ສືບຕໍ່ຍົກສູງຄຸນນະພາບການດຳລົງຊີວິດຂອງຜູ້ເຄາະຮ້າຍຈາກທາດພິດສີສົ້ມ

15:27 | 17/03/2022

ຍ​ສ​ໝ - ຕອນ​ບ່າຍ​ຂອງວັນ​ທີ 15 ມີ​ນາ ທີ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ຜູ້​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/Dioxin ຫວຽດ​ນາມ (VAVA) ແລະ ສູນ​ລິ​ເລີ່ມ​ໃຫ້​ການ​ບໍ​ລິ​ການ​ຊ່ວຍ​ເຫຼືອ​ຊຸມ​ຊົນ (CSIP) ໄດ້​ເຊັນ​ສັນ​ຍາ​ຕົກ​ລົງ​ການ​ຮ່ວມ​ມື ແລະ ຊ່ວຍ​ເຫຼືອ​ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ສູນ​ກາງ​ສະ​ມາ​ຄົມ.

ຮຽກຮ້ອງບັນດາອົງການ, ສ່ວນບຸກຄົນ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ຮຽກຮ້ອງບັນດາອົງການ, ສ່ວນບຸກຄົນ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ສືບຕໍ່ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.
ຫວຽດນາມ ບັນລຸໄດ້ບັນດາຜົນງານຫຼາຍຢ່າງ ເພື່ອແກ້ໄຂຜົນຮ້າຍທີ່ຕາມມາຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ບັນລຸໄດ້ບັນດາຜົນງານຫຼາຍຢ່າງ ເພື່ອແກ້ໄຂຜົນຮ້າຍທີ່ຕາມມາຈາກທາດພິດສີສົ້ມ/ດີໂອຊິນ

ຕອນ​ບ່າຍ​ຂອງວັນ​ທີ 15 ມີ​ນາ ທີ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ຜູ້​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/Dioxin ຫວຽດ​ນາມ (VAVA) ແລະ ສູນ​ລິ​ເລີ່ມ​ໃຫ້​ການ​ບໍ​ລິ​ການ​ຊ່ວຍ​ເຫຼືອ​ຊຸມ​ຊົນ (CSIP) ໄດ້​ເຊັນ​ສັນ​ຍາ​ຕົກ​ລົງ​ການ​ຮ່ວມ​ມື ແລະ ຊ່ວຍ​ເຫຼືອ​ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ສູນ​ກາງ​ສະ​ມາ​ຄົມ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວນັ້ນ​ ນອນ​ໃນ​ຂອບ​ເຂດ​ໂຄງ​ການ “ຊ່ວຍ​ໜູນ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຄົນ​ພິ​ການ​ໃນ​ບັນ​ດາ​ແຂວງ​ທີ່​ຖືກ​ປ່ອຍ​ທາດ​ພິດ​ສີ​ສົ້ມ​ທີ່​ຮຸນ​ແຮງ” ໂດຍ​ອົງ​ການ​ພັດ​ທະ​ນາ​ສາ​ກົນ​ອາ​ເມ​ລິ​ກາ (USAID) ສະ​ໜັບ​ສະ​ໜູນ.

ສືບຕໍ່ຍົກສູງຄຸນນະພາບການດຳລົງຊີວິດຂອງຜູ້ເຄາະຮ້າຍຈາກທາດພິດສີສົ້ມ
ສືບຕໍ່ຍົກສູງຄຸນນະພາບການດຳລົງຊີວິດຂອງຜູ້ເຄາະຮ້າຍຈາກທາດພິດສີສົ້ມ. ພາບ​ປະ​ກອບ: qdnd.vn

ພິ​ທີ​ເຊັນ​ລົງ​ນາມ​ຕົກ​ລົງ​ຮ່ວມ​ມື ມີ​ການ​ເຂົ້າ​ຮ່ວ​ມ​ຂອງ​ທ່ານ​ພົນ​ໂທ Nguyen Van Rinh, ປະ​ທານ VAVA; ທ່ານ ນາງ Pham Kieu Oanh ຜູ້​ອຳ​ນວຍ​ການ CSIP. ທ່ານ ນາງ Ann Marie Yastishock ຜູ້​ອຳ​ນວຍ​ການ USAID ປະ​ຈຳ​ຫວຽດ​ນາມ ຊຶ່ງ​ເຂົ້!ຮ່ວມ​ກັນ​ດ້ວຍ​ຮູບ​ແບບ​ອອນ​ລາ​ຍ໌​ທາງ​ໄກ.

