ຫວຽດນາມ ຖືປະຊາຊົນເປັນໃຈກາງຂອງນະໂຍບາຍການຮັບປະກັນຊີວິດສັງຄົມ

19:10 | 25/04/2022

ຍສໝ - ຂະບວນການ​ປະຕິ​ຮູບ​ລະບົບ​ການ​ຮັບປະກັນຊີວິດສັງຄົມ​ຈະ​ສືບ​ຕໍ່​ຖື​ປະຊາຊົນເປັນໃຈກາງ, ຮັບປະກັນ​ນະ​ໂຍບາຍ​ສັງຄົມ​ໄດ້​ຮັບ​ການກໍ່ສ້າງ, ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ຢ່າງ​ກົມກຽວ ​ແລະ ຄົບຊຸດ​ກັບ​ການ​ພັດທະນາ​ເສດຖະກິດ.

ຕຳຫຼວດທະເລ ຫວຽດນາມ ແລະ ຈີນ ສິ້ນສຸດການລາດຕະເວນປະສົມຢູ່ເຂດທະເລໃກ້ກັບເຂດກຳນົດເສັ້ນຊາຍແດນຢູ່ເຂດອ່າວພາກເໜືອ ຕຳຫຼວດທະເລ ຫວຽດນາມ ແລະ ຈີນ ສິ້ນສຸດການລາດຕະເວນປະສົມຢູ່ເຂດທະເລໃກ້ກັບເຂດກຳນົດເສັ້ນຊາຍແດນຢູ່ເຂດອ່າວພາກເໜືອ
ການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງາານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ ການບູລະນາການທາງເພດພາວະໃນບັນດານະໂຍບາຍແຮງງາານ ແລະ ວຽກເຮັດງານທຳ ມຸ້ງໄປສູ່ຄວາມຍືນຍົງຢູ່ ສສ ຫວຽດນາມ

ນັ້ນ​ແມ່ນ​ສານຕົ້ນຕໍທີ່ໄດ້ແບ່ງປັນ​ທີ່​ກອງ​ປະຊຸມ “ຕີ​ລາຄາ 10 ປີ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ການຮັບປະກັນຊີວິດ​ສັງຄົມ​ຫວຽດນາມ ​ໄລຍະ 2012-2022: ທ່າ​ອ່ຽງ ​ແລະ ຊ່ອງ​ຫວ່າງ” ໂດຍ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ແລະ ອົງການຈັດຕັ້ງແຮງ​ງານ​ສາກົນ (ILO) ຈັດຕັ້ງໃນຕອນເຊົ້າວັນທີ 20 ເມສາ, ຢູ່ຮ່າໂນ້ຍ.

ຫວຽດນາມ ຖືປະຊາຊົນເປັນໃຈກາງຂອງນະໂຍບາຍການຮັບປະກັນຊີວິດສັງຄົມ
ຫວຽດນາມ ຖືປະຊາຊົນເປັນໃຈກາງຂອງນະໂຍບາຍການຮັບປະກັນຊີວິດສັງຄົມ. ພາບ: Vietnam+

ຕີ​ລາຄາ​ໝາກຜົນ 10 ປີ​ແຫ່ງ​ການປະຕິບັດ​ມະຕິ NQ 15-NQ/TW ກ່ຽວ​ກັບ​ ​ນະ​ໂຍບາຍ​ສັງຄົມ, ​ໃນ​ນັ້ນ​ມີ​ການຮັບປະກັນຊີວິດ​ສັງຄົມ, ບັນດາ​ຜູ້​ແທນ​ຖື​ວ່າ ຫວຽດນາມ ​ບັນລຸໄດ້ບາດກ້າວກະໂດດຂັ້ນ ​ນັບ​ແຕ່​ປີ 2012 ​ເມື່ອ​ມະຕິ​ສະບັບ​ນີ້ໄດ້ຮັບການ​ປະກາດ​ໃຊ້.

ທີ່​ກອງ​ປະຊຸມ, ບັນດາ​ອົງການ​ສະຫະ​ປະຊາ​ຊາດ ໄດ້​ຢືນຢັນ ​ແລະ ​ປັບປຸງ​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ລັດຖະບານ​ຫວຽດນາມ ​ໃນ​ການ​ກວດກາ​ຄືນ​ການ​ປະຕິບັດ​ມະຕິ 15-NQ/TW ກໍ່ຄືໜູນຊ່ວຍ​​ດ້ານ​ເຕັກນິກມຸ່ງໄປເຖິງການສ້າງ​ມະຕິ​ໃໝ່ກໍາ ນົດທິດບັນດານະໂຍບາຍສັງຄົມ ຮອດປີ 2030 ແລະ ວິ​ໄສ​ທັດ​ຮອດ​ປີ 2045 ເພື່ອແນໃສ່ເປົ້າໝາຍການ​ຮັບປະກັນຊີວິດສັງ​ຄົມໃຫ້​ທົ່ວ​ປວງຊົນຫວຽດ​ນາມ.

ບູນມີ

ເຫດການ
302 Found

Found

The document has moved here.