ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ພົບປະກັບຄະນະປະຕິບັດງານແຂວງຮ່າຕິ້ງ

22:24 | 07/07/2022

ຕອນຄ່ຳວັນທີ 5 ກໍລະກົດ, ທ່ານພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຈັດຕັ້ງການພົບປະ, ຕ້ອນຮັບທ່ານ ຫວໍຈ້ອງຫາຍ ປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ແລະຄະນະປະຕິບັດງານແຂວງຮ່າຕິ້ງ ທີ່ໄປຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ.

ທະ​ນາ​ຄານ UOB ຍົກ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຂຶ້ນ​ເຖິງ 7% ທະ​ນາ​ຄານ UOB ຍົກ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຂຶ້ນ​ເຖິງ 7%
ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຜູ້ຊ່ວຍທູດຝ່າຍທະຫານອາກາດໄທ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຜູ້ຊ່ວຍທູດຝ່າຍທະຫານອາກາດໄທ
ລາຍການສະແດງສິລະປະທີ່ການພົບປະ. ພາບ: baohatinh.vn
ລາຍການສະແດງສິລະປະທີ່ການພົບປະ. ພາບ: baohatinh.vn

ຕ້ອນຮັບທ່ານ ຫວໍຈ້ອງຫາຍ ແລະຄະນະປະຕິບັດງານແຂວງຮ່າຕິ້ງ ທີ່ໄປຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ, ທ່ານພົນຕີ ຈັນທອງ ສອນຕະອາດ ສະແດງຄວາມປິຕິຊົມຊື່ນກ່ຽວກັບການຢ້ຽມຢາມຂອງຄະນະປະຕິບັດງານແຂວງຮ່າຕິ້ງຄັ້ງນີ້ເຊິ່ງກົງກັບໂອກາດທີ່ພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດລາວ ແລະຫວຽດນາມ ພວມຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022, 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ.

ທ່ານພົນຕີ ຈັນທອງ ສອນຕະອາດ ຢັ້ງຢືນວ່າ ສາຍພົວພັນມິດຕະພາບ ແລະການຮ່ວມມືແບບພິເສດລະຫວ່າງສອງປະເທດໂດຍປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ສ້າງຕັ້ງຂຶ້ນນັ້ນ, ທ່ານພົນຕີ ຈັນທອງ ສອນຕະອາດ ຫວັງວ່າ ໃນໄລຍະຈະມາເຖິງ, ປະຊາຊົນສອງປະເທດຈະສືບຕໍ່ພ້ອມກັນຮັກສາ, ເພີ່ມພູນຄູນສ້າງເພື່ອສາຍພົວພັນສອງປະເທດໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ກ່າວຄໍາເຫັນທີ່ການພົບປະ, ທ່ານ ຫວໍຈ້ອງຫາຍ ຂອບໃຈອາລົມຈິດອັນລ້ຳຄ່າ, ຈິງໃຈ, ການຕ້ອນຮັບອົບອຸ່ນຂອງກະຊວງປ້ອງກັນປະເທດລາວ ແລະທ່ານພົນຕີ ຈັນທອງ ສອນຕະອາດ ສະຫງວນໃຫ້ຄະນະປະຕິບັດງານແຂວງຮ່າຕິ້ງ. ພ້ອມທັງຢັ້ງຢືນວ່າ ແຂວງຮ່າຕິ້ງ ຈະສືບຕໍ່ໜູນຊ່ວຍ, ສົມທົບກັບບັນດາແຂວງຊາຍແດນລາວ ໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດຂອງສອງປະເທດຫວຽດນາມ ແລະລາວ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.