ໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” ແຜ່ກະຈາຍຄວາມຮັກແພງມາສູ່ນັກຮຽນ

10:19 | 02/08/2022

ຍສໝ-ຕອນເຊົ້າວັນທີ 28 ກໍລະກົດ, ທີ່ນະຄອນ ໂຮ່ຈີມິນ, ຄະນະອຳນວຍການສະໂມສອນ “ເພື່ອເຈື່ອງຊາ - ຮ່ວາງຊາ ທີ່ຮັກແພງ” ໄດ້ຈັດຕັ້ງການປະຊຸມຂ່າວເພື່ອຕີລາຄາໝາກຜົນທີ່ບັນລຸໄດ້ໃນ 10 ປີແຫ່ງການປະຕິບັດໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” (14 ສິງຫາ 2012 – 14 ສິງຫາ 2022).

ຫວຽດນາມ ຄັດຄ້ານການກະທຳລະເມີດອະທິປະໄຕ ຢູ່ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງເດັດຂາດ ຫວຽດນາມ ຄັດຄ້ານການກະທຳລະເມີດອະທິປະໄຕ ຢູ່ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງເດັດຂາດ
ການແຜ່ກະຈາຍຄວາມຮັກ ເຈື່ອງຊາ ໄປສູ່ຊາວຫວຽດນາມຢູ່ໃນທົ່ວໂລກ. ການແຜ່ກະຈາຍຄວາມຮັກ ເຈື່ອງຊາ ໄປສູ່ຊາວຫວຽດນາມຢູ່ໃນທົ່ວໂລກ.
ໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” ແຜ່ກະຈາຍຄວາມຮັກແພງມາສູ່ນັກຮຽນ
ພາບປະກອບ (ພາບ: Hà Giang/ nld.com.vn)

ຕອນເຊົ້າວັນທີ 28 ກໍລະກົດ, ທີ່ນະຄອນ ໂຮ່ຈີມິນ, ຄະນະອຳນວຍການສະໂມສອນ “ເພື່ອເຈື່ອງຊາ - ຮ່ວາງຊາ ທີ່ຮັກແພງ” ໄດ້ຈັດຕັ້ງການປະຊຸມຂ່າວເພື່ອຕີລາຄາໝາກຜົນທີ່ບັນລຸໄດ້ໃນ 10 ປີແຫ່ງການປະຕິບັດໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” (14 ສິງຫາ 2012 – 14 ສິງຫາ 2022), 10 ປີແຫ່ງກອງທຶນເພື່ອການສຶກສາ ວື່ອາຢິ໋ງ ເຊິ່ງໄດ້ນຳບັນດາຜູ້ແທນໄປຢ້ຽມຢາມທະຫານ ແລະ ປະຊາຊົນຢູ່ເກາະ ເຈື່ອງຊາ, ພ້ອມກັນນັ້ນ ກໍປຸກລະດົມບັນດາກິດຈະກໍາເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດນີ້.

10 ປີແຫ່ງ​ການ​ເດີນ​ທາງ​ເພື່ອເຊື່ອມ​ຕໍ່​ທະ​ເລ​ ແລະ ​ຝັ່ງ​ທະ​ເລ​ແມ່ນ​ການ​ເດີນ​ທາງແຫ່ງການ​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ ​ແລະ ​ຄວາມ​ຮັບ​ຜິດ​ຊອບ. ​ໃນຕະຫຼອດ​ການ​ເດີນທາງ​ນັ້ນ, ກອງທຶນເພື່ອການ​ສຶກສາ ວື່ອາຢິ໋ງ ​ແລະ ສະ​ໂມ​ສອນ “​ເພື່ອ​ ​ຮ່ວາງ​ຊາ - ​ເຈື່ອງ​ຊາ ທີ່​ຮັກ​ແພງ” ​ໄດ້​ເຊື່ອມ​ຕໍ່​ນ້ຳ​ໃຈ​ອັນ​ອົບ​ອຸ່ນ,ແຜ່ກະຈາຍຄວາມຮັກແພງ​ໄປ​ຍັງ​ບັນດາ​ສະຖານ​ທີ່​ "ຫົວຄື້ນຍອດລົມ”, ເຂດທີ່ຢູ່ເຂດນອກຝັ່ງໄກຂອງປະເທດຊາດ​, ດ້ວຍ​ການ​ກະທຳ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ.

ໂຄງການ​ໄດ້​ສ້າງ​ໂຮງຮຽນ 2 ​ແຫ່ງ​ຢູ່​ໝູ່​ເກາະ​ ເຈື່ອງ​ຊາ. ປີ 2021, ກອງ​ທຶນ​ເພື່ອ​ການ​ສຶກ​ສາ ວື່ອາຢິ໋ງ ແລະ ສະ​ໂມ​ສອນ “ເພື່ອ​ ​ຮ່​ວາງ​ຊາ - ເຈື່ອງ​ຊາ ທີ່​ຮັກ​ແພງ” ໄດ້​ເຂົ້າ​ຮ່ວມຢ່າງຕັ້ງໜ້າໃນການ​ໜູນ​ຊ່ວຍ​ແຖວ​ໜ້າ​ຕ້ານ ພະຍາດໂຄວິດ - 19 ດ້ວຍ​ຍອດ​ຈຳ​ນວນ​ກວ່າ 2 ຕື້​ດົ່ງ ພ້ອມ​ກັບ​ເຄື່ອງ​ໃຊ້ທີ່​ຈຳ​ເປັນ, ຜະ​ລິດ​ຕະ​ພັນ​ກະ​ເສດ, ເຂົ້າ​ສານ, ແພອັດປາກ ແລະ ອຸປະກອນການແພດ. ​ໂຄງການ​ກໍ​ຈັດ​ຕັ້ງໄດ້​ 13 ຄະນະ​ໄປຢ້ຽມຢາມທະຫານ ​ແລະ ປະຊາຊົນ​ຢູ່​ໝູ່​ເກາະ​ ເຈື່ອງ​ຊາ, ປະກອບສ່ວນ​ສະໜັບສະໜູນເປັນຈຳນວນ​ເງິນ​ເກືອບ 7,8 ຕື້​ດົ່ງ.

ຫອມມາລາ

ເຫດການ
302 Found

Found

The document has moved here.