ການເປີດສາຍກໍາປັ່ນທະເລເພື່ອເຊື່ອມຕໍ່ພາກກາງ ຫວຽດນາມ ແລະ ອິນເດຍ

10:57 | 03/08/2022

ຍສໝ-ຫວ່າງແລ້ວ​ນີ້, ອົງການການ​ຄ້າ​ສະຖານທູດ​ ຫວຽດນາມ ປະຈຳ ອິນ​ເດຍ ​ໄດ້​ສົມທົບ​ກັບກຸ່ມບໍລະສັດໃຫຍ່ຂົນສົ່ງທາງທະເລ ຫວຽດນາມ (VIMC) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມທາງໄກ​ ເປີດ​ສາຍກໍາປັ່ນທະເລເພື່ອເຊື່ອມ​ຕໍ່​ພາກ​ກາງ ຫວຽດ ນາມ ກັບ ອິນ​ເດຍ ​ແລະ ຄາດວ່າຈະເຊື່ອມຕໍ່ກັບ Bangladesh.

ວິສາຫະກິດ ຫວຽດນາມ - ອິນເດຍ ພົບປະ ແລະ ຊອກຫາກາລະໂອກາດດຳເນີນທຸລະກິດ ວິສາຫະກິດ ຫວຽດນາມ - ອິນເດຍ ພົບປະ ແລະ ຊອກຫາກາລະໂອກາດດຳເນີນທຸລະກິດ
ຊຸກຍູ້ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ອິນເດຍ ມາກຊິດ

ຊຸກຍູ້ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ອິນເດຍ ມາກຊິດ

ການເປີດສາຍກໍາປັ່ນທະເລເພື່ອເຊື່ອມຕໍ່ພາກກາງ ຫວຽດນາມ ແລະ ອິນເດຍ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກ ເປີດ​ສາຍກໍາປັ່ນທະເລເພື່ອເຊື່ອມ​ຕໍ່​ພາກ​ກາງ ຫວຽດນາມ ກັບ ອິນ​ເດຍ

ໂດຍການກ່າວ​ຄຳ​ເຫັນ​ທີ່​ພິທີໄຂງານ, ທ່ານທີ່​ປຶກສາ, ຫົວໜ້າ​ອົງການ​ການ​ຄ້າ ສະຖານທູດ ຫວຽດນາມ ປະຈຳ ອິນ​ເດຍ ບຸຍຈຸງເທື໋ອງ ​ໃຫ້​ຮູ້​ວ່າ ອິນ​ເດຍ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່ຢືນອັນ​ດັບ 8 ຂອງ ຫວຽດນາມ ​ແລະ ຄວາມສາມາດ​ການ​ຄ້າສອງຝ່າຍຈະບັນລຸ​ຄາດໝາຍ 15 ຕື້ USD ​ໃນ​ປີ 2022 - ປີສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ. ​ແຕ່ວ່າ, ຕາມ​ທ່ານບຸຍຈຸງເທື໋ອງ, ​ເຖິງ​ວ່າ​ຄວາມ​ສາມາດບົ່ມຊ້ອນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ມີ​ຫຼາຍ​, ​ແຕ່​ໜຶ່ງ​ໃນ​ບັນດາ​ສິ່ງ​ກີດຂວາງ​ແມ່ນການເຊື່ອມຕໍ່​ການ​ຄົມມະນາຄົມ, ພິ​ເສດ​ແມ່ນ​ຂາດ​ເສັ້ນທາງ​ທະ​ເລ​ເພື່ອ​ເຊື່ອມ​ຕໍ່ໂດຍກົງ​ລະຫວ່າງ​ສອງ​ປະ​ເທດ. ສະ​ນັ້ນ, ​ເສັ້ນທາງ​ທະ​ເລ​ເຊື່ອມ​ຕໍ່​ພາກ​ກາງ​ ຫວຽດນາມ ​ແລະ Kolkata, ອິນ​ເດຍ ດຳ​ເນີນ​ໂດຍ VIMC ຈະ​ເປີດ​ກາລະ​ໂອກາດ​ໃນການຮ່ວມ​ມື​ດ້ານ​ທຸລະ​ກິດ​ອັນ​ໃຫຍ່​ຫຼວງ​ໃຫ້ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອິນ​ເດຍ.

ໂດຍການກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VIMC ເລກວາງຈຸງ ຢືນຢັນ​ວ່າ ​ໃນ​ຍຸດ​ທະ​ສາດ​ພັດທະນາຂອງຕົນ, VIMC ຕີລາຄາວ່າ ອິນ​ເດຍ ​ແມ່ນ​ໜຶ່ງໃນບັນດາຄູ່​ຮ່ວມ​ມື​ການ​ຄ້າ​ສຳຄັນ​ຂອງ​ ຫວຽດນາມ. ​ໃນ​ໄລຍະ​ຜ່ານ​ມາ, ຄ່າ​ຂົນ​ສົ່ງ​ທາງ​ທະ​ເລ​ໄດ້​ເພີ່ມ​ຂຶ້ນສູງ, ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວການ​ຂົນ​ສົ່ງ​ຂອງ​ໂລກເວົ້າລວມ ​ແລະ ​​ຫວຽດນາມເວົ້າສະເພາະແມ່ນຖືກ​​ຜົນ​ສະທ້ອນຢ່າງ​ໜັກໜ່ວງ. ສະ​ນັ້ນ, ​ເພື່ອ​ຊອກ​ຫາ​ວິທີການ​ແກ້​ໄຂ​ໃຫ້ແກ່​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຂອງ ຫວຽດນາມ, VIMC ​ໄດ້​​ຜັນ​ຂະຫຍາຍ​ການຊອກຫາ, ​ ການວິເຄາະຕະຫຼາດ, ການ​ເຊື່ອມ​ຕໍ່ ​ແລະ ການຜັນ​ຂະຫຍາຍບັນດາ​ເສັ້ນທາງ​ທະ​ເລ​ໃໝ່ຢ່າງຕັ້ງໜ້າ ເພື່ອ​ເຊື່ອມ​ຕໍ່​ຫວຽດນາມ ​ແລະ ບັນດາພາກ​ພື້ນ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ ອິນ​ເດຍ.

ເດືອນພະຈິກ 2021, VIMC ໄດ້ສ້າງຕັ້ງເສັ້ນທາງຂົນສົ່ງຄອນເທນເນີ ເຊື່ອມຕໍ່ໂດຍກົງ ຫາຍຟ່ອງ - ມາເລເຊຍ - ອິນເດຍ ເພື່ອຫຼຸດຜ່ອນຄວາມກົດດັນຂອງການຂົນສົ່ງສິນຄ້າ ແລະ ສະຖຽນລະພາບການສະຫນອງການຂົນສົ່ງ, ຫນູນຊ່ວຍວິສາຫະກິດຢູ່ພາຍໃນປະເທດ.

ໂດຍສືບຕໍ່​ຄວາມ​ສຳ​ເລັດນີ້, ​ແຕ່​ເດືອນ​ພຶດສະພາ​ປີ 2022, VIMC ສືບ​ຕໍ່​ນຳ​ກຳ​ປັ່ນ​ຄອນເທນເນີ 1.000 TEU ​ໄປ​ຍັງ ເກືອລໍ່ - ເງ້ອ່ານ ​ແລ້ວ​ຂົນ​ສົ່ງ​ສິນຄ້າ​ໄປ​ຍັງ​ ອິນ​ເດຍ. ນີ້​ແມ່ນ​ເສັ້ນທາງທີ່​ເຊື່ອມ​ຕໍ່​ໂດຍ​ກົງ​ລະຫວ່າງ ຫວຽດນາມ - ອິນ​ເດຍ, ​ສະນັ້ນ ໄດ້​ຊ່ວຍໃຫ້​ຫຼຸດ​ເວລາ​ຂົນ​ສົ່ງ​ເມື່ອ​ທຽບ​ໃສ່​ບັນດາ​ເສັ້ນທາງ​ໃນ​ປະຈຸ​ບັນ​ທີ່​ຕ້ອງການ​ຢຸດ​ຢູ່​ຈຸດ​ຄ່ຽນຖ່າຍ (14-15 ວັນ​ເມື່ອ​ທຽບ​ກັບ 21-22 ວັນ​ຂອງ​ເສັ້ນທາງ​ອື່ນ).

ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ປະຈຳ Bangladesh ຟ້າ​ມຫວຽດຈ໋ຽນ ​ໄດ້​ຊົມ​ເຊີຍ VIMC ທີ່​ໄດ້​ເປີດ​ເສັ້ນທາງ​ທະ​ເລ​ເຊື່ອມ​ຕໍ່​ກັບ ອິນ​ເດຍ ​ແລະ ເປົ້າໝາຍແມ່ນຂະຫຍາຍ​ໄປ​ຍັງ Bangladesh. ທ່ານສະແດງຄວາມປາດ​ຖະໜາ​ວ່າ​ເສັ້ນທາງແຫ່ງ​ນີ້​ຈະ​ຊຸກຍູ້​ການເຄື່ອນໄຫວດ້ານການ​ຄ້າ​ ​ຫວຽດນາມ - ​ Bangladesh ​ທີ່ປັດຈຸບັນ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ, ເຊິ່ງນຳ​ຜົນ​ປະ​ໂຫຍ​ດມາ​ໃຫ້​ແກ່ບໍລິສັດກໍາປັ່ນ ​ແລະ ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ.

