ຄະນະໂຄສະນາສຶກສາແຂວງແທັງຮວາ ແລະຄະນະໂຄສະນາອົບຮົມແຂວງຫົວພັນ ພົບປະເຈລະຈາ, ແບ່ງປັນບົດຮຽນ

19:00 | 05/08/2022

ຕອນເຊົ້າວັນທີ 3 ສິງຫາ, ຄະນະໂຄສະນາສຶກສາແຂວງແທັງຮວາ ແລະຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຈັດຕັ້ງການພົບປະເຈລະຈາ, ແບ່ງປັນບົດຮຽນວຽກງານໂຄສະນາສຶກສາລະຫວ່າງສອງແຂວງ.

ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພົບປະເຈລະຈາ ກັບ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພົບປະເຈລະຈາ ກັບ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ
ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸ໋ກ ໄດ້ໃຫ້ການຕ້ອນຮັບແລະ ພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີມາເລເຊຍ ຢ່າງເປັນທາງການ
ການນໍາຄະນະໂຄສະນາສຶກສາແຂວງແທັງຮວາ ແລະຄະນະໂຄສະນາອົບຮົມແຂວງຫົວພັນ ມອບ-ຮັບບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ໄລຍະ 2022-2025. ພາບ: baothanhhoa.vn
ການນໍາຄະນະໂຄສະນາສຶກສາແຂວງແທັງຮວາ ແລະຄະນະໂຄສະນາອົບຮົມແຂວງຫົວພັນ ມອບ-ຮັບບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ໄລຍະ 2022-2025. ພາບ: baothanhhoa.vn

ກ່າວຄໍາເຫັນໄຂການພົບປະເຈລະຈາແບ່ງປັນບົດຮຽນ, ສະຫາຍ ດ່າວຊວນອຽນ ຫົວໜ້າຄະນະໂຄສະນາສຶກສາແຂວງແທັງຮວາ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາອົບຮົມແຂວງຫົວພັນ ນໍາໂດຍສະຫາຍ ຕົງລີ ເຕັ່ງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ມາຢ້ຽມຢາມ ແລະເຮັດວຽກກັບຄະນະໂຄສະນາສຶກສາແຂວງແທັງຮວາ.

ທີ່ການພົບປະເຈລະຈາ, ສອງຝ່າຍພ້ອມກັນແລກປ່ຽນ, ຕີລາຄາຜົນການປະຕິບັດຂໍ້ຕົກລົງຮ່ວມມື ໄລຍະ 2017-2021; ບົນພື້ນຖານນັ້ນພ້ອມກັນຕົກລົງເຊັນບົດບັນທຶກການຮ່ວມມື ໄລຍະ 2022-2025, ເພື່ອແນໃສ່ຮັດແໜ້ນສາຍພົວພັນສາມັກຄີສະໜິດຕິດພັນ, ການຮ່ວມມືລະຫວ່າງຄະນະໂຄສະນາສຶກສາແຂວງແທັງຮວາ ແລະຄະນະໂຄສະນາອົບຮົມແຂວງຫົວພັນ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ, ແລະເວົ້າສະເພາະແມ່ນສອງແຂວງແທັງຮວາ-ຫົວພັນ ໃຫ້ນັບມື້ນັບພັດທະນາ.

ທີ່ການພົບປະເຈລະຈາ, ບັນດາຜູ້ແທນໄດ້ແບ່ງປັນບົດຮຽນກ່ຽວກັບວຽກງານໂຄສະນາສຶກສາລະຫວ່າງສອງຄະນະຂອງສອງແຂວງ, ພ້ອມກັບຮັບຮອງເອົາຮ່າງຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍ ໄລຍະ 2022-2025 ດ້ວຍບັນດາເນື້ອໃນ: ສອງຝ່າຍສືບຕໍ່ຍູ້ແຮງການໂຄສະນາ, ສຶກສາມູນເຊື້ອປະຫວັດສາດປະຕິວັດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະປະຊາຊົນ, ເປັນຕົ້ນແມ່ນໃຫ້ຮຸ່ນໜຸ່ມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ, ແລະເວົ້າສະເພາະແມ່ນສອງແຂວງແທັງຮວາ-ຫົວພັນ ນັບມື້ນັບພັດທະນາ; ເຫັນດີເປັນເອກະພາບສ້າງແຜນການໂຄສະນາລວມດ້ວຍວິທີການ, ເນື້ອໃນ, ຮູບການເໝາະສົມກັບແຕ່ລະເປົ້າໝາຍລະອຽດ;...

ບົນພື້ນຖານຄວາມສາມັກຄີ, ການຮ່ວມມືມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ, ສອງແຂວງແທັງຮວາ-ຫົວພັນ ແລະສອງຄະນະ, ບັນດາຜູ້ແທນໄດ້ປະກອບຄໍາເຫັນກ່ຽວກັບເນື້ອໃນບົດບັນທຶກວ່າດ້ວຍການຮ່ວມມື ແລະເຫັນດີເປັນເອກະພາບລົງນາມ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.