ໃນ​ພິ​ທີ​ນີ້, ຜູ້​ຕາງ​ໜ້າ VAVA ໄດ້​ລາຍ​ງານ​ເນື້ອ​ໃນ​ທີ່ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດຕ່າງໆ​ໃນ​ຂອບ​ການ​ຮ່ວມ​ມື​ລະ​ຫວ່າງ VAVA ກັບ CSIP. ຊຶ່ງ​ໃນ​ນັ້ນ, ການ​ຕົກ​ລົງ​ປະ​ກອບ​ມີ​ເນື້ອ​ໃນ​ຕ່າງໆ​ຄື: ການ​ພັດ​ທະ​ນາ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ລະ​ບົບ VAVA; ລະ​ດົມ ແລະ ຄຸ້ມ​ຄອງ​ແຫຼ່ງ​ກຳ​ລັງ, ໃຫ້​ການ​ປຶກ​ສາ, ເປັນ​ເສ​ນາ​ທິ​ການ ແລະ ໝູນ​ໃຊ້​ນະ​ໂຍ​ບາຍ​ສະ​ເພາະ​ໃຫ້​ແກ່​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ; ຍົກ​ສູງ​ຄວາມ​ສາ​ມາດ​ຄຸ້ມ​ຄອງ, ນຳ​ພາ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຕ່າງໆ, ໂຄງ​ການ​ຊ່ວຍ​ເຫຼືອ​ຜູ້​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ/Dioxin ຂອງ​ສູນ​ກາງ​ສະ​ມາ​ຄົມ ແລະ 8 ສະ​ມາ​ຄົມ​ແຂວງ​ເທິງ​ພື້ນ​ທີ່​ຂອງ​ໂຄງ​ການ.

ມີ​ຄຳ​ເຫັນ​ໃນ​ພິ​ທີ, ທ່ານ​ພົນ​ໂທ Nguyen Van Rinh ຢືນ​ຢັນ​ວ່າ ການ​ຊ່ວຍ​ເຫຼືອ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ໄດ້​ຮັບ ແລະ ກຳ​ລັງ​ເປັນ​ຄວາມ​ເອົາ​ໃຈ​ໃສ່​ອັນ​ໃຫຍ່​ຂອງ​ພັກ ແລະ ລັດ ກາຍ​ເປັນ​ໜຶ່ງ​ໃນ​ບຸ​ລິ​ມະ​ສິດ​ອັນ​ດັບ​ຕົ້ນ​ຂອງ​ຊາດ. ບັນ​ຫາ​ນີ້​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໂດຍ​ຜ່ານ​ບັນ​ດາ​ນະ​ໂຍ​ບາຍ, ທິດ​ທາງ​ແຜນ​ການ​ຂອງ​ພັກ, ລັດ ແລະ ມາດ​ຕະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕ່າງໆ.

ເນື່ອງ​ໃນ​ໂອ​ກາດ​ນີ້, ປະ​ທານ VAVA ຫວັງ​ວ່າ USAID ຈະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂຶ້ນ​ອີກ ເພື່ອ​ຮ່ວມ​ກັບ​ລັດ​ຖະ​ບານ​ຫວຽດ​ນາມ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ເພື່ອ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນກວ່າ​ເກົ່າ.

