ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນແນວລາວສ້າງຊາດ ແຂວງຈຳປາສັກ ນຳໂດຍ ສະຫາຍ ນາງ ວາດສະໜາ ສີລິມາ ຄະນະປະຈຳພັກແຂວງ, ປະທານຄະນະກຳມະການແນວລາວສ້າງຊາດ ແຂວງ ຈຳປາສັກ ໄດ້ໄປຢ້ຽມຢາມ ແລະ ພົບປະແລກປ່ຽນປະສົບການກ່ຽວກັບວຽກງານແນວໂຮມກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ກວາງຫງາຍ.
ຍສໝ - ທີ່ການພົບປະຢູ່ຫ້ອງວ່າການຄະນະພັກແຂວງ, ທ່ານເລຂາຄະນະພັກແຂວງ ເລເຈື່ອງລຶວ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອທ່ານ Nikorndej Balankura - ເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເທື່ອທຽນເຫ້ວ, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບສະພາບດ້ານເສດຖະກິດ-ສັງຄົມຂອງແຂວງ.
ຍສໝ - ດົ່ງນາຍ ພວມດຶງດູດນັກທ່ອງທ່ຽວໄວໜຸ່ມເລືອກເຟັ້ນໄປທ່ອງທ່ຽວໄລຍະສັ້ນໃນທ້າຍລະດູຮ້ອນ.
ຫວ່າງແລ້ວນີ້, ທີ່ກອງບັນຊາການທະຫານຊາຍແດນແຂວງກອນຕຸມ, ສະຫາຍພັນເອກພິເສດ ເລກ໊ວກຫວຽດ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງ ກອນຕຸມ ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ນໍາໂດຍສະຫາຍພັນເອກ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື.
ຍສໝ-ຫ່າງໄກຈາກບ້ານເກີດເມືອງນອນ, ມາສຶກສາຮ່ຳຮຽນຢູ່ຫວຽດນາມ, ບັນດານັກສຶກສາລາວກໍໄດ້ຮັບຄວາມເອົາໃຈໃສ່, ແບ່ງປັນຂອງບັນຄູອາຈານ, ເພື່ອນມິດຫວຽດນາມ. ຄວາມຮັກແພງນັ້ນຊ່ວຍເຂົາເຈົ້າຫຼຸດຜ່ອນຄວາມຄິດຮອດຄິດເຖິງບ້ານ, ອຸ່ນອ່ຽນສຶກສາຮໍ່າຮຽນ.
ຍສໝ-ໃນຫຼາຍປີມານີ້, ຄູ ຕະທິຕວານ, ຄູ ຫງວຽນແທັ່ງຫງອກ ແລະ ບັນດາຄູອາຈານຄົນຫວຽດນາມ ໄດ້ໝົກໝຸ້ນກັບການນຳເອົາພາສາຫວຽດ ມາສູ່ປະເທດລາວ, ສ້າງຂົວຕໍ່ພາສາເພື່ອເຊື່ອມຕໍ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດ.
ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 (AMM-55) ພວມຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ, ປະເທດ ກຳປູເຈຍ. ໄປຄຽງຄູ່ກັບຄຳຢຶນຢັນຕັດສິນໃຈຜັນຂະຫຍາຍແຜນການກໍ່ສ້າງປະຊາຄົມ, ສ້າງວິໄສທັດ ອາຊຽນ ຫຼັງປີ 2025, ອາຊຽນ ສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບ, ຮັກສາຄວາມສາມັກຄີ, ຮັກສາບົດບາດເປັນໃຈກາງໃນການຮ່ວມມື, ສ້າງສັນ ແລະ ປົກປັກຮັກສາສັນຕິພາບ.
ຍສໝ - ໃນເວລາຢ້ຽມຢາມສະມາຄົມຂະແມ-ຫວຽດນາມ ແຂວງ Siem Reap, ຜູ້ຄະນະຜູ້ແທນໄດ້ຢ້ຽມຢາມຖາມຂ່າວ, ສົ່ງຄໍາອວຍພອນອັນດີງາມ ເຖິງຜູ້ແທນເຂົ້າຮ່ວມການພົບປະ, ຊາວຫວຽດນາມ ອາໄສຢູ່ກໍາປູເຈຍ.
ຕອນເຊົ້າວັນທີ 3 ສິງຫາ, ຄະນະໂຄສະນາສຶກສາແຂວງແທັງຮວາ ແລະຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຈັດຕັ້ງການພົບປະເຈລະຈາ, ແບ່ງປັນບົດຮຽນວຽກງານໂຄສະນາສຶກສາລະຫວ່າງສອງແຂວງ.
ຍສໝ-ຕອນບ່າຍວັນທີ 1 ສິງຫາ, ທີ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ ໄດ້ຈັດກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງການຕ່າງປະເທດການຮ່ວມມືແມ່ຂອງ - ແມ່ນໍ້າຄົງຄາ (MGC) ດ້ວຍການເຂົ້າຮ່ວມຂອງບັນດາປະເທດຄື ອິນເດຍ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.
