ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ເບິ່ງ​ແຍງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ

13:22 | 20/04/2022

ເນື່ອງໃນໂອກາດວັນວັດທະນະທຳບັນດາເຜົ່າ ຫວຽດນາມ, ຕອນເຊົ້າວັນທີ 19 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການຊົນເຜົ່າສ່ວນໜ້ອຍຜູ້ດີເດັ່ນ.

ເບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ ເບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ
ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ການພົບປະ (ພາບ: ຫ້ອງວ່າການປະທານປະເທດ)
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: ຫ້ອງວ່າການປະທານປະເທດ)

ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍເອົາໃຈໃສ່, ເບິ່ງແຍງ, ປົວແປງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ພິເສດແມ່ນໂຄງການ, ນະໂຍບາຍອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາເຜົ່າອ້າຍນ້ອງ, ຖືວັດທະນະທຳຂອງບັນດາເຜົ່າແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກວັດທະນະທຳຂອງຊາດ ຫວຽດນາມ ໄດ້. ທ່ານປະທານປະເທດ ປາດຖະໜາວ່າ ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນ ຈົ່ງສືບຕໍ່ເປັນແບບຢ່າງທີ່ໃສແຈ້ງໃຫ້ແກ່ລຸ້ນລູກລຸ້ນຫຼານ ແລະ ຊຸມຊົນ; ເປັນປັດໄຈທີ່ດີໃນຂະບວນການຕ່າງໆຂອງທ້ອງຖິ່ນ, ສືບຕໍ່ຂົນຂວາຍປຸກລະດົມພໍ່ແມ່ປະຊາຊົນເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສາມັກຄີ, ໂດຍສະເພາະແມ່ນໃນສະພາບທີ່ປະເທດຊາດພວມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.

vovworld.vn

ເຫດການ
302 Found

Found

The document has moved here.