ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນວັນບຸນວິສາຂະບູຊາຢູ່ນະຄອນ ໂຮ່ຈີມິນ

17:40 | 15/05/2022

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ອວຍພອນໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກະຊົນຢູ່ພາຍໃນປະເທດ ແລະ ສາກົນ ທຸກຖ້ວນໜ້າຈົ່ງຕ້ອນຮັບວັນບຸນວິສາຂະບູຊາ ດ້ວຍຄວາມສະຫງົບສຸກ.

ມີສະໂມສອນໜຶ່ງ ຊື່ວ່າ ໂຮ່ຈີມິນ ມີສະໂມສອນໜຶ່ງ ຊື່ວ່າ ໂຮ່ຈີມິນ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ
ທ່ານປະທານປະເທດ  ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແໜ່ງສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ວັດ ເຮວງຽມ
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແໜ່ງສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ວັດ ເຮວງຽມ

ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2566 (2022), ວັນທີ 14 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ອວຍພອນຜູ້ມີຍົດສັກຕຳແໜ່ງສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ວັດ ເຮວງຽມ ແລະ ວັດ ມິງດ້າວ, ຢູ່ນະຄອນ ໂຮ່ຈີມິນ. ຢູ່ສະຖານທີ່ໄປຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ອວຍພອນໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກະຊົນຢູ່ພາຍໃນປະເທດ ແລະ ສາກົນ ທຸກຖ້ວນໜ້າຈົ່ງຕ້ອນຮັບວັນບຸນວິສາຂະບູຊາ ດ້ວຍຄວາມສະຫງົບສຸກ. ທ່ານປະທານປະເທດ ຢືນຢັນວ່າ, ພັກ, ລັດ ແລະ ແນວໂຮມປະເທດຊາດ ຫວຽດນາມ ມີຄວາມເຊື່ອໝັ້ນ ແລະ ປາດຖະໜາວ່າ ສະມາຄົມພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ສະແດງໃຫ້ເຫັນບົດບາດ, ອິດທິພົນຊື່ສຽງຂອງຕົນໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສືບຕໍ່ຢືນຢັນ ແລະ ແຜ່ຂະຫຍາຍຄຸນຄ່າທີ່ດີຂອງສາສະໜາສັນຕິພາບ, ຕັ້ງໜ້າປະກອບສ່ວນສ້າງປະເທດ ຫວຽດນາມ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.