ຮັດ​ແໜ້ນ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ເທື່ອ​ທຽນ​ເຫ້ວ ກັບ​ແຂວງ​ຕ່າງໆຂອງປະເທດໄທ

12:02 | 19/08/2022

ຍ​ສ​ໝ - ທີ່​ການ​ພົບ​ປະ​ຢູ່​ຫ້ອງ​ວ່າການ​ຄະ​ນະ​ພັກແຂວງ, ທ່ານ​ເລຂາ​ຄະນະພັກ​ແຂວງ ເລ​ເຈື່ອງ​ລຶວ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ທ່ານ Nikorndej Balankura - ​ເອກ​ອັກຄະ​ລັດຖະທູດ​ໄທ ປະຈຳ ຫວຽດນາມ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ເທື່ອ​ທຽນ​ເຫ້ວ, ​ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ແຂວງ.

ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ​ ອະ​ນຸ​ຊົນ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ​ ອະ​ນຸ​ຊົນ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ
VUFO ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ ສຳ​ນັກ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ ຊຶ​ເທິດ VUFO ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ ສຳ​ນັກ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ ຊຶ​ເທິດ
ຮັດ​ແໜ້ນ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ເທື່ອ​ທຽນ​ເຫ້ວ ກັບ​ແຂວງ​ຕ່າງໆຂອງປະເທດໄທ
ບັນຍາກາດມີ່ການ​ພົບ​ປະ. ພາບ: thuathienhue.gov.vn​

ຫວ່າງແລ້ວນີ້, ຜູ້ຕາງໜ້າ​ຄະນະ​ພັກ​ແຂວງ ​ແລະ ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Nikorndej Balankura - ​ເອກ​ອັກຄະ​ລັດຖະທູດ​ໄທ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ​ ແລະ ເຮັດ​ວຽກ​​ຢູ່ແຂວງ. ການ​ນຳ​ແຂວງຫວັງ​ວ່າ ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຈະ​ເປັນ​ຂົວ​ຕໍ່​ໃນ​ຂົງ​ເຂດ​ການ​ລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ​ແຂວງ​ເທື່ອ​ທຽນ​ເຫ້ວ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ໄທ.

ທີ່​ການ​ພົບ​ປະ​ຢູ່​ຫ້ອງ​ວ່າການ​ຄະ​ນະ​ພັກແຂວງ, ທ່ານ​ເລຂາ​ຄະນະພັກ​ແຂວງ ເລ​ເຈື່ອງ​ລຶວ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ທ່ານ Nikorndej Balankura - ​ເອກ​ອັກຄະ​ລັດຖະທູດ​ໄທ ປະຈຳ ຫວຽດນາມ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ເທື່ອ​ທຽນ​ເຫ້ວ, ​ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ແຂວງ.

ເທື່ອ​ທຽນ​ເຫ້ວ ມີ​ທີ່​ຕັ້ງ​ນອນ​ຢູ່ແລວເສດຖະກິດຕາເວັນອອກ-ຕາເວັນຕົກຕິດກັບບັນດາແຂວງເຂດ​ອີ​ສານ​ຂອງ​ໄທ, ເປັນ​ຕົ້ນ​ແມ່ນ ມີ​ຈຸດ​ທີ່​ຄ້າຍ​ຄືກັນ​ດ້ານ​ເສດ​ຖະ​ກິ​ດ ແລະ ວັດ​ທະ​ນະ​ທຳ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພື່ອເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕິດມ​ຕະ​ພາບຂອງ​ສອງ​ຝ່າຍ​ໃນຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ພັດ​ທະ​ນາ​ການ​ຄ້າ, ກາ​ນ​ສຶກ​ສາ ແລະ ການ​ທ່ອງ​ທ່ຽວ, ກາ​ນບໍ​ລິ​ການ.​..

ທ່ານ​ເລ​ຂາຄະ​ນະ​ພັກ​ແຂວງ ປາດ​ຖະ​ໜາ​ວ່າ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Nikorndej Balankura ຈະ​ເປັນ​ຂົວ​ຕໍ່​ໜູນ​ຊ່ວຍ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແຂວງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ລົງ​ທຶນ, ການ​ຄ້າ, ການທ່ອງ​ທ່ຽວ​ລະ​ຫວ່າງ​ແຂວງ ເທື່ອ​ທຽນ​ເຫ້ວ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ໄທ, ພ້ອມ​ທັງ​ຊຸກ​ຍູ້​ການ​ເປີດ​ເສັ້ນ​ທາງ​ການ​ບິນ​ຄືນ​ໃໝ່ ເພື່ອເຊື່ອມ​ຕໍ່​ສູນ​ກາງ​ໄທ​ກັບ​ແຂວງ​ເທື່ອ​ທຽນ​ເຫ້ວ ​ແນ​ໃສ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ໄທ ​ແລະ ນຳ​ນັກ​ທ່ອງ​ທ່ຽວ​ສາກົນ​ຈາກ​ໄທ​ມາ​ຍັງແຂວງ​ເທື່ອ​ທຽນ​ເຫ້ວ.

​ໃນ​ດ້ານ​ການ​ສຶກສາ​ກັບ​ຄູ່​ຮ່ວມ​ມື​ຂອງ​ໄທ, ຂະ​ແໜງ​ການ​ສຶກສາ​ແຂວງ​ຈະ​ສືບ​ຕໍ່​ຮັກສາ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ແລກປ່ຽນ​ນັກຮຽນ ​ແລະ ຄູສ​ອນ​ກັບ​ມະຫາວິທະຍາ​ໄລ​ຕ່າງໆ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ທັກສະໃນ​ການ​ຄຸ້ມ​ຄອງບໍ​ລິ​ຫານ.

ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ Nikorndej Balankura ​ໄດ້​ຂອບ​ໃຈ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ທ່ານ​ເລຂາ​ຄະນະ​​ພັກ​ແຂວງ ເລ​ເຈືອງ​ລຶວ ​ແລະ ປະທານ​ຄະນະກຳມະການ​ປະຊາຊົນ​ແຂວງ ຫງວຽນ​ວັນເຟືອງ. ພ້ອມ​ທັງ ​ຢືນຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ຫຼາຍ​ແຂວງ​ຂອງ​ໄທ​ໄດ້​ມີ​ການ​ພົວພັນ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ແຂວງ​ເທື່ອ​ທຽນ​ເຫ້ວ. ດ້ວຍ​ເຫດ​ນີ້, ສອງ​ຝ່າຍ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ ​ແລະ ນັບມື້​ນັບ​ມີ​ນັກ​ທ່ອງ​ທ່ຽວຫຼາຍ​ຄົນ ຈາກ​ເຫ້ວ​ມາທ່ອງທ່ຽວໄທ ແລະ ກົງ​ກັນ​ຂ້າມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ​ເທື່ອ​ທຽນ​ເຫ້ວ ຈະສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ໄທ ​ໄດ້​ມີ​ກາລະ​ໂອກາດ​ສືບ​ຕໍ່​ຮ່ຳຮຽນ ​ແລະ ລົງທຶນ​ຢູ່​ແຂວງ ກໍ່​ຄື​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ 2 ຝ່າຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.