“ຊ່ວຍນ້ອງໄປໂຮງຮຽນ” ຂ້າມຊາຍແດນ

14:03 | 12/07/2022

ໂດຍປະຕິບັດແຜນນະໂຍບາຍໃຫຍ່ຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ, ບັນດາກົມກອງໃນທົ່ວກຳລັງໄດ້ຜັນຂະຫຍາຍການປະຕິບັດໂຄງການ “ຊ່ວຍນ້ອງໄປໂຮງຮຽນ” - “ລູກຮັກຄ້າຍທະຫານຊາຍແດນ” ຢ່າງແທດຈິງ, ມີປະສິດທິຜົນ. ພ້ອມກັບການຮັບອຸປະກາລະລູກນ້ອງປະຊາຊົນໃນບໍລິເວນແລ້ວ, ພະນັກງານ, ນັກຮົບທະຫານຊາຍແດນຍັງ “ຊ່ວຍນັກຮຽນ” ປະສົບກັບຄວາມທຸກຍາກຫຼາຍຄົນຢູ່ບັນດາບ້ານຕິດກັບຊາຍແດນຂອງປະເທດບ້ານໃກ້ເຮືອນຄຽງ (ລາວ, ກຳປູເຈຍ) ອີກດ້ວຍ.

ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກ ການຄ້າອີເລັກໂທຣນິກ ຂ້າມຊາຍແດນ: ວິທີແກ້ໄຂເພື່ອຊຸກຍູ້ການສົ່ງອອກ
ຜ່ານສະຫຼຸບສັງລວມ ຂອງການຜັນຂະຫຍາຍສ້າງເຂດເສດຖະກິດ-ການຄ້າ ຂ້າມຊາຍແດນ ລາວບາວ - ແດນສະຫວັນ ຜ່ານສະຫຼຸບສັງລວມ ຂອງການຜັນຂະຫຍາຍສ້າງເຂດເສດຖະກິດ-ການຄ້າ ຂ້າມຊາຍແດນ ລາວບາວ - ແດນສະຫວັນ
“ຊ່ວຍນ້ອງໄປໂຮງຮຽນ” ຂ້າມຊາຍແດນ
ພະນັກງານຄ້າຍທະຫານຊາຍແດນທົງທູ້, ທະຫານຊາຍແດນເງະອານ ມອບເງິນໜູນຊ່ວຍຂອງໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກຮັກຄ້າຍທະຫານຊາຍແດນ” ໃຫ້ນ້ອງ ວື່ເກຍຢົ່ວ, ນັກຮຽນ ປ3, ໂຮງຮຽນປະຖົມສຶກສານ້ຳໃຕ້. ພາບ: ຟອງເກີ່ມ.

“ມອບໜັງສື, ສ້າງຄວາມມຸ່ງຫວັງ”

ຢູ່ຕາມເສັ້ນຊາຍແດນປະເທດເຮົາມີພູມສັນຖານ, ດິນຟ້າອາກາດຮ້າຍແຮງ, ພື້ນຖານໂຄງລ່າງຍັງອ່ອນດ້ອຍ, ສ່ວນຫຼາຍແມ່ນບ່ອນດຳລົງຊີວິດຂອງປະຊາຊົນບັນດາເຜ່ົາສ່ວນນ້ອຍ. ໃນຕະຫຼອດໄລຍະຍາວ, ພັກ, ລັດ ຍາມໃດກໍ່ມີຫຼາຍແຜນນະໂຍບາຍ, ນະໂຍບາຍເບິ່ງແຍງດູແລກໍ່ສ້າງເຂດຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ເຖິງຢ່າງໃດກໍ່ຕາມ, ດ້ວຍຫຼາຍເຫດຜົນທີ່ແຕກຕ່າງກັນ, ສະພາບການຢູ່ເຂດຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນນ້ັນມີປະຊາຊົນພາກສ່ວນໜຶ່ງຍັງນອນໃນເປົ້າໝາຍທຸກຍາກອຶດຫິວ. ໃນຄວາມຫຍຸ້ງຍາກລວມຂອງປະຊາຊົນເຂດຊາຍແດນ, ເດັກນ້ອຍຍາມໃດກໍ່ແມ່ນເປົ້າໝາຍດ້ອຍໂອກາດທີ່ສຸດ. ມີເດັກນ້ອຍຫຼາຍຄົນໃນເກນອາຍຸໄປຮຽນອາດຈະຕ້ອງປະຮຽນຍ້ອນຄອບຄົວປະສົບກັບຄວາມຫຍຸ້ງຍາກຫຼາຍ.

