະ​ກິດ​ຄື: ກະສິກຳ-ປ່າ​ໄມ້-ປະມົງ; ອຸດສາຫະກໍາ, ກໍ່ສ້າງ; ການຄ້າ, ການບໍລິການ. ວິ​ສາ​ຫະ​ກິດ​ທີ່​ໄດ້​ຮັບ​ການ​ສໍາ​ຫຼວດ​ມີ​ຂອບຂະ​ຫນາດແຮງ​ງານແຕ່ 100 ​ເຖິງ 300 ກວ່າຄົນຂຶ້ນໄປ​. ​ບັນດາເນື້ອ​ໃນ​ຕົ້ນຕໍທີ່ໄດ້ຊອກຮູ້ໃນ​ວິ​ສາ​ຫະກິດ​ແມ່ນ​ກອງ​ທຶນ​ເງິນ​ເດືອນ​ຕາມ​ວຽກ​ເຮັດ​ງານ​ທຳ ຫຼື ຕຳ​ແໜ່​ງ, ​ເງິນ​ອຸດໜູນ​ເງິນ​ເດືອນ, ​ເງິນ​ໂບນັດ, ລາຍຈ່າຍໃນການຮັບສະໝັກງານ ແລະ ການ​ຝຶກ​ອົບຮົມ...

ໝາກຜົນ​ຂອງ​ການສຳຫຼວດ​ຈະ​ແມ່ນ​ບ່ອນອີງ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຂອງ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ຂອງຂົງເຂດ​ໃນ​ປີ 2023 ​ແລະ ບັນດາ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.