ແຂວງກວາງງາຍ ແລະ ແຂວງຈໍາປາສັກ (ລາວ) ແລກປ່ຽນປະສົບການວຽກງານແນວໂຮມ

10:54 | 20/08/2022

ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນແນວລາວສ້າງຊາດ ແຂວງຈຳປາສັກ ນຳໂດຍ ສະຫາຍ ນາງ ວາດສະໜາ ສີລິມາ ຄະນະປະຈຳພັກແຂວງ, ປະທານຄະນະກຳມະການແນວລາວສ້າງຊາດ ແຂວງ ຈຳປາສັກ ໄດ້​ໄປ​ຢ້ຽມ​ຢາມ ແລະ ​ພົບ​ປະ​ແລກ​ປ່ຽນ​ປະ​ສົບ​ການ​ກ່ຽວ​ກັບ​ວຽກ​ງານແນວໂຮມກັບຄະນະກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແຂວງ ກວາງ​ຫງາຍ.

ຮັດແໜ້ນນຳ້ໃຈສາມັກຄີ, ມິດຕະພາບລະຫວ່າງເຍົາວະຊົນ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ ຮັດແໜ້ນນຳ້ໃຈສາມັກຄີ, ມິດຕະພາບລະຫວ່າງເຍົາວະຊົນ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ
ນະຄອນໂຮ່ຈີມິນ ແລະ ແຂວງຈໍາປາສັກ - ລາວ ຊຸກຍູ້ການຮ່ວມມືຢ່າງຮອບດ້ານ ນະຄອນໂຮ່ຈີມິນ ແລະ ແຂວງຈໍາປາສັກ - ລາວ ຊຸກຍູ້ການຮ່ວມມືຢ່າງຮອບດ້ານ

ທ່ານຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ແຂວງ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ຫວູ​ແທ່ງ​ອານ ​ແລະ ສະຫາຍ ນາງ ວາດ​ສະ​ໜາ ສີ​ລິ​ມາ ປະທານ​ຄະນະ​ກຳມະການ​ແນວ​ລາວ​ສ້າງ​ຊາດ ​ແຂວງ​ຈຳປາ​ສັກ ​ເປັນ​ປະທານ​ກອງ​ປະຊຸມ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ສະຫາຍ ຫວູ​ແທ່ງ​ອານ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ແນວ​​ລາວສ້າງຊາດ ​ແຂວງ​ຈຳປາ​ສັກ ທີ່ມາ​ຢ້ຽມຢາມ, ​ພົບປະເຈລະຈາ ​ແລະ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ແນວ​ໂຮມ​ປະ​ເທດ​ຊາດ ກວາງ​ຫງາຍ. ​ເຫດການ​ນີ້​ມີ​ຄວາມ​ໝາຍ​ພິ​ເສດ​ກວ່າ​ເມື່ອ​ສອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ສະ​ເຫຼີມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ.

ແຂວງກວາງງາຍ ແລະ ແຂວງຈໍາປາສັກ (ລາວ) ແລກປ່ຽນປະສົບການວຽກງານແນວໂຮມ
ແຂວງກວາງງາຍ ແລະ ແຂວງຈໍາປາສັກ (ລາວ) ແລກປ່ຽນປະສົບການວຽກງານແນວໂຮມ. (ພາບ:baoquangngai)

ສະຫາຍ ຫວໍ​ແທ່ງ​ອານ ຫວັງ​ວ່າ ຜ່ານ​ການ​​ພົບປະເຈລະຈາ ​ແລະ ​ແລກປ່ຽນ​ປະສົບ​ການ​ນີ້, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ກວາງ​ຫງາຍ ​ແລະ ຄະນະ​ກຳມະການ​ແນວ​ລາວສ້າງຊາດ​ ແຂວງ​ຈຳປາ​ສັກ ຈະ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ ​ແລະ ປະສົບ​ການ​ຫຼາຍ​ຢ່າງ​ໃນ​ວຽກ​ງານ​ແນວ​ໂຮມ, ຜ່ານ​ນັ້ນກໍ​ປະກອບສ່ວນ​ເຂົ້າ​ໃນ​ການ​​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ການ​ຮ່ວມ​ມື ​ແລະ ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ​ໂດຍ​ສະ​ເພາະ ​ແມ່ນ​ສອງ​ແນວໂຮມ​ຂອງ​ແຂວງ ກວາງ​ຫງາຍ ​ແລະ ​ແຂວງ​ຈຳປາ​ສັກ.

ປະຈຸ​ບັນ, ບົດບາດ​ຂອງ​ແນວ​ໂຮມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຢືນຢັນ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ​ແຂວງ​ເວົ້າ​ລວມ ​ແລະ ແນວ​ໂຮມ 2 ​ແຂວງ​ເວົ້າ​ສະ​ເພາະ ​ນັບ​ມື້​ນັບ​ຮັດ​ແໜ້ນ ​ແລະ ພັດທະນາ.

ທີ່​ການ​ພົບ​ປະ, ການ​ນຳ​ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ໝາກຜົນ​ການ​ປະຕິບັດ​ໜ້າ​ທີ່ ​ແລະ ວຽກ​ງານ​ຂອງ​ແນວ​ໂຮມ​ຢູ່​ແຕ່ລະ​ແຂວງ; ພ້ອມ​ກັນ​ນັ້ນ, ກໍ​ແບ່ງປັນ​ປະສົບ​ການ​ໃນ​ການ​ກໍ່ສ້າງ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ການ​ເຄື່ອນ​ໄຫວຂົນຂວາຍ ແລະ ຂະບວນການ​ຂອງ​ມະຫາຊົນ; ການ​ປະ​ສານ​ສົມທົບ​ລະ​ຫວ່າງ​ແນວ​ໂຮມ​ກັບ​ອົງ​ການ​ລັດ​ ແລະ ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ; ວຽກງານໂຄສະນາເຜີຍແຜ່…

ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ໄດ້​ປະກອບສ່ວນ​ຫຼາຍ​ຄຳເຫັນ, ​ຂໍ້​ສະ​ເໜີ​ວິທີ​ແກ້​ໄຂ ​ແລະ ປະສົບ​ການ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ ​ແລະ ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ສອງ​ແນວ​ໂຮມ​ແຂວງ ກວາງ​ຫງາຍ - ​ແຂວງ​ຈຳປາ​ສັກ.

ໂດຍຕາງໜ້າ​ໃຫ້​ຄະນະ, ສະຫາຍ ນາງ ວາດ​ສະ​ໜາ ສີ​ລິ​ມາ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ ລະຫວ່າງ​ສອງ​ອົງການ​ແນວ​ໂຮມ​ຂອງ​ສອງ​ແຂວງ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ກັນ​ນັ້ນ, ທ່ານນາງກໍ​ປາດ​ຖະໜາ​ວ່າ ສອງ​ແຂວງ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ, ປະກອບສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ສອງ​ແຂວງ ກວາງ​ຫງາຍ - ຈໍາປາສັກ ເວົ້າສະເພາະ.

ເນື່ອງໃນໂອກາດນີ້, ຄະນະຜູ້ແທນແນວລາວສ້າງຊາດແຂວງຈໍາປາສັກ ໄດ້ເຂົ້າຢ້ຽມຂ່ຳນັບການນໍາແຂວງກວາງ​ຫງາຍ; ຢ້ຽມຢາມ ​ແລະ ຖະຫວາຍ​ທູບ​ທຽນ​ຢູ່​ເຂດ​ອະນຸສອນ​ສະຖານ​ນາຍົກລັດຖະມົນຕີ ຟ້າ​ມວັນ​ດົ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.