ນັບແຕ່ວັນສ້າງຕັ້ງຈົນມາຮອດປະຈຸບັນ, ພະນັກງານ, ນັກຮົບທະຫານຊາຍແດນຮຸ່ນຕ່າງໆ ຍາມໃດກໍ່ກຳນົດທິດນຳ “ຄ້າຍແມ່ນເຮືອນ, ຊາຍແດນແມ່ນບ້ານເກີດເມືອງນອນ, ປະຊາຊົນບັນດາເຜົ່າແມ່ນອ້າຍນ້ອງຄີງ”. ພ້ອມກັບວິວັດການປະຕິບັດໜ້າທີ່ປ້ອງກັນຊາຍແດນ, ບົນພື້ນຖານໃກ້ຊິດຕິດແທດກັບສະພາບຕົວຈິງ, ທະຫານຊາຍແດນ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງທີ່ມີປະສິດທິຜົນ ແລະແທດຈິງ, ປະກອບສ່ວນປັບປຸງລະບົບການເມືອງຮາກຖານ, ຊ່ວຍປະຊາຊົນພັດທະນາເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກລົບລ້າງຄວາມອຶດຫິວ. ທະຫານຊາຍແດນໄດ້ຜັນຂະຫຍາຍຫຼາຍລາຍການ, ຮູບແບບບັນລຸປະສິດທິຜົນສູງ, ປະກອບສ່ວນປ່ຽນແປງໂສມໜ້າເຂດຊາຍແດນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າສ່ວຍນ້ອຍ.

ພົ້ນເດັ່ນທີ່ສຸດຕ້ອງເວົ້າເຖິງບັນດາໂຄງການ, ຮູບແບບ, ຄື: “ທະຫານຊາຍແດນຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”, “ຈັດແບ່ງໃຫ້ສະມາຊິກພັກຮັບຜິດຊອບ, ຊ່ວຍເຫຼືອຄອບຄົວຢູ່ເຂດຊາຍແດນພັດທະນາເສດຖະກິດ”, “ຊ່ວຍນ້ອງໄປໂຮງຮຽນ” - ລູກຮັກຄ້າຍທະຫານຊາຍແດນ”...

ພິເສດ, ດ້ວຍທິດນຳ “ມອບໜັງສື, ສ້າງຄວາມມຸ່ງຫວັງ” ປີ 2016, ກອງບັນຊາການທະຫານຊາຍແດນ ໄດ້ປຸກລະດົມ, ຜັນຂະຫຍາຍໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ເພື່ອຊ່ວຍເຫຼືອນັກຮຽນຢູ່ເຂດຊາຍແດນປະສົບກັບຄວາມຫຍຸ້ງຍາກໃຫ້ບືນຕົວຂຶ້ນໃນການຮ່ຳຮຽນ, ປ່ຽນແປງຊີວິດ. ຕາມນັ້ນແລ້ວ, ລາຍການຈະເລືອກເອົາ, ໜູນຊ່ວຍ 500.000 ດ່ົງ/ເດືອນ/ຄົນ ຈົນຮອດເວລາຮຽນຈົບມັດທະຍົມຕອຍປາຍ, ແຫຼ່ງເງິນໂດຍພະນັກງານ, ນັກຮົບບັນດາກົມກອງທະຫານຊາຍແດນບໍລິຈາກ. ພ້ອມກັບການໜູນຊ່ວຍດ້ານການເງິນແລ້ວ, ບັນດາກົມກອງທະຫານຊາຍແດນ ກໍ່ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ລະດົມກຳລັງໃຈພວກນ້ອງນ້ອຍແກ້ໄຂຄວາມຫຍຸ້ງຍາກ, ຝຶກຝົນຫຼໍ່ຫຼອມກາຍເປັນຜູ້ທີ່ມີປະໂຫຍດໃຫ້ປະຊາຄົມ, ສັງຄົມ.

