ຊຸກຍູ້ສອນວິຊາຊີບ ແລະ ແນະນໍາວຽກເຮັດໃຫ້ແກ່ແມ່ຍິງເຂດຊາຍແດນ

09:05 | 24/04/2022

ຍ​ສ​ໝ - ຕອນບ່າຍຂອງວັນທີ 19/4 ຢູ່ຕາແສງບິງຟູ, ເມືອງເຕິ່ນໂຮງ, ແຂວງດົງຖາບ, ກອງບັນຊາການທະຫານຊາດແດນແຂວງດົງທາບ ສົມທົບກັບສະຫະພັນແມ່ຍິງ 3 ແຂວງ ຄື ດົງຖາບ, ເຮົາຢ່າງ, ບັກລຽວ ຈັດຕັ້ງສະຫຼຸບການປະຕິບັດແຜນງານ “ ຮ່ວມກັນເດີນທາງກັບແມ່ຍິງຊາຍແດນ” ປີ 2021.

ປະກາດເປັນທາງການ ກ່ຽວກັບທີ່ຢູ່ຂອງໜ່ວຍງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ ປະກາດເປັນທາງການ ກ່ຽວກັບທີ່ຢູ່ຂອງໜ່ວຍງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ
ກອງປະຊຸມ ເຜີຍແຜ່ກົດຫມາຍ ໃຫ້ແກ່ປະຊາຊົນ ຢູ່ ເຂດຊາຍແດນ ຫວຽດນາມ - ລາວ ກອງປະຊຸມ ເຜີຍແຜ່ກົດຫມາຍ ໃຫ້ແກ່ປະຊາຊົນ ຢູ່ ເຂດຊາຍແດນ ຫວຽດນາມ - ລາວ

ຫຼັງຈາກໜຶ່ງປີທີ່ຈັດຕັ້ງຜັນຂະຫຍາຍແຜນງານ ຮ່ວມກັນເດີນທາງກັບແມ່ຍິງຊາຍແດນ ຢູ່ແຂວງດົງຖາບແມ່ນໄດ້ຮັບຄວາມເອົາໃຈໃສ່ຈາກພະນັກງານທີ່ເປັນສະມາຊິກສະມາຄົມແມ່ຍິງກໍ່ຄືໄດ້ຮັບຄວາມຮ່ວມມືຢ່າງສຸດກົກສຸດປາຍຈາກບັນດາສະມາຄົມທຸກຂັ້ນພາຍໃນແຂວງ ທີ່ພາໃຫ້ໄດ້ຮັບຫຼາຍຜົນສໍາເລັດທີ່ໂດດເດັນ.

ໃນປີ 2021, ມີ 8/8 ຕາແສງເຂດຊາຍແດນສາມາດຮັກສາ ແລະ ພັດທະນາສະມາຄົມ ຊຶ່ງກວມອັດຕາສ່ວນ 54,58%; ເພີ່ມຂຶ້ນ 0,52% ເມື່ອທຽບກັບປີ 2020. ມີ 100% ຕາແສງທີ່ນອນໃນແຜນງານດັ່ງກ່າວໄດ້ມີອຸ ປະກອນຄອມພີວເຕີ, ໂທລະສັບສະມາດໂຟນ ຮັບໃຊ້ວຽກງານ, ການເຄື່ອນໄຫວກິດຈະກໍາ, ມີຕູ້ໜັງສື, ໜັງສືພິມ.

ຊຸກຍູ້ສອນວິຊາຊີບ ແລະ ແນະນໍາວຽກເຮັດໃຫ້ແກ່ແມ່ຍິງເຂດຊາຍແດນ
ຊຸກຍູ້ສອນວິຊາຊີບ ແລະ ແນະນໍາວຽກເຮັດໃຫ້ແກ່ແມ່ຍິງເຂດຊາຍແດນ

ຮັກສາ 8 ຮູບແບບການພັດທະນາເສດຖະກິດໄວ້ ໃຫ້ກັບ 76 ຄອບຄົວແມ່ຍິງຢູ່ເຂດຊາຍແດນເພື່ອພັດທະນາເສດຖະກິດ. ສົມທົບກັບການຈັດຕັ້ງບັນດາຫ້ອງທີ່ຝຶກອົບຮົມ ຖ່າຍທອດວິທະຍາສາດ ແລະ ເຕັກໂນໂລຊີ ຊ່ວຍເອື້ອຍນ້ອງແມ່ຍິງໄດ້ຫຼຸດພົ້ນພົ້ນອອກຈາກຄວາມທຸກຍາກຢ່າງໝັ້ນຄົງ.

