ປ່າ​ສະ​ຫງວນ​ແຫ່ງ​ຊາດ ນຸ໊ຍ​ຈົ໊ວ​ ໄດ້ຮັບການຮັ​ບ​ຮອງ​ເອົາຈາກ UNESCO ເປັນເຂດສະຫງວນຊີວະນາໆພັນໂລກ

07:31 | 17/04/2022

ຍ​ສ​ໝ - ວັນ​ທີ 14 ເມ​ສາ, ຢູ່​ປ່າ​ສະ​ຫງວນ​ແຫ່ງ​ຊາດ ນ໊ຍ​ຈົ໊ວ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ນິງ​ທ້ວນ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ໃບ​ຢັ້ງ​ຢືນ​ເຂດ​ສະ​ຫງວນ​ຊີວະ​ນາໆ​ພັນ​ໂລກ ນຸ໊ຍຈົ໊ວ…

ຮ່າ​ຢາງ​ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ລະ​ດັບ​ຊາດ​ຕື​່ມ​ອີກ 2 ແຫ່ງ ຮ່າ​ຢາງ​ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ລະ​ດັບ​ຊາດ​ຕື​່ມ​ອີກ 2 ແຫ່ງ
ຫວຽດ​ນາມ ເຂົ້າ​ຮ່ວມ​ສະ​ພາ​ບໍ​ລິ​ຫານ​ງານ​ຊຸດ​ທີ 214 ຂອງ UNESCO ຫວຽດ​ນາມ ເຂົ້າ​ຮ່ວມ​ສະ​ພາ​ບໍ​ລິ​ຫານ​ງານ​ຊຸດ​ທີ 214 ຂອງ UNESCO
ປ່າ​ສະ​ຫງວນ​ແຫ່ງ​ຊາດ ນຸ໊ຍ​ຈົ໊ວ​ ໄດ້ຮັບການຮັ​ບ​ຮອງ​ເອົາຈາກ UNESCO ເປັນເຂດສະຫງວນຊີວະນາໆພັນໂລກ
ພິ​ທີ​ມອບ​ຮັບ (ພາບ: TTXVN)

ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 33 ສະ​ພາ​ປະ​ສານ​ງານ​ສາ​ກົນ ໂຄງ​ການ​ມະ​ນຸດ ແລະ ຊີ​ວະ​ນາໆ​ພັນ ທີ່ຈັດ​ຕັ້ງ​ໃນ​ລະ​ຫວາງວັນ​ທີ 13 – 17 ກັນ​ຍາ ປີ 2021 ຢູ່ Abuja (Nigeria), ເອ​ກະ​ສານ ​ສະ​ເໜີເຂດສະຫງວນຊີວະນາໆພັນໂລກ ​ນຸ໊ຍຈົ໊ວ, ແຂວງ ນິງ​ທ້ວນ ໄດ້ຮັບການຮັບຮອງ ແລະ ຮັບຮອງເອົາຢ່າງເປັນທາງການຈາກອົງການການສຶກສາ, ວັດທະນະທຳ ແລະ ວິທະຍາສາດຂອງສະຫະປະຊາຊາດ (UNESCO) ​ໃຫ້ເປັນເຂດປ່າສະຫງວນຊີວະນາໆພັນໂລກ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ເລ​ຮ​ວຽນ - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ນິງ​ທ້ວນ ໃຫ້​ຮູ້​ວ່າ ນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ແຂວງ​ນິງ​ທ້ວນ. ທາງ​ແຂວ​ງ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ລາຍ​ການ, ມາດ​ຕະ​ການ​ປົກ​ປ້ອງ, ຟື້ນ​ຟູ​ລະ​ບົບນິ​ເນດ​ເຂດ​ຊີ​ວະ​ນາໆ​ພັນ​ໂລກ ນຸ໊ຍ​ຈົ໊ວ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ລະ​ບົບ​ນິ​ເວດ ຂອງ​ເຂດ​ຊີ​ວະ​ນາໆ​ພັນ, ການ​ທ່ອງ​ທ່ຽວ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ສຶກ​ສາ​ສິ່ງ​ແວດ​ລ້ອມ​ພ້ອມ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງ​ຊົນ​ເຜົ່າ​ຈຳ, Raglai.

ທ່ານ ເຈິ່ນ​ວັນ​ຕ​ຽບ​, ຫົວ​ໜ້າ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ນຸ໊ຍຈົ໊ວ ​ໃຫ້​ຮູ້​ວ່າ ຮ່ອງ​ຮອຍທິວທັດ​ທຳ​ມະ​ຊາດແຫ່ງ​ຊາດ ອ່າວ​ວິງ​ຮີ ນອນ​ໃນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ນຸ໊ຍຈົ໊ວ. ການ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້​ໄດ້​ຮັບ​ການ​ຂຸດ​ຄົ້ນ​ລະ​ດັບ​ສູງ​ໃນ​ລະ​ດູ​ແລ້ງ. ການ​ທ່ອງ​ທ່ຽວ​ຢູ່​ທີ່​ນີ້​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ເຂດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ສ​ະ​ເພາະ, ບໍ່​ເຂົ້າ​ເຂດ​ຊີ​ວະ​ນາໆ​ພັນ ທີ່​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຢ່າງ​ເຂັ້ມ​ງວດ. ສິ່ງ​ນີ້​ເພື່​ອ​ຮັບ​ປະ​ກັນ​ການ​ຟື້ນ​ຟູ​ຂອງ​ລະ​ບົບ​ນິ​ເວດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.