ທ່ານນາງ Ann Marie Yastishok ກ່າວ​ຄຳ​ເຫັນ​ທາງ​ໄກ​ໃນ​ພິ​ທີ​ດັ່ງ​ກ່າວ​ວ່າ: ສຳ​ລັບ​ພາກ​ສ່ວນ​ເຮົາ​ເອງຮັບ​ຮູ້​ວ່າ​ໃນ​ປີ​ຜ່ານໆ​ມາ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ປະ​ສານ​ກັບ​ລັດ​ຖະ​ບານ​ຫວຍດ​ນາມ ເພື່ອ​ຊຸກ​ຍູ້​ລະ​ດັບ​ການ​ຟື້ນ​ຟູ​ຜົນ​ກະ​ທົບ​ຈາກ​ທາດ​ພິດ​ເຄ​ມີ/Dioxin ແລະ ລະ​ເບີດທີ່​ບໍ່​ທັງ​ແຕກ​ພາຍຫຼັງ​ສົງ​ຄາມ​ຢູ່​ຫວຽດ​ນາມ. ຜູ້​ອຳ​ນວຍ​ການ USAID ປະ​ຈຳ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຜູ້​ເຄາະ​ຮ້າຍ​ຈາກ​ທາດ​ພິ​ດ​ສີ​ສົ້ມ​ຫວຽດ​ນາມ​ໃນ​ຕໍ່​ໜ້າ.

ໃນ​ພິ​ທີນັ້ນ, ຜູ້​ຕາງ​ໜ້າ VAVA ແລະ CSIP ໄດ້​ເຊັນ​ລົງ​ນາມ​ຕົກ​ລົງ​ຮ່ວມ​ມື​ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ​ພົນ​ໂທ Nguyen Van Rinh ແລະ ທ່ານ ນາງ Ann Marie Yastishok ຮ່ວມ​ກັບ​ບັນ​ດາ​ຜູ້​ແທນ.

ໂດຍ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາ​ແຕ່​ປີ 2021, ໂຄງ​ການ “ການ​ຊ່ວຍ​ໜູນ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ເສຍ​ອົງ​ຄະ​ໃນ​ບັນ​ດາ​ແຂວງ​ທີ່​ຖືກ​ພົ່ນ​ທາດ​ພິ​ສີ​ສົ້ມ​ທີ່​ຮຸນ​ແຮງ” ກ້າວ​ໄປ​ສູ່​ເປົ້າ​ໝາຍ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ເສຍ​ອົງ​ຄະ​ໃນ 8 ແຂວງ​ຂອງ​ຫວຽດ​ນາມ ປະ​ກອບ​ມີ: ກວ໊າງ​ຈິ, ເຖື່ອ​ທຽນ​ເຫວ້, ກວ໊າງ​ນາມ, ບິ໊ງ​ດິງ, ກອນ​ຕູ່ມ, ບິ໊ງ​ເຟືອກ, ດົງ​ນາຍ ແລະ ເຕີຍ​ນິ່ງ. ອົງ​ການ​ຄຸ້ມ​ຄອງ​ໂຄງ​ການ​ແມ່ນ​ກະ​ຊວງ​ປ້ອງ​ກັນ​ຊາດ​ຫວຽດ​ນາມ, ຂະ​ແໜງ​ການ​ລົງ​ທຶນ ແລະ ເຈົ້າ​ຂ​ອງ​ໂຄ​ງ​ການ​ແມ່ນ ສູນ​ເຄື່ອນ​ໄຫວ​ຟື້ນ​ຟູ​ຜົນ​ກະ​ທົບ​ຈາກ​ທາດ​ພິດ​ເຄ​ມີ ແລະ ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ ກັບ​ການ​ສະ​ໜັບ​ສະ​ໜູນ​ທຶນ​ຈາກ USAID. CSIP ເປັນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ປະ​ມູນ​ການ​ຄຸ້ມ​ຄອງ ແລະ ເຄື່ອນ​ໄຫວ​ໃນ​ຂອບ​ຂອງ​ໂຄງ​ການ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.