ສະໜັບສະໜູນແຜນນະໂຍບາຍໃຫຍ່ນີ້, ບັນດາກົມກອງໃນທະຫານຊາຍແດນ ໄດ້ຜັນຂະຫຍາຍໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຄ້າຍທະຫານຊາຍແດນ” ບັນລຸປະສິດທິຜົນ, ແທດຈິງສູງ. ໄລ່ມາຮອດປະຈຸບັນ, ທົ່ວກຳລັງທະຫານຊາຍແດນໄດ້ຮັບອຸປະກາລະນັກຮຽນທຸກຍາກຢູ່ເຂດຊາຍແດນຈຳນວນ 2.487 ຄົນ. ຍ້ອນມີແຫຼ່ງເງິນ, ຄວາມເອົາໃຈໃສ່ທຸກດ້ານຈາກພະນັກງານ, ນັກຮົບທະຫານຊາຍແດນ, ໄດ້ມີນັກຮຽນຫຼາຍຮ້ອຍຄົນບືນຕົວຂຶ້ນບັນລຸຜົນການຮ່ຳຮຽນໄດ້ດີ, ມີນັກຮຽນຫຼາຍຄົນເສັງໄດ້ເຂົ້າບັນດາໂຮງຮຽນວິທະຍາໄລ, ມະຫາວິທະຍາໄລ.

ຄວາມໝາຍມະນຸດຊາດຂອງໂຄງການໂດຍທະຫານຊາຍແດນຜັນຂະຫຍາຍໄດ້ຮັບການຕີລາຄາສູງຈາກຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງໃນສັງຄົມ.

ແຜ່ຂະຫຍາຍສານມະນຸດສາດຂ້າມຊາຍແດນ

ສອງປະເທດຫວຽດນາມ ແລະລາວ ມີເສັ້ນຊາຍແດນຕິດຈອດກັນຍາວຢຽດ, ປະຊາຊົນດຳລົງຊີວິດຢູ່ສອງຝາກຊາຍແດນມີຄວາມໃກ້ຊິດຕິດພັນ. ກໍ່ເຊັ່ນດຽວກັບປະຊາຊົນຫວຽດນາມ, ຫຼາຍໝູ່ບ້ານຢູ່ເຂດຊາຍແດນຂອງລາວ ຍັງປະສົບກັບຄວາມຫຍຸ້ງຍາກ ແລະມີນັກຮຽນປະເທດເພື່ອນມິດຫຼາຍຄົນອາດຈະຖືກປະຮຽນ. ຜ່ານການແລກປ່ຽນຂໍ້ມູນຂ່າວສານ, ການສົມທົບກັນຜັນຂະຫຍາຍໜ້າທີ່ກັບກຳລັງປ້ອງກັນຊາຍແດນຂອງລາວ, ທະຫານຊາຍແດນຫວຽດນາມ ກໍ່ໄດ້ຜັນຂະຫຍາຍຫຼາຍມາດຕະການໜູນຊ່ວຍປະຊາຊົນລາວ ຢູ່ບັນດາໝູ່ບ້ານຕິດກັບຊາຍແດນໃຫ້ມີຊີວິດເປັນປົກກະຕິ, ຍົກສູງຊີວິດການເປັນຢູ.

