ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ອັດຕາ​ສ່ວນ​ສິ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ຍິງ​ສູງ​ທີ່ສຸດ​ໃນ​ໂລກ

14:00 | 17/03/2022

ຍ​ສ​ໝ - ພາຍຫຼັງ 10 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​-ຊາຍ​ ໄລຍະ 2011-2020, ຫວຽດນາມ ບັນລຸ​ໄດ້​ບັນດາ​ໝາກຜົນ​ອັນ​ໃຫຍ່​ຫຼວງ ​ແລະ ​ແທດ​ຈິງ​ໃນ​ວຽກ​ງານ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ.

ວັນ​ບຸນ​ບາ​ທູ​ບົ່ນ ໄດ້​ຮັບ​ຮອງ​ເອົາ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ ວັນ​ບຸນ​ບາ​ທູ​ບົ່ນ ໄດ້​ຮັບ​ຮອງ​ເອົາ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ
ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ມາ​ກາວ ​ພົບ​ປະສັງສັນ​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ ທີ່ 8 ມີນາ ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ມາ​ກາວ ​ພົບ​ປະສັງສັນ​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ ທີ່ 8 ມີນາ
ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ອັດຕາ​ສ່ວນ​ສິ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ຍິງ​ສູງ​ທີ່ສຸດ​ໃນ​ໂລກ
ພາບ​ປະ​ກອບ: vietnamnet.vn

ຕາມ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແລ້ວ, ໝາກຜົນ​ແຫ່ງ​ການ​ປະຕິບັດ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ໃນ​ທຸກ​ຂົງ​ເຂດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ. ​ໄລຍະ 2010 – 2020, ແມ່ຍິງ​ໄດ້​ດຳລົງ​ຕຳ​ແໜ່​ງສຳຄັນ​ຈຳນວນ​ໜຶ່ງ​ໃນ​ພັກ, ລັດ ​ແລະ ບັນດາ​ອົງການ​ນິຕິບັນຍັດ.

ພິ​ເສດ​ແມ່ນ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 15 ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ ອາ​ຍຸ​ການ 2021-2026 ໄດ້​ອັດ​ລົງ​ດ້ວຍ​ອັດ​ຕາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ 30,26% (ອັດ​ຕາ​ສູງ​ສຸດ​ນັບ​ແຕ່​ຊຸດທີ V ມາ​ຮອດ​ປະ​ຈຸ​ບັນ) ແລະ ເກືອບ 30% ຂອງແມ່ຍິງທີ່ເຂົ້າຮ່ວມສະພາປະຊາຊົນທຸກຂັ້ນ.

ແມ່ຍິງເຂົ້າຮ່ວມກິດຈະກໍາທາງດ້ານເສດຖະກິດນັບມື້ນັບຫຼາຍຂຶ້ນ ແລະ ມີໂອກາດທີ່ຈະມີວຽກເຮັດງານທໍາທີ່ດີ, ເຊິ່ງເຮັດໃຫ້ລາຍຮັບສູງຂຶ້ນ. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊ່ວຍ​ໃຫ້​ຫວຽດນາມ ຮັກສາ​ລະດັບ​ເຕີບ​ໂຕ​ເສດຖະກິດ​ສູງທີ່​ສຸດ​ໃນ​ໂລກ​ໃນ​ທົດ​ສະ​ວັດ​ຜ່ານ​ມາ, ​ເຖິງ​ວ່າ​ຈະ​ມີ​ການ​ຜັນ​ແປ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກກໍ່ຕາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.