ທີ່ການເຮັດວຽກ, ເຈົ້າແຂວງແຂວງ ສະຫວັນນະເຂດ ຫວັງວ່າ, ໄລຍະຈະມາເຖິງ, ສອງທ້ອງຖິ່ນ ຈະສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ.
ຍສໝ-ຫວ່າງແລ້ວນີ້, ອົງການການຄ້າສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ສົມທົບກັບກຸ່ມບໍລະສັດໃຫຍ່ຂົນສົ່ງທາງທະເລ ຫວຽດນາມ (VIMC) ໄດ້ຈັດຕັ້ງກອງປະຊຸມທາງໄກ ເປີດສາຍກໍາປັ່ນທະເລເພື່ອເຊື່ອມຕໍ່ພາກກາງ ຫວຽດ ນາມ ກັບ ອິນເດຍ ແລະ ຄາດວ່າຈະເຊື່ອມຕໍ່ກັບ Bangladesh.
ຍສໝ-ຕອນເຊົ້າວັນທີ 28 ກໍລະກົດ, ທີ່ນະຄອນ ໂຮ່ຈີມິນ, ຄະນະອຳນວຍການສະໂມສອນ “ເພື່ອເຈື່ອງຊາ - ຮ່ວາງຊາ ທີ່ຮັກແພງ” ໄດ້ຈັດຕັ້ງການປະຊຸມຂ່າວເພື່ອຕີລາຄາໝາກຜົນທີ່ບັນລຸໄດ້ໃນ 10 ປີແຫ່ງການປະຕິບັດໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” (14 ສິງຫາ 2012 – 14 ສິງຫາ 2022).
ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາເນັ້ນໜັກວ່າ ຈີນ ພວມຊຸກຍູ້ສະພາບໃໝ່ຢູ່ທະເລຕາເວັນອອກ, ບໍ່ເຄົາລົບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ.
ຍສໝ - ຫວ່າງແລ້ວນີ້, ອົງການຄຸ້ມຄອງຄວາມປອດໄພທາງທະເລ ແຂວງໄຫໜານ, ຈີນ ປະກາດວ່າ ຫ້າມກຳປັ່ນເຂົ້າ-ອອກໃນຂົງເຂດທີ່ກວ້າງກວ່າ 60.000 ກິໂລຕາແມັດ ເພື່ອຮັບໃຊ້ການຊ້ອມຮົບແຕ່ວັນທີ 16-20 ກໍລະກົດນີ້.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມ, ສະມາຄົມນັກສຶກສານະຄອນຮ່າໂນ້ຍ ໄດ້ຈັດຕັ້ງພິທີອອກເຄື່ອນທັບ “ການເດີນທາງຈາລຶກບຸນຄຸນ - ນັກສຶກສາກັບທະເລ ແລະ ໝູ່ເກາະປະເທດຊາດ” ປີ 2022 ເພື່ອສະແດງຄວາມຮູ້ບຸນຄຸນເຖິງບັນດາລູກຫຼານດີເດັ່ນຂອງປະເທດຊາດ ທີ່ເສຍສະຫຼະຢ່າງກ້າຫານ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ເອກະພາບປະເທດຊາດ, ສ້າງສາ ແລະ ປົກປັກຮັກສາຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ໂດຍຢ້ຽມຢາມຖາມຂ່າວ, ໄປມາເປັນປະຈໍາ; ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາທີ່ຫຍຸ້ງຍາກ, ລຳບາກ; ເຂົ້າຮ່ວມການປົກປັກຮັກສາເສັ້ນຊາຍແດນ, ຫຼັກແດນ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຢ່າງຕັ້ງໜ້າ; ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ... ນີ້ແມ່ນໝາກຜົນອັນຕັ້ງໜ້າຈາກການຜັນຂະຫຍາຍຮູບແບບແຮກສ່ຽວລະຫວ່າງບ້ານຕໍ່ບ້ານສໍາລັບບັນດາບ້ານທີ່ມີເສັ້ນຊາຍແດນຮ່ວມກັນຂອງແຂວງ ກວາງຈີ້ (ຫວຽດນາມ) ກັບ 2 ແຂວງ ສະຫວັນນະເຂດ ແລະ ແຂວງ ສາລະວັນ (ລາວ). ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນນໍ້າໃຈສະໜິດຕິດພັນ, ແບ່ງປັນລະຫວ່າງປະຊາຊົນຢູ່ສອງຟາກຂອງຊາຍແດນ, ເຮັດໃຫ້ສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ ມີຊີວິດຊີວາກວ່າອີກ.
ຍສໝ - ແຕ່ວັນທີ 14 – 15 ກໍລະກົດ, ມີການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຫຼາຍຢ່າງລະຫວ່າງເມືອງ ເກວ້ຟອງ (ແຂວງ ເງ້ອານ) ແລະ ເມືອງ ເມືອງກວັນ, ເມືອງຊຳໃຕ້, ແຂວງຫົວພັນ (ລາວ).