ນັບແຕ່ຊຸມວັນທຳອິດ, ເມື່ອຜັນຂະຫຍາຍໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກຮັກຄ້າຍທະຫານຊາຍແດນ”, ກອງບັນຊາການທະຫານຊາຍແດນ ໄດ້ຊີິ້ນໍາບັນດາກົມກອງຮາກຖານເປີດກວ້າງເປົ້າໝາຍອຸປະກາລະ ເຊິ່ງແມ່ນລູກນ້ອງປະຊາຊົນບັນດາເຜົ່າລາວ ຢູ່ບັນດາໝູ່ບ້ານຊາຍແດນ. ບົນພື້ນຖານແຜນນະໂຍບາຍໃຫຍ່ດັ່ງກ່າວ, ບັນດາຄ້າຍທະຫານຊາຍແດນລຽບຕາມເສັ້ນຊາຍແດນຫວຽດນາມ-ລາວ ໄດ້ແລກປ່ຽນກັບອຳນາດການປົກຄອງທ້ອງຖິ່ນ, ກຳລັງກ່ຽວຂ້ອງຂອງລາວ ເພື່ອໃຫ້ທະຫານຊາຍແດນຫວຽດນາມ ຮັບອຸປະກາລະນັກຮຽນ ທີ່ທຸກຍາກຢູ່ເຂດຊາຍແດນປະເທດເພື່ອນບ້ານ. ພາຍຫຼັງສອງຝ່າຍເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍ, ບັນດາກົມກອງປ້ອງກັນຊາຍແດນຂອງສອງປະເທດ ຫວຽດນາມ-ລາວ ໄດ້ໄປສຳຫຼວດ, ເລືອກເອົາບັນດານັກຮຽນລາວ ທີ່ມີສະພາບການເໝາະສົມເພື່ອຮັບອຸປະກາລະ.

ໄລ່ມາຮອດປະຈຸບັນ, ບັນດາກົມກອງທະຫານຊາຍແດນຢູ່ເຂດຊາຍແດນຫວຽດນາມ-ລາວ ໄດ້ຮັບອຸປະກາລະນັກຮຽນລາວປະສົບກັບຄວາມຫຍຸ້ງຍາກຈຳນວນ 81 ຄົນ, ເພື່ອບືນຕົວຂຶ້ນໃນການຮ່ຳຮຽນ. ໃນນັ້ນ, ມີບັນດາກົມກອງ, ຄື: ທະຫານຊາຍແດນເງະອານ, ທະຫານຊາຍແດນແທັງຮ໊ວາ, ທະຫານຊາຍແດນດ້ຽນບຽນ, ທະຫານຊາຍແດນກວາງບິ່ງ... ໄດ້ປະຕິບັດໂຄງການນີ້ຢ່າງມີປະສິດທິຜົນ.

ທ່ານ ເລົາປະທໍ່, ຮອງຫົວໜ້າຫ້ອງວ່າການປົກຄອງເມືອງໜອງແຮດ, ແຂວງຊຽງຂວາງ, ລາວ ໃຫ້ຮູ້ວ່າ: “ໂຄງການ “ຊ່ວຍນ້ອງໄປໂຮງຮຽນ- ລູກຮັກຄ້າຍທະຫານຊາຍແດນ” ໂດຍກອງບັນຊາການທະຫານຊາຍແດນຜັນຂະຫຍາຍການປະຕິບັດແມ່ນມີຄວາມໝາຍມະນຸດສາດຢ່າງເລິກເຊິ່ງສຳລັບນັກຮຽນທຸກຍາກເວົ້າລວມ ແລະນັກຮຽກທຸກຍາກຢູ່ເຂດຊາຍແດນຂອງລາວ ເວົ້າສະເພາະ. ຜ່ານໂຄງການ, ມີນັກຮຽນລາວ ຫຼາຍຄົນຢູ່ບ້ານຊາຍແດນປະສົບກັບຄວາມຫຍຸ້ງຍາກເຊິ່ງທະຫານຊາຍແດນຫວຽດນາມ ຮັບອຸປະກາລະນັ້ນໄດ້ມີເງື່ອນໄຂບືນຕົວຂຶ້ນຮ່ຳຮຽນເປັນຢ່າງດີ. ການຜັນຂະຫຍາຍລາຍການຍັງມີຄວາມໝາຍເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງທະຫານ ແລະປະຊາຊົນສອງປະເທດຫວຽດນາມ-ລາວ”.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.