ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ

10:59 | 12/08/2022

ຫວ່າງແລ້ວນີ້, ທີ່ກອງບັນຊາການທະຫານຊາຍແດນແຂວງກອນຕຸມ, ສະຫາຍພັນເອກພິເສດ ເລກ໊ວກຫວຽດ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງ ກອນຕຸມ ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ນໍາໂດຍສະຫາຍພັນເອກ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື.

ເປີດນໍາໃຊ້ສໍານັກງານ ປກສ ບັນດາບ້ານຂຶ້ນກັບແຂວງເຊກອງ ແລະສາລະວັນ ເປີດນໍາໃຊ້ສໍານັກງານ ປກສ ບັນດາບ້ານຂຶ້ນກັບແຂວງເຊກອງ ແລະສາລະວັນ
ກອງບັນຊາການຕຳຫຼວດແຂວງກວາງບິ່ງ ມອບອຸປະກອນການແພດໃຫ້ ປກສ ແຂວງຄຳມ່ວນ ກອງບັນຊາການຕຳຫຼວດແຂວງກວາງບິ່ງ ມອບອຸປະກອນການແພດໃຫ້ ປກສ ແຂວງຄຳມ່ວນ

ທີ່ການເຮັດວຽກ, ບົນຈິດໃຈສາມັກຄີມິດຕະພາບ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາປະເພດຕ່າງໆ, ພິເສດແມ່ນອາດຊະຍາກໍາຄ້າຂາຍ, ເຊື່ອງໄວ້, ນໍາໃຊ້ຢາເສບຕິດປະເພດຕ່າງໆ.

ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ
ບັນຍາກາດທີ່ການເຮັດວຽກ. ພາບ: ວັນລີ້້.

ໃນໄລຍະຜ່ານມາ, ອະທິປະໄຕຊາຍແດນແຫ່ງຊາດສອງຝ່າຍໄດ້ຮັບການຮັກສາ, ຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງແຂວງກອນຕຸມ ແລະແຂວງອັດຕະປື ຍາມໃດກໍ່ໄດ້ມີສະຖຽນລະພາບ. ກໍາລັງປ້ອງກັນຊາຍແດນສອງຝ່າຍ ສືບຕໍ່ຮັກສາສາຍພົວພັນສາມັກຄີມິດຕະພາບແບບພິເສດ, ການສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາປະເພດຕ່າງໆ; ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເສດຖະກິດ, ສັງຄົມ, ຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງແຕ່ລະຝ່າຍຢ່າງທັນການ...

ເຖິງວ່າໃນ 2 ປີກວ່າທີ່ຜ່ານມາ, ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບບໍ່ໜ້ອຍເຖິງວຽກງານສົມທົບກັນຂອງສອງກໍາລັງ, ແຕ່ສອງຝ່າຍຍາມໃດກໍ່ແບ່ງປັນ, ຊ່ວຍເຫຼືອກັນໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ; ສະກັດກັ້ນ ແລະຕ້ານພະຍາດໂຄວິດ-19; ຕໍ່ສູ້, ສະກັດກັ້ນ ແລະຕ້ານອາດຊະຍາກໍາປະເພດຕ່າງໆ, ພິເສດແມ່ນອາດຊະຍາກໍາຢາເສບຕິດ.

ສອງຝ່າຍເຫັນດີເປັນເອກະສັນໃນໄລຍະຈະມາເຖິງຈະຈັດຕັ້ງການພົບປະເຈລະຈາເພື່ອເປັນເອກະພາບຕໍ່ເນື້ອໃນສົມທົບກັນໃນຕໍ່ໜ້າ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.