ຄຽງຂ້າງກັນນັ້ນ, ສະຫະພັນແມ່ຍິງແຂວງດົງຖາບ ກໍໄດ້ສົມທົບກັບທະນາຄານນະໂຍບາຍສັງຄົມ ປ່ອຍເງິນກູ້ ເພື່ອເປັນຕົ້ນທຶນໃຫ້ແກ່ຄອບຄົມທຸກຍາກ, ຄອບຄົວທີ່ຫຼຸດພົ້ນຈາກຄວາມທຸກຍາກໄດ້ມີແມ່ຍິງ 7 ຄົນ ທີ່ໄດ້ຮັບເງິນຫຼາຍກວ່າ 200 ລ້ານດົງເພື່ອພັດທະນາເສດຖະກິດສັງຄົມ. ນອກນີ້ຕາແສງຊາຍແດນໄດ້ຈັດຕັ້ງຊຸດຝຶອົບຮົມວິຊາຊີບ 10 ແຫ່ງໃຫ້ແມ່ຍິງ 240 ຄົນ; ແນະນໍາຜະລິດຕະພັນຕັດຫຍິບໃຫ້ແມ່ຍິງ 205 ຄົນ, ສ້າງລາຍຮັບ ແຕ່ 2,5 – 3,5 ລ້ານດົງ/ຄົນ/ເດືອນ; ໄດ້ແນະນໍາວຽກເຮັດຢູ່ພາຍໃນແຂວງ ແລະ ນອກແຂວງໃຫ້ແກ່ແມ່ຍິງຫຼາຍກວ່າ 500 ຄົນ.

ພິເສດ, ໄດ້ສົມທົບກັນຂົນຂວາຍແມ່ຍິງ ແລະ ຄອບຄົວ ເຂົ້າຮ່ວມການຄຸ້ມຄອງເຂດຊາຍແດນ, ສະຖານທີ່ສໍາຄັນຂອງຊາດ. ປັດຈຸບັນ ຢູ່ 8 ຕາແສງຊາຍແດນ ໄດ້ມີສະມາຊິກແມ່ຍິງ 31 ຄົນເຂົ້າຮ່ວມໃນບັນດາການຈັດຕັ້ງຄຸ້ມຄອງຊາຍແດນ ແລະ ສະຖານທີ່ສໍາຄັນຂອງຊາດ.

ຜ່ານໄລຍະເວລາ 1 ປີ ແຫ່ງການຜັນຂະຫຍາຍແຜນງານ ບັນດາສະມາຄົມແຂວງດົງທາບທຸກຂັ້ນ ກໍໄດ້ລະດົມທຶນຊື່ງມີຕົວເລກເງິນໝູນວຽນຫຼາຍກວ່າ 9 ຕື້ດົງ, ໃນນັ້ນ ຫຼາຍກວ່າ 7,8 ຕື້ດົງ ມາຈາກການຊ່ວຍເຫຼືອໂດຍບໍ່ໄດ້ສົ່ງຄືນໃຫ້ບັນດາຫົວໜ່ວຍສະຫວັດດີການສັງຄົມ. ຊຶ່ງເປັນການກໍ່ສ້າງຄວາມຮັກຄວາມອົບອຸ່ນ, ມອບເປັນທຶນການສຶກສາ, ເຄື່ອງມືສໍາລັບການຮຽນ, ເປັນຂອງຂວັນໃຫ້ຄອບຄົວທີ່ຫຍຸ້ງຍາກ ແລະ ຍາກຈົນ.

