ຫວຽດນາມ ສະເໜີການຮ່ວມມື ແມ່ຂອງ - ແມ່ນໍ້າຄົງຄາ ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19

20:38 | 04/08/2022

ຍສໝ-ຕອນບ່າຍວັນທີ 1 ສິງຫາ, ທີ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ ໄດ້ຈັດກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງການຕ່າງປະເທດການຮ່ວມມືແມ່ຂອງ - ແມ່ນໍ້າຄົງຄາ (MGC) ດ້ວຍການເຂົ້າຮ່ວມຂອງບັນດາປະເທດຄື ອິນເດຍ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.

ຄ້າຍລະດູແລ້ງຫວຽດນາມ 2022: ສະໜິດຕິດພັນໄວໜຸ່ມຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ ຄ້າຍລະດູແລ້ງຫວຽດນາມ 2022: ສະໜິດຕິດພັນໄວໜຸ່ມຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ
ບັນດາປະເທດ ແມ່ຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມືເພື່ອການພັດທະນາແບບຍືນຍົງ ບັນດາປະເທດ ແມ່ຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມືເພື່ອການພັດທະນາແບບຍືນຍົງ
ຫວຽດນາມ ສະເໜີການຮ່ວມມື ແມ່ຂອງ - ແມ່ນໍ້າຄົງຄາ ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19
ຕາງໜ້ສບັນດາປະເທດເຂົ້າຮ່ວມກອງປະຊຸມ MGC. ພາບ: ກະຊວງການຕ່າງປະເທດ

ກອງປະຊຸມໄດ້ເຫັນດີເປັນເອກະພາບຍູ້ໄວການປະຕິບັດແຜນການກະທໍາ MGC ໄລຍະ 2019 – 2022, ໃນນັ້ນ ບຸລິມະສິດເພີ່ມທະວີການເຊື່ອມຕໍ່ຕາເວັນອອກ - ຕາເວັນຕົກ,ພິເສດແມ່ນເສັ້ນທາງດ່ວນ ອິນເດຍ - ມຽນມາ - ໄທ ໄປຍັງ ກໍາປູເຈຍ, ລາວ ແລະ ຫວຽດນາມ.

ຖັດຈາກນັ້ນແມ່ນການພັດທະນາແຫຼ່ງຊັບພະຍາກອນມະນຸດກ່ຽວກັບດ້ານໄອທີ, ການຫັນເປັນດີຈີຕອນ ແລະ ການປ່ຽນໃໝ່ຫົວຄິດປະດິດສ້າງ, ວິທະຍາສາດກ້າວໜ້າ; ການເອົາໃຈໃສ່ປັບປຸງລະບົບການແພດສາທາລະນະ, ການຄົ້ນຄ້ວາ ແລະ ພັດທະນາວັກຊິນ, ການຢາ ແລະ ອຸປະກອນການແພດ; ການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນບັນດາປະເທດ MGC ໂດຍຜ່ານບັນດາການກິດຈະກໍາວັດທະນະທຳ, ການທ່ອງທ່ຽວ, ສື່ມວນຊົນ, ກິລາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.

ຄະນະ ຫວຽດນາມ ໄດ້ສະເໜີການຮ່ວມມື MGC ໄລຍະຫຼັງໂລກລະບາດໂຄວິດ - 19, ດ້ວຍການເອົາໃຈໃສ່ 4 ໝວດບັນຫາ. ພິເສດແມ່ນຟື້ນຟູເສດຖະກິດ, ໜູນຊ່ວຍວິສາຫະກິດຂະໜາດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ (MSME) ເຂົ້າຮ່ວມລະບົບສະໜອງທົ່ວໂລກ; ຫັນເປັນດີຈີຕອນ, ສຸມໃສ່ພັດທະນາພື້ນຖານໂຄງລ່າງໄອທີ, ຜ່ານນັ້ນກໍພັດທະນາການທ່ອງທ່ຽວແບບທັນສະໄໝ; ເພີ່ມທະວີກຳລັງຄວາມສາມາດດ້ານການແພດສາທາລະນະ, ຮັບປະກັນສິດສຳຜັດກັບວັກຊິນ, ການແພດ ແລະ ອຸປະກອນການແພດໃຫ້ຍຸຕິທຳ ແລະ ຍືນຍົງ, ແບ່ງປັນຂໍ້ມູນ ແລະ ປະສົບການໃນການຄຸ້ມຄອງຊັບພະຍາກອນນ້ຳແບບຍືນຍົງ, ໂດຍສະເພາະແມ່ນການຄຸ້ມຄອງແມ່ນ້ຳຂ້າມແດນຢ່າງມີປະສິດທິຜົນ ແລະ ສະເໝີພາບ, ເຕືອນໄພລ່ວງໜ້າກ່ຽວກັບໄພທຳມະຊາດໂດຍໄວ.

ຫອມມາລາ

ເຫດການ
302 Found

Found

The document has moved here.