ທ່ານໄດ້ຢືນຢັນວ່າ ຝ່າຍສະຖານທູດ ຫວຽດນາມ ປະຈຳ Bangladesh ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ແລະ Bangladesh ໃນການເຊື່ອມຕໍ່ດໍາເນີນທຸລະກິດ, ການແບ່ງປັນຂໍ້ມູນທີ່ມີປະໂຫຍດ ແລະ ບັນດາກາລະໂອກາດດຳເນີນທຸລະກິດໃນການລົງທຶນລະຫວ່າງສອງປະເທດ.

ທ່ານ ໂດ໊ຈ້ອງ, ຮອງ​ປະທານ​ຫ້ອງການການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ - Bangladesh, ​ໃຫ້​ຮູ້​ວ່າ ​ໃນ​ປີ 2021, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດນາມ - Bangladesh ໄດ້​ເພີ່ມ​ຂຶ້ນ 50% ​ເມື່ອ​ທຽບ​ໃສ່​ປີ 2020, ຄາດ​ວ່າ​ປີ 2022 ວົງ​ເງິນ​ການ​ຄ້າ​ຈະ​ເພີ່ມ​ຂຶ້ນ 25% ເມື່ອ​ທຽບ​ໃສ່​ປີ 2021 ແລະ ບັນ​ລຸລະດັບ 1,5 ຕື້ USD (87% ແມ່ນ​ຫວຽດ​ນາມ ສົ່ງ​ອອກ​ໄປ Bangladesh, ໃນ​ນັ້ນ​ອຸ​ປະ​ກອນ​ການ​ກໍ່​ສ້າງ​ກວມ​ເອົາ​ປະ​ມານ 20%).

ແຕ່ວ່າ, ຕົວເລກນີ້ຍັງບໍ່ຫຼາຍ ເມື່ອທຽບໃສ່ຂະໜາດຂອງຕະຫຼາດ Bangladesh (170 ລ້ານຄົນ), ສ່ວນໜຶ່ງກໍແມ່ນຍັງບໍ່ມີເສັ້ນທາງຂົນສົ່ງໂດຍກົງລະຫວ່າງສອງປະເທດ. ທ່ານຄອງຖ້າ​ສາຍກຳ​ປັ່ນ​ທະເລເຊື່ອມຕໍ່​ລະຫວ່າງ​ ຫວຽດນາມ ​ແລະ Bangladesh ຈະຊ່ວຍໃຫ້​​ບັນດາ​ວິ​ສາ​ຫະກິດ ​ຫວຽດນາມ ທີ່​ດຳ​ເນີນ​ທຸລະ​ກິດ​ຢູ່ Bangladesh ໄດ້​ນຳ​ໃຊ້​ບັນດາ​ບໍລິການ​ຂອງ VIMC ດ້ວຍ​ຄ່າໃຊ້ຈ່າຍ​ທີ່​ເໝາະ​ສົມ ​ແລະ ​​ເວລາຂົນສົ່ງຈະໄດ້ຫຼຸດ​ສັ້ນ​ກວ່າ. ທ່ານ ບຸຍກຽວຮືງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທ່າກຳປັ່ນ ເງ້ຕິ໊ງ, ໃຫ້ຮູ້ວ່າ ຫົວໜ່ວຍຖືເປັນກຽດທີ່ໄດ້ເຂົ້າຮ່ວມການເຊື່ອມຕໍ່ການຂົນສົ່ງລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ Banglades. ທ່ານ​ກໍໃຫ້ຮູ້​ວ່າ, ຕອນ​ເຊົ້າ​ວັນ​ທີ 27 ກໍລະກົດ​ນີ້, ກໍາປັ່ນຖ້ຽວ​ທີ​ສອງ​ໄດ້​ອອກ​ຈາກ​ທ່າ​ກຳ​ປັ່ນ​ເພື່ອ​ປະຕິບັດການເດີນທາງ​ໄປ​ຍັງອິນ​ເດຍ. ໜ່ວຍ​ງານ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ຈະ​ສະໜອງ​​ບໍລິການ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ລູກ​ຄ້າ ​ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ການສະນັບສະໜູນຈາກບັນດາ​ວິ​ສາ​ຫະກິດ​ນຳ​ເຂົ້າ - ສົ່ງ​ອອກ​ຂອງ ຫວຽດນາມ, ອິນ​ເດຍ ​ແລະ Bangladesh.

ຫອມມາລາ

ເຫດການ
302 Found

Found

The document has moved here.