ຄູ ຕ້າຖີ້ຕວານ ແລະ ນັກຮຽນ ຢູ່ ສູນພາສາຫວຽດ ທີ່ ສາລະວັນ, ລາວ (ພາບ: ຕ້າຕວານ ). |
ຄູຫວຽດນາມ ຢູ່ປະເທດລາວ
ເດືອນກໍລະກົດ ປີ 2022, ເຊິ່ງເປັນຄັ້ງທຳອິດ ບັນດານັກຮຽນຂອງສູນພາສາຫວຽດ ທີ່ ສາລະວັນ, ລາວ ໄດ້ເຂົ້າຮ່ວມການສອບເສັງກາງພາກວິຊາການອ່ານພາສາຫວຽດທີ່ມີບົດແປ. ໂດຍເພື່ອກະກຽມໃຫ້ການສອບເສັງ, ເປັນເວລາຫຼາຍຄືນ, ຄູ ຕະທິຕວານ (ອາຍຸ 66 ປີ, ຄູສອນຂອງສູນພາສາ) ໄດ້ຄົ້ນຄິດກ່ຽວກັບຄຳຖາມຈະເຮັດຈັ່ງໃດເພື່ອຊ່ວຍໃຫ້ນ້ອງໆນັກຮຽນທັງເຂົ້າໃຈ ແລະ ຮູ້ສຶກໄດ້ເຖິງຄວາມງາມ ແລະ ຄວາມໜ້າສົນໃຈຂອງພາສາຫວຽດ ທັງບໍ່ຢາກເຮັດຍາກເຂົາເຈົ້າ. ດັ່ງນັ້ນ, ໝາກຜົນຂອງນັກຮຽນສ່ວນຫຼາຍແມ່ນແປໄດ້ຂ້ອນຂ້າງດີ, ນັກຮຽນຫຼາຍຄົນໄດ້ຄະແນນສູງເຊັ່ນ ຄໍາມະນີວົງ ລັນນີ (9.5 ຄະແນນ), ສີອໍາພອນ ພິງ (9.5 ຄະແນນ)...
ໂດຍແບ່ງປັນກ່ຽວກັບວິວັດການສອນພາສາຫວຽດ ຢູ່ປະເທດລາາວ, ຄູ ຕະທິຕວານ ໃຫ້ຮູ້ວ່າ: ຂ້າພະເຈົ້າມັກເວົ້າຢອກກັບທຸກຄົນວ່າ ນັ້ນແມ່ນວິວັດການ “ທັງສອນ ທັງຂູ່ ເພື່ອເຮັດໃຫ້ນັກຮຽນຮູ້ສຶກກັງວົນຫຼາຍແລ້ວຕ້ອງຮຽນ”. ພາສາຫວຽດຍາກເພາະວ່າມີວັນນະຍຸດຫຼາຍ, ການອອກສຽງ ແລະ ໄວຍະກອນກໍມີຄວາມແຕກຕ່າງຈາກພາສາລາວ. ໃນເວລາສອນ, ມັກຈະເວົ້າຊ້າໆ, ຊັດເຈນ, ອອກສຽງທາງພາກເໜືອ ເພື່ອໃຫ້ນັກຮຽນເຂົ້າໃຈງ່າຍ. ບາງເທື່ອຂ້າພະເຈົ້າກໍໃຊ້ຄໍາສັບທີ່ປະກົດໃໝ່ໃນສັງຄົມເພື່ອສ້າງບັນຍາກາດທີ່ເບີກບານມ່ວນຊື່ນໃຫ້ຫ້ອງຮຽນ. ບັນດານ້ອງໆນັກຮຽນມັກເວົ້າກ່ຽວກັບຫົວຂໍ້ເຊັ່ນ ຄວາມຮັກ, ຄອບຄົວ, ການລະຫຼິ້ນ... ທຸກໆຄັ້ງທີ່ໃຊ້ຄຳສັບທີ່ປະກົດໃໝ່ໃນສັງຄົມ, ຂ້າພະເຈົ້າຈະອະທິບາຍ ແລະ ເວົ້າຄຳລາວພ້ອມ, ນັກຮຽນມັກຫຼາຍ, ທັງຕົບມື ແລະ ຫົວ.
ຄູ ຕວານ ປົກກະຕິກໍມັກພິມປຶ້ມແບບຮຽນພາສາຫວຽດ ເພື່ອມອບໃຫ້ນັກຮຽນ, ລົງບົດຮຽນຢູ່ເຟສບຸກເພື່ອເພີ່ມຄໍາສັບຂອງເຂົາເຈົ້າໃຫ້ອຸດົມສົມບູນ. ແຕ່ລະຫ້ອງຮຽນທີ່ ຄູຕວານ ສອນ ມີນັກຮຽນປະມານ 25 ຄົນ, ບາງຄົນມີອາຍຸ 50 ກວ່າປີ, ແຕ່ຈຸດລວມແມ່ນ ດຸໝັ່ນຂະຫຍັນພຽນ, ມີຄວາມຊື່ສັດ, ຂ່ຽມຄົມ ແລະ ພິເສດແມ່ນຮັກພາສາຫວຽດ.
