ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ

23:31 | 19/07/2022

ຍ​ສ​ໝ - ແຕ່ວັນທີ 14 – 15 ກໍລະກົດ, ມີການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຫຼາຍຢ່າງລະຫວ່າງເມືອງ ເກວ້ຟອງ (ແຂວງ ເງ້ອານ) ແລະ ເມືອງ ເມືອງກວັນ, ເມືອງຊຳໃຕ້, ແຂວງຫົວພັນ (ລາວ).

ທ​ະ​ຫານ​ປ້ອງ​ການ​ຊາດ ກ໋​ວາງ​ບິ່ງ​ນຳ​ແສງ​ສະ​ຫວ່າງ​ມາ​ຍັງ​ເຂດ​ຊາຍ​ແດນ​ປະ​ເທດ​ລາວ ທ​ະ​ຫານ​ປ້ອງ​ການ​ຊາດ ກ໋​ວາງ​ບິ່ງ​ນຳ​ແສງ​ສະ​ຫວ່າງ​ມາ​ຍັງ​ເຂດ​ຊາຍ​ແດນ​ປະ​ເທດ​ລາວ
ງານ​ວາງ​ສະ​ແດງ “ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ເຂດ​ຊາຍ​ແດນ ແລະ ຄວາມ​ສາ​ມັກ​ຄີ​, ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ” ຈະ​ຈັດ​ຂຶ້ນ​ຢູ່ແຂ​ວງ ດ້ຽນ​ບຽນ ງານ​ວາງ​ສະ​ແດງ “ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ເຂດ​ຊາຍ​ແດນ ແລະ ຄວາມ​ສາ​ມັກ​ຄີ​, ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ” ຈະ​ຈັດ​ຂຶ້ນ​ຢູ່ແຂ​ວງ ດ້ຽນ​ບຽນ
ຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢູ່​ເຂດ​ຊາຍ​ແດນ​ແຂວງ ເກວ້​ຟອງ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ (ພາ​ບ: baoquocte.vn)

ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບໄດ້ຮັບການຈັດຕັ້ງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022).

​ເຂົ້າ​ຮ່ວມ​ງານມີ​ຜູ້ຕາງໜ້າ​ການ​ນຳພະ​ແນກ​ການ​ຕ່າງປະ​ເທດ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງເງະ​ອານ. ຢູ່​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້ຫວນ​ຄືນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ.

ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ແມ່​ນ້ຳ​ລຳ​ເຊສາຍດ​ຽວ​ກັນ, ​ມີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ​ໂດຍ​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານ​ ໄກສອນ ພົມວິຫານ ​ແລະ ປະຊາຊົນ​ສອງ​ປະ​ເທດພ້ອມກັນເພີ່ມພູນຄູນສ້າງ ແລະ ​ພັດທະນາ.

​ເມືອງເກວ້​ຟອງໄດ້​ຊ່ວຍ​ເຫຼືອ​ບັນດາ​ເມືອງ​ໃກ້​ຄຽງກ່ຽວ​ກັບ ວັດຖຸ​ອຸປະກອນ, ງົ​ບ​ປະ​ມານ​ກໍ່ສ້າງ​ໃນ​ຫຼາຍ​ໂຄງການ. ນອກຈາກນັ້ນ, ກໍາລັງປະກອບອາວຸດສອງຟາກຊາຍແດນກໍ່ສົມທົບກັນຢ່າງແໜ້ນແຟ້ນໃນການລາດຕະເວນ, ຄວບຄຸມ, ປ້ອງກັນຊາຍແດນ, ສະກັດກັ້ນອາດຊະຍາກໍາທຸກປະເພດ; ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ສະໜັບສະໜູນ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19…

ພາຍຫຼັງກອງປະຊຸມສຳມະນາ, ເມືອງ ເກວ້ຟອງ ແລະ ເມືອງ ເມືອງ​ກວັນ, ເມືອງ ຊຳໃຕ້ ໄດ້ສືບຕໍ່ຈັດຕັ້ງການພົບປະແລກປ່ຽນ ແລະ ແຂ່ງຂັນກິລາຄື: ບານສົ່ງ, ເປຕັງ; ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ດ້ວຍ​ຄວາມ​ຮັກ​ແພງ, ຄວາມ​ສາມັກຄີ, ມິດຕະພາບ​ແບບ​ພິ​ເສດ​ຢູ່​ຫວຽດນາມ - ລາວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.