ກອງ​ປະ​ຊຸມ​ສຳມະນາສາ​ກົນ​ໂຄງ​ການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ເພື່ອແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

13:26 | 30/03/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 28 ມີນາ, ກະຊວງ​ການ​ຕ່າງປະ​ເທດ​ສົມທົບ​ກັບ​ອົງການ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ແລະ ມອບສິດ​ໃຫ້ແກ່ແມ່ຍິງ ​ຂອງ​ສະຫະ​ປະຊາ​ຊາດ ຈັດ​ຕັ້ງ​ກອງ​ປະຊຸມ​ສຳມະນາສາກົນ​ກ່ຽວ​ກັບ​ໂຄງການ​ກາ​ນ​ເຄື່ອ​ນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ: ປະສົບ​ການ​ສາກົນ ​ແລະ ຂໍ້​ສະ​ເໜີ​ແນະ​ຂອງ​ຫວຽດນາມ.

ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ, ໝູ່​ເກາະ ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ, ໝູ່​ເກາະ
ຍົກ​ສູງ​ປະສິດທິພາບ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຍົກ​ສູງ​ປະສິດທິພາບ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ
ກອງ​ປະ​ຊຸມ​ສຳມະນາສາ​ກົນ​ໂຄງ​ການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ເພື່ອແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ
ກອງ​ປະຊຸມ​ສຳມະນາສາກົນ​ກ່ຽວ​ກັບ​ໂຄງການ​ກາ​ນ​ເຄື່ອ​ນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ: ປະສົບ​ການ​ສາກົນ ​ແລະ ຂໍ້​ສະ​ເໜີ​ແນະ​ຂອງ​ຫວຽດນາມ (ພາບ: quangngaitv.vn/)

ກອງ​ປະ​ຊຸມສຳມະນາ​ສາ​ກົນ​ໄດ້​ດຳ​ເນີນ​ໃນ​ຮູບ​ແບບ​ເຊື່ອມ​ຕໍ່​ໂດຍ​ກົງ ແລະ ອອນ​ໄລ​ນ໌ ກັບ 63 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນຄົງ (PNHBAN) ໃນ​ລະ​ບົບ​ສະ​ຫະ​ປະ​ຊາ​ຊາດ ແລະ ຜູ້​ຕາງ​ໜ້າ​ອົງ​ການ​ການ​ທູດ​ຫວຽດ​ນາມ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຢູ່​ຈຸດເຊື່ອມຕໍ່ຖ່າຍທອດສົດ ​ກວາງ​ຫງາຍ ມີ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຫວູ​ຟຽນ ພ້ອມ​ດ້ວຍ​ການ​ນຳ​ບັນດາ​ພະແນກ, ອົງການ​ທີ່​ກ່ຽວຂ້ອງ.

ກອງ​ປະຊຸມສຳມະນາ​ເພື່ອ​ແນ​ໃສ່​ສືບ​ຕໍ່​ແລກປ່ຽນ ​ແລະ ປຶກສາ​ຫາລື ບົນ​ພື້ນຖານ​ບັນດາ​ໝາກຜົນ​ອັນ​ຕັ້ງໜ້າ​ຂອງ​ກອງ​ປະຊຸມສຳມະນາ​ສາກົນ “ຊຸກຍູ້​ການຜັນຂະຫຍາຍ​ວາລະ PNHBAN: ບົດບາດ​ຂອງ​ບັນດາ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ” ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ເດືອນ ທັນວາ 2021. ນີ້​ແມ່ນ​ໂອກາດ​ເພື່ອ​ເຊື່ອມ​ຕໍ່ ​ແລະ ລະດົມ​ການ​ໜູນ​ຊ່ວຍ​ຂອງ​ສາກົນ​ເຂົ້າ​ໃນ​ຂະ​ບວນການ​ສ້າງ​ນະ​ໂຍບາຍ ​ແລະ ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ PNHBAN.

ບັນດາ​ນັກ​ຊ່ຽວຊານ​ສາກົນ​ກໍ່​ວິ​ເຄາະ​ບັນດາ​ກາລະ​ໂອກາດ ​ແລະ ບັນດາ​ທ່າ​ໄດ້​ປຽບ​ເພື່ອ​ໃຫ້ ຫວຽດນາມ ສ້າງໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ PNHBAN. ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ສະໜັບສະໜູນ ​ແລະ ຊຸກຍູ້​ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ​ຂອງ​ແມ່ຍິງ​ໃນ​ການກຳນົດກ່ຽວກັບສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ທຸກ​ຂັ້ນ; ​ເພື່ອ​ແນ​ໃສ່​ປະຕິບັດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ສະບັບ​ທີ 1325 ຢ່າງ​ຄົບ​ຖ້ວນ​ຢູ່​ຫວຽດນາມ. ​ໄດ້​ກ່າວ​ແຈ້ງ​ກ່ຽວ​ກັບຂັ້ນຕອນໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ PNHBAN ຢູ່​ຫວຽດນາມ ​ໃນ 5 ​ໄລຍະ​ຄື: ​ກະກຽມ, ວາງ​ແຜນ ​ແລະ ການ​ຕີ​ລາຄາ, ການ​ອອກ​ແບບ ​ແລະ ການ​ປະສານ​ງານ, ການ​ປະຕິບັດ​ຕົວ​ຈິງ, ການກວດກາ ​ແລະ ດັດ​ປັບ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.