ຄູ ຕວານ ໄດ້ຕິດພັນກັບສູນພາສາຫວຽດ ຢູ່ພາກກາງຂອງລາວ ເປັນເວລາ 4 ກວ່າປີແລ້ວ. ໃນປີ 2018, ພະແນກການຕ່າງປະເທດ ດາໜັງ ໄດ້ເຊີນເພິ່ນມາສອນພາສາຫວຽດ ຢູ່ສູນພາສາຫວຽດ ແຂວງເຊກອງ ເພາະເພິ່ນມີປະສົບການເປັນເວລາຫຼາຍປີ ຢູ່ມະຫາວິທະຍາໄລແຫ່ງຊາດ ດາໜັງ, ຮູ້ພາສາລາວ ແລະ ໄດ້ສອນນັກຮຽນຕ່າງປະເທດ, ຮັບນັກຮຽນຫຼາຍຄົນເປັນລູກລ້ຽງ.... ມາຮອດປີ 2019, ດາໜັງ ໄດ້ໜູນຊ່ວຍໃນການກໍ່ສ້າງ ແລະ ນຳ ສູນພາສາຫວຽດ ທີ່ ສາລະວັນ ເຂົ້ານຳໃຊ້, ສາວຄູ ຕວານ ໄດ້ຕິດພັນກັບສູນຕັ້ງແຕ່ນັ້ນມາຮອດປັດຈຸບັນ.
ໂດຍຫ່າງໄກຈາກຄອບຄົວໃນຕອນອາຍຸ 60 ປາຍປີ ເພື່ອສອນພາສາຫວຽດ, ເຖິງວ່າຢູ່ບ້ານກໍໄດ້ຮັບການເຊື້ອເຊີນຈາກມະຫາວິທະຍາໄລ, ວິທະຍາໄລ ແລະ ສູນຫຼາຍແຫ່ງ ດ້ວຍລາຍຮັບທີ່ດີ, ແຕ່ ຄູຕວານ ບໍ່ມີເວລາໃດທີ່ມີຄວາມຮູ້ສຶກເສຍດາຍ.
“ທຸກໆຄັ້ງຂຶ້ນຫ້ອງ, ຫລຽວເຫັນສາຍຕາທີ່ຕັ້ງໃຈຟັງອະທິບາຍບົດຮຽນ, ຫົວກົ້ມເຮັດບົດຝຶກຫັດ, ໄດ້ຟັງຄຳຕອບທີ່ດີໆ, ສຽງຫົວທີ່ມ່ວນຊື່ນ, ສຽງທີ່ປະສົມປະສານລະຫວ່າງພາສາຫວຽດ ແລະ ພາສາລາວ, ຂ້າພະເຈົ້າຮູ້ສຶກມີຄວາມສຸກ, ມີແຮງເພື່ອສອນໜັງສື", ຄູ ຕວານ ແບ່ງປັນ.
ສອນພາສາຫວຽດ ຢູ່ຫ້ອງຮຽນ, ໄປປ່າກັບຄົນລາວ
ຄູ ຫງວຽນແທັ່ງຫງອກ (ມະຫາວິທະຍາໄລວິທະຍາສາດ - ມະຫາວິທະຍາໄລ ໄທ ງວຽນ) ໄດ້ໄປສອນພາສາຫວຽດ ຢູ່ແຂວງຫຼວງນ້ຳທາ ຖືກໃນໄລຍະໂລກລະບາດ Covid-19 ມີການຜັນແປສັບສົນ.
ໂດຍແລກປ່ຽນກັບນັກຂ່າວ, ຄູຫງອກ ໃຫ້ຮູ້ວ່າ: “ຂ້າພະເຈົ້າຕ້ອງຜ່ານການກວດ Covid-19 ເປັນຫຼາຍຄັ້ງ, ກັກບໍລິເວນ ແລະ ໄດ້ເດີນທາງເກືອບ 2.000 ກິໂລແມັດຈາກຫວຽດນາມ ເພື່ອມາໂຮງຮຽນທີ່ຂ້າພະເຈົ້າກໍາລັງເຮັດວຽກ. ບາງເທື່ອ, ໃນຂະນະທີ່ກໍາລັງສອນ, ທັງໂຮງຮຽນຕ້ອງໂຈະຊົ່ວຄາວ ເພາະມີຄູອາຈານ ຫຼື ນັກຮຽນຢູ່ໃນໂຮງຮຽນ ຕິດເຊື້ອໂຄວິດ-19. ເຖິງຢ່າງໃດກໍຕາມ, ດ້ວຍຄວາມຮັກ ແລະ ຄວາມຮັບຜິດຊອບຕໍ່ວຽກງານ, ຂ້າພະເຈົ້າ ກໍຄື ບັນດາຄູອາຈານຫວຽດ ກໍໄດ້ຜ່ານຜ່າຄວາມຫຍຸ້ງຍາ ເພື່ອສາມາດນຳເອົາໜັງສືມາສູ່ນັກຮຽນລາວ, ປະກອບສ່ວນເຂົ້າໃນການຮັດແໜ້ນນ້ຳໃຈສາມັກຄີ ມິດຕະພາບ ຫວຽດນາມ - ລາວ”.