ຍສໝ - ພະນັກງານ, ນັກຮົບບັນດາກົມກອງຂອງທະຫານປ້ອງກັນຊາຍແດນກ໋ວາງບິ່ງ ໄດ້ຫັກເງິນເດືອນໜຶ່ງວັນ, ເງິນອຸດໜູນ, ຮຽກຮ້ອງແຫຼ່ງທຶນຈາກສັງຄົມສ້າງງົບປະມານ ແລະ ເຂົ້າຮ່ວມການຜັນຂະຫຍາຍກໍ່ສ້າງບັນດາໂຄງການ.
ຍສໝ-ວັນທີ 11 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ໂພໄຊ ໄຂຄຳພິທູນ ໄດ້ມີການຕ້ອນຮັບທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ ຫຼວງພະບາງ (ລາວ).
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາທີ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ...
ໂດຍປະຕິບັດແຜນນະໂຍບາຍໃຫຍ່ຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ, ບັນດາກົມກອງໃນທົ່ວກຳລັງໄດ້ຜັນຂະຫຍາຍການປະຕິບັດໂຄງການ “ຊ່ວຍນ້ອງໄປໂຮງຮຽນ” - “ລູກຮັກຄ້າຍທະຫານຊາຍແດນ” ຢ່າງແທດຈິງ, ມີປະສິດທິຜົນ. ພ້ອມກັບການຮັບອຸປະກາລະລູກນ້ອງປະຊາຊົນໃນບໍລິເວນແລ້ວ, ພະນັກງານ, ນັກຮົບທະຫານຊາຍແດນຍັງ “ຊ່ວຍນັກຮຽນ” ປະສົບກັບຄວາມທຸກຍາກຫຼາຍຄົນຢູ່ບັນດາບ້ານຕິດກັບຊາຍແດນຂອງປະເທດບ້ານໃກ້ເຮືອນຄຽງ (ລາວ, ກຳປູເຈຍ) ອີກດ້ວຍ.
ສະມາຊິກຊາວໜຸ່ມເກືອບ 100 ຄົນຂອງບັນດາກົມກອງ ແລະພະນັກງານ, ນັກຮົບຄ້າຍຕຳຫຼວດຕາວ່າງ, ກອງຮ້ອຍປ້ອງກັນຊາຍແດນ 531 ກອງບັນຊາການທະຫານແຂວງເຊກອງ ໄດ້ຈັດຕັ້ງການເຮັດອະນາໄມເຂດຫຼັກໝາຍຊາຍແດນເລກທີ 666 ແລະເຂດດ່ານຊາຍແດນອາເດິດ-ຕາວ່າງ.
ຍສໝ - ມາຮອດບັກຢາງ ແຂກທ່ອງທ່ຽວສາມາດໄປຢ້ຽມຢາມວັດໂບ໊ດ່າ, ເຂດປູສະນີຍະສະຖານປະຫວັດສາດໄຊຊະນະ ເຊືອງຢາງ...
ງານວາງສະແດງໄດ້ແນະນຳຮູບຖ່າຍ 300 ກວ່າແຜ່ນ, ໃນນັ້ນມີ 80 ກວ່າແຜ່ນແມ່ນກ່ຽວກັບປະຊາຄົມອາຊຽນ ແລະ ປະມານ 200 ແຜ່ນກ່ຽວກັບຊົນເຜົ່າ, ສາສະໜາ, ເອກະສານ.
ຕອນຄ່ຳວັນທີ 5 ກໍລະກົດ, ທ່ານພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຈັດຕັ້ງການພົບປະ, ຕ້ອນຮັບທ່ານ ຫວໍຈ້ອງຫາຍ ປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ແລະຄະນະປະຕິບັດງານແຂວງຮ່າຕິ້ງ ທີ່ໄປຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ.
ຍສໝ - ທ່ານ ໂດ໊ຮຸ່ງຫວຽດ ໄດ້ສະແດງຄວາມຊົມເຊີຍທ່ານ ປອ ອານຸລັກ ກິດຕິຄຸນ ທີ່ໄດ້ດຳລົງຕຳແໜ່ງເປັນຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາ ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ໄລຍະ 2022-2024.
ລາຍການກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບຂອບຂວັນໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ປະຊາຊົນ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນຫຼວງ ວຽງຈັນ ແມ່ນການເຄື່ອນໄຫວປະຈຳປີ, ມີຄວາມໝາຍນະນຸດສະທໍາ, ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ສະແດງຄວາມເອົາໃຈໃສ່ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ທີ່ມີຕໍ່ຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຕອບສະໜອງ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມປີ 2022”, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ - ລາວ ...
ສຳລັບເລື່ອງ ໄຕ້ຫວັນ ດຳເນີນການຍິງລູກປືນແທ້ຢູ່ເຂດທະເລອ້ອມເກາະ ບາບີ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ.