ກຳລັງປະກອບອາວຸດຫວຽດນາມ - ລາວ ເລີ່ມດຳເນີນ "ວັນອາທິດຂຽວ" ຢູ່ເຂດຊາຍແດນ

11:42 | 12/07/2022

ສະມາຊິກຊາວໜຸ່ມເກືອບ 100 ຄົນຂອງບັນດາກົມກອງ ແລະພະນັກງານ, ນັກຮົບຄ້າຍຕຳຫຼວດຕາວ່າງ, ກອງຮ້ອຍປ້ອງກັນຊາຍແດນ 531 ກອງບັນຊາການທະຫານແຂວງເຊກອງ ໄດ້ຈັດຕັ້ງການເຮັດອະນາໄມເຂດຫຼັກໝາຍຊາຍແດນເລກທີ 666 ແລະເຂດດ່ານຊາຍແດນອາເດິດ-ຕາວ່າງ.

ປະສານສົມທົບການຄຸ້ມຄອງການນຳເຂົ້າ-ສົ່ງອອກ ຢູ່ເຂດຊາຍແດນ ປະສານສົມທົບການຄຸ້ມຄອງການນຳເຂົ້າ-ສົ່ງອອກ ຢູ່ເຂດຊາຍແດນ
ຫວຽດນາມ - ລາວ: ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຢູ່ເຂດຊາຍແດນ ຫວຽດນາມ - ລາວ: ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຢູ່ເຂດຊາຍແດນ
ສະມາຊິກຊາວໜຸ່ມເກືອບ 100 ຄົນຂອງບັນດາກົມກອງ ແລະພະນັກງານ, ນັກຮົບຄ້າຍຕຳຫຼວດຕາວ່າງ, ກອງຮ້ອຍປ້ອງກັນຊາຍແດນ 531 ກອງບັນຊາການທະຫານແຂວງເຊກອງ ໄດ້ຈັດຕັ້ງການເຮັດອະນາໄມເຂດຫຼັກໝາຍຊາຍແດນເລກທີ 666 ແລະເຂດດ່ານຊາຍແດນອາເດິດ-ຕາວ່າງ.
ກຳລັງປະກອບອາວຸດຫວຽດນາມ - ລາວ ເລີ່ມດຳເນີນ "ວັນອາທິດຂຽວ" ຢູ່ເຂດຊາຍແດນ
.

ຕອນເຊົ້າວັນທີ 10 ກໍລະກົດ, ໜ່ວຍຊາວໜຸ່ມຄ້າຍທະຫານຊາຍແດນອາເດິດ ສັງກັດກອງບັນຊາການທະຫານຊາຍແດນເທື່ອທຽນ-ເຫ້ວ ໄດ້ສົມທົບກັບຄະນະຊາວໜຸ່ມຕາແສງ ເລິມເດິດ, ເມືອງ ອາເລື໊ອຍ, ແຂວງເທື່ອທຽນ-ເຫ້ວ ແລະກຳລັງປະກອບອາວຸດເມືອງກະລຶມ, ແຂວງເຊກອງ, ລາວ ໄດ້ຈັດຕັ້ງກິດຈະກໍາ “ວັນອາທິດຂຽວ” ຢູ່ດ່ານ ອາເດິດ-ຕາວ່າງ, ໃນເຂດຊາຍແດນຫວຽດນາມ - ລາວ.

ຕາມນັ້ນແລ້ວ, ສະມາຊິກຊາວໜຸ່ມເກືອບ 100 ຄົນ ຂອງບັນດາກົມກອງໄດ້ຈັດຕັ້ງການເຮັດອະນາໄມເຂດຫຼັກໝາຍຊາຍແດນເລກທີ 666 ແລະດ່ານຊາຍແດນອາເດິດ-ຕາວ່າງ; ຖາງຫຍ້າເສັ້ນທາງແຕ່ດ່ານກວດກາຄ້າຍທະຫານຊາຍແດນດ່ານຊາຍແດນອາເດິດ ເຖິງຄ້າຍຕຳຫຼວດຕາວ່າງ. ນີ້ແມ່ນການເຄື່ອນໄຫວຢ່າງແທດຈິງຂອງຊາວໜຸ່ມບັນດາກົມກອງ ເພື່ອແນໃສ່ມຸ່ງໄປເຖິງສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5-9-1962/5-9-2022).

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.