ປັດຈຸບັນ, ຄູ ຫງອກ ໄດ້ສອນ 8 ຫ້ອງ ຊັ້ນມັດທະຍົມປາຍ (ຫ້ອງ ມ. 6 ແລະ ມ.7) ແລະ ຫ້ອງພະນັກງານຂັ້ນເມືອງຫ້ອງໜຶ່ງ. ທີ່ແຂວງຫຼວງນ້ຳທາ, ຄູ ຫງອກ ໄດ້ມີການພົບປະກັບບັນດານ້ອງນັກຮຽນ ກໍຄື ປະຊາຊົນຂອງຊົນເຜົ່າສ່ວນໜ້ອຍຄື: ມູເຊີ, ອາຄາ, ເຄີມູ... ນອກຈາກເວລາສອນພາສາຫວຽດ ຢູ່ໃນຫ້ອງແລ້ວ, ນາຍຄູຍັງໄດ້ໄປເຮັດສວນ, ໄປປ່າ, ໄປຢາມບ້ານ ແລະ ກິນເຂົ້າກັບຄົນລາວ, ໄປຫຼິ້ນບຸນປີໃໝ່ ແລະ ວັນບຸນຕ່າງໆກັບເຂົາເຈົ້າ…
ໂດຍເຫັນໄດ້ເຖິງຄວາມຫຍຸ້ງຍາກ, ລຳບາກຂອງນ້ອງໆນັກຮຽນ ກໍຄື ປະຊາຊົນຢູ່ແຂວງຫຼວງນ້ຳທາ, ຄູ ຫງອກ ໄດ້ຕາງໜ້າເພື່ອຮຽກຮ້ອງ ແລະ ຮັບເອົາເຄື່ອງອຸປະໂພກ, ເຄື່ອງນຸ່ງຫົ່ມ, ອາຫານ ແລະ ອື່ນໆ ຈາກບັນດາຄົນໃຈສັດທາ, ຄົນທີ່ຮູ້ຈັກເພື່ອມອບໃຫ້ບັນດານ້ອງໆນັກຮຽນ ແລະ ຄອບຄົວທີ່ມີສະພາບການຫຍຸ້ງຍາກ.
ໂດຍຮູ້ສຶກໄດ້ເຖິງຄວາມຈິງໃຈ ແລະ ຄວາມຫ້າວຫັນຂອງຄູ ຫງອກ, ປະຊາຊົນຢູ່ນີ້ ໃຜມີຜັກ, ປາ, ໄກ່ ກໍລ້ວນແຕ່ເອົາມາໃຫ້ເພິ່ນ. “ຂ້າພະເຈົ້າໄດ້ດໍາລົງຊີວິດຢູ່ໃນຄວາມຮັກແພງຂອງທຸກຄົນ, ບັນຫາໄລຍະຫ່າງທາງພູມີສາດ, ວັດທະນະທໍາ ເບິ່ງຄືວ່າຈະໄດ້ຖືກລົບໄປ” ຄູ ຫງອກ ໃຫ້ຮູ້.
ຄູ ຕວານ ແລະ ຄູ ຫງອກ ເປັນສອງໃນຈໍານວນອາຈານຫຼາຍຄົນທີ່ພວມສອນໜັງສືຫວຽດຢູ່ລາວ, ເພື່ອສ້າງຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດໂດຍຜ່ານຊ່ອງພາສາ. ພິເສດແມ່ນແຊກຊຶມເຂົ້າບົດຮຽນ ຫຼື ການແລກປ່ຽນໃນຊີວິດປະຈຳວັນ, ຄູ ຕວານ, ຄູ ຫງອກ ແລະ ບັນດາຄູອາຈານ ກໍລ້ວນແຕ່ສະໜອງຂໍ້ມູນຢ່າງຕັ້ງໜ້າກ່ຽວກັບປະຫວັດສາດ ແລະ ການພົວພັນອັນດີງາມລະຫວ່າງສອງປະເທດ. ບັນດາຄູອາຈານກໍແມ່ນທູດມິດຕະພາບ, ປະກອບສ່ວນເຂົ້າໃນການຊ່ວຍໃຫ້ການພົວພັນລະຫວ່າງຫວຽດນາມ ແລະ ລາວ ໄດ້ສະໜິດແຫນ້ນກວ່າອີກ.
ຫອມມາລາ