ຫວຽດນາມ ຄັດຄ້ານການກະທຳລະເມີດອະທິປະໄຕ ຢູ່ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງເດັດຂາດ

14:12 | 28/07/2022

ຍສໝ - ຫວ່າງແລ້ວນີ້, ອົງການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ທາງ​ທະ​ເລ ​ແຂວງ​ໄຫໜານ​, ​ຈີນ​ ປະກາດວ່າ ​ຫ້າມ​ກຳ​ປັ່ນ​ເຂົ້າ​-ອອກໃນຂົງເຂດ​ທີ່​ກວ້າງ​ກວ່າ 60.000 ກິ​ໂລ​ຕາ​ແມັດ ​ເພື່ອ​ຮັບ​ໃຊ້​ການ​ຊ້ອມ​ຮົບ​ແຕ່​ວັນ​ທີ 16-20 ກໍລະກົດ​ນີ້.

ງານວາງສະແດງ “ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ກາວບັງ ງານວາງສະແດງ “ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ກາວບັງ
ຫວຽດນາມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ຫວຽດນາມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ

ເຂດ​ນີ້ຕັ້ງຢູ່​ທັບ​ຊ້ອນ​ທາງ​ພາກ​ເໜືອ​ຂອງ​ໝູ່​ເກາະ ຮ່ວາງ​ຊາ ຂອງ​ຫວຽດ​ນາມ. ກ່ອນ​ໜ້າ​ທີ່ຈະແຈ້ງ​ຂໍ້​ມູນ​ດັ່ງກ່າວ, ຕອນ​ບ່າຍ​ວັນ​ທີ 21 ກໍລະກົດ​ນີ້, ທີ່​ກອງ​ປະຊຸມ​ຂ່າວ​ປະຈຳ, ທ່ານ​ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມທູ​ຮັ່ງ ຢືນຢັນ​ວ່າ: ຫຼັກໝັ້ນຂອງ​ຫວຽດນາມ ​ກ່ຽວ​ກັບ​ການ​ຊ້ອມ​ຮົບ​ຂອງ​ຈີນ ​ຢູ່​ໝູ່​ເກາະ​ຫວຽດນາມ​ ໄດ້​ກ່າວ​ມາ​ຫຼາຍ​ເທື່ອ​ແລ້ວ, ຫວ່າງ​ມໍ່ໆ​ມາ​ນີ້ ​ແມ່ນ​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 23 ມິຖຸນາ. ພວກ​ຂ້າພະ​ເຈົ້າ​ເດັດດ່ຽວ​ຄັດຄ້ານ​ບັນດາ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ຫວຽດນາມ ຄັດຄ້ານການກະທຳລະເມີດອະທິປະໄຕ ຢູ່ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງເດັດຂາດ
ຫວຽດນາມ ຄັດຄ້ານການກະທຳລະເມີດອະທິປະໄຕ ຢູ່ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງເດັດຂາດ. (ພາບ: baoquocte)

ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ: ການ​ເຄື່ອນ​ໄຫວ​ຂອງ​ຈີນ ​ໄປຝືນກັບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາຝ່າຍ ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ​ເຮັດ​ໃຫ້​ສະຖານະ​ການ​ສັບສົນ ​ແລະ ບໍ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຂະ​ບວນການ​ເຈລະຈາ​ ລະຫວ່າງ​ບັນດາ​ປະ​ເທດ ​ແລະ ສະມາຄົມບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແລະ ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.