ຫຼາຍຮູບແບບ ແຜນງານ ທີ່ມີປະສິດທິຜົນ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ຄື: “ຮົ່ມແຫ່ງຄວາມຮັກຄວາມອົບອຸ່ນ”, “ສາງຄວາມຮັກ”, “ຊ່ວຍນ້ອງໃຫ້ຮອດໂຮງຮຽນ - ລູກລ້ຽງຂອງກອງທະຫານຊາຍແດນ”, “ສະມາຊິກສະມາຄົມແມ່ຍິງເຂົ້າຮ່ວມການຄຸ້ມຄອງເຂດຊາຍແດນຂອງຊາດ”... ສືບຕໍ່ເສີມຂະຫຍາຍດ້ວຍຮູບການ “ທຸກສາຂາສະມາຄົມຊ່ວຍເຫຼືອ 1 ຄອບຄົວແມ່ຍິງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ”, “3 ຄອບຄົວທີ່ຮັ່ງມີຊ່ວຍເຫຼືອ 1 ຄອບຄົວທຸກຍາກໃຫ້ຫຼຸດພົ້ນຢ່າງໝັ້ນຄົງ”...ປະສານສົມທົບຈັດຕັ້ງຊຸດຝຶກອົບຮົມ, ຖ່າຍທອດວິທະຍາສາດ ເຕັກໂນໂລຊີ ເພື່ອຊ່ວຍໃຫ້ແມ່ຍິງຫຼຸດພົ້ນອອກຈາກຄວາມທຸກຍາກ.

ໂດຍໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ສົ່ງເສີມ ຈາກຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ, ສະຫະພັນແມ່ຍິງແຂວງດົງຖາບ ບັກລຽວ ແລະ ຮ່ວາງຢາງ, ກອງບັນຊາການທະຫານຊາຍແດນ ແຂວງດົງທາບ ແລະ ພິເສດແມ່ນຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງດົງຖາບ ລວມທັງບັນດາວິສາຫະກິດ, ຜູ້ໃຫ້ການອຸປະຖໍາທີ່ຢູ່ໃນ ແລະ ນອກແຂວງດົງຖາບ ທີ່ໄດ້ເອົາໃຈໃສ່ປະກອບສ່ວນສະໜັບສະໜູນແຜນງານ ຮ່ວມກັນເດີນທາງກັບແມ່ຍິງຊາຍແດນ ໃນປີ 2021, ບັນດາສະມາຄົມທຸກຂັ້ນໄດ້ລະດົມເງິນ, ຂອງຂວັນ ເປັນມູນຄ່າເຖີງ 9 ຕື້ດົງ ເພື່ອຈັດຕັ້ງປະຕິບັດແຜນງານປະກັນສັງຄົມຢູ່ບັນດາເຂດຊາຍແດນ.

ຊຸກຍູ້ບັນດາຜົນສໍາເລັດທີ່ບັນລຸໄດ້, ປີ 2022 ບັນດາຫົວໜ່ວຍຈະສືບຕໍ່ປະຕິບັດແຜນງານ ດ້ວຍເນື້ອໃນຕົ້ນຕໍ ຄື: ຊຸກຍູ້ວຽກງານໂຄສະນາ, ຂົນຂວາຍ, ພິເສດແມ່ນວຽກຕ້ານ ປ້ອງກັນ ພະຍາດໂຄວິດ 19; ຕັ້ງໜ້າຊອກໃຫ້ເຫັນໄດ້ບັນດາການເຄື່ອນໄຫວເຂົ້າ-ອອກເມືອງໂດຍບໍ່ໄດ້ຮັບອະນຸຍາດ ແລະ ອາຊະຍາກໍາທຸກປະເພດ; ຮັກສາຮູບແບບການດໍາລົງຊີວິດຢ່າງມີປະສິດທິຜົນ, ສ້າງຮູບແບບການດໍາລົງຊີວິດທີ່ເໝາະສົມກັບທ້ອງຖິ່ນຢ່າງມີປະສິດທິຜົນ, ເໝາະສົມກັບທ້ອງຖິ່ນ. ສົມທົບກັບກໍາລັງແຮງຂອງສັງຄົມ...ປະກອບສ່ວນຍົກສູງບົດບາດ, ຄວາມຮັບຜິດຊອບຂອງແມ່ຍິງເຂດຊາຍແດນ ເຂົ້າໃນການປົກປ້ອງອານາເຂດອຳນາດອະທິປະໄຕຂອງຊາດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.