ຄຳຮຽກທວງສິດຢູ່ທະເລຂອງ ຈີນ ແມ່ນບໍ່ສອດຄ່ອງກັບກົດໝາຍສາກົນ

14:23 | 30/07/2022

ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາເນັ້ນໜັກວ່າ ຈີນ ພວມຊຸກຍູ້ສະພາບໃໝ່ຢູ່ທະເລຕາເວັນອອກ, ບໍ່ເຄົາລົບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ.

ການເດີນທາງຈາລຶກບຸນຄຸນ - ນັກສຶກສາກັບທະເລ ແລະ ໝູ່ເກາະປະເທດຊາດ ໃນປີ 2022 ການເດີນທາງຈາລຶກບຸນຄຸນ - ນັກສຶກສາກັບທະເລ ແລະ ໝູ່ເກາະປະເທດຊາດ ໃນປີ 2022
ສະເຫຼີມສະຫຼອງ 40 ປີແຫ່ງ UNCLOS: ຊຸກຍູ້ການຮ່ວມມືດ້ານທະເລຢູ່ ອາຊີຕາເວັນອອກສ່ຽງໃຕ້ ສະເຫຼີມສະຫຼອງ 40 ປີແຫ່ງ UNCLOS: ຊຸກຍູ້ການຮ່ວມມືດ້ານທະເລຢູ່ ອາຊີຕາເວັນອອກສ່ຽງໃຕ້
ທ່ານນາງ ຫງວຽນທິລານແອັງ, ຫົວໜ້າສະຖາບັນທະເລຕາເວັນອອກ, ສະຖາບັນການຕ່າງປະເທດ ຫວຽດນາມ
ທ່ານນາງ ຫງວຽນທິລານແອັງ, ຫົວໜ້າສະຖາບັນທະເລຕາເວັນອອກ, ສະຖາບັນການຕ່າງປະເທດ ຫວຽດນາມ

ກອງປະຊຸມສຳມະນາສາກົນປະຈຳປີກ່ຽວກັບທະເລຕາເວັນອອກຄັ້ງທີ 12 ໂດຍສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS) ຈັດຂຶ້ນ, ຫາກໍ່ດຳເນີນຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ. ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານ, ວົງການນັກການເມືອງ ແລະ ນັກຄົ້ນຄວ້າຫຼາຍທ່ານ ທີ່ມາຈາກບັນດາມະຫາວິທະຍາໄລຂອງ ອາເມລິກາ, ອົດສະຕາລີ, ອິນເດຍ, ອິນໂດເນເຊຍ, ຫວຽດນາມ ແລະ ຟີລິບປິນ.

ບັນດາຫົວຂໍ້ຕົ້ນຕໍຂອງກອງປະຊຸມສຳມະນາລວມມີ ສະພາບການຢູ່ທະເລຕາເວັນອອກ, ການຜັນແປດ້ານນິຕິກຳ ແລະ ຄຸ້ມຄອງການຂັດແຍ້ງ, ຄູ່ຮ່ວມມື ແລະ ກຳລັງຄວາມສາມາດດ້ານການທະຫານ ແລະ ບົດບາດຂອງບັນດາສຳພັນທະມິດຢູ່ພາກພື້ນຄື ກຸ່ມ 4 ຝ່າຍ, AUKUS ແລະ ເອີລົບ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ທະເລຕາເວັນອອກ. ທ່ານນາງ ຫງວຽນທິລານແອັງ, ຫົວໜ້າສະຖາບັນທະເລຕາເວັນອອກ, ສະຖາບັນການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ:

“ບັນດາບົດກ່າວປາໄສທີ່ກອງປະຊຸມສຳມະນາໄດ້ທົບທວນຄືນການຜັນແປຫວ່າງມໍ່ໆມານີ້, ກໍຄືກ່າວປະນາມບັນດາຄຳຮຽກທວງສິດທາງທະເລຂອງ ຈີນ ແມ່ນບໍ່ສອດຄ່ອງກັບກົດໝາຍສາກົນ. ພິເສດມີຜູ້ຕາງໜ້າຂອງກະຊວງການຕ່າງປະເທດ ອາເມລິກາ, ຜູ້ຊ່ວຍວຽກຮັບຜິດຊອບດ້ານກົດໝາຍ, ໄດ້ສະເໜີຄືນໝາກຜົນການຄົ້ນຄວ້າກ່ຽວກັບບັນດາການກຳນົດທາງທະເລເລກທີ 150, ຢືນຢັນວ່າ ຖ້າຫາກນຳໃຊ້ທຸກຂໍ້ກຳນົດຂອງກົດໝາຍສາກົນນັ້ນ ຄຳຮຽກທວງສິດຂອງຈີນ ແມ່ນບໍ່ສອດຄ່ອງກັບກົດໝາຍສາກົນ ແລະ ບໍ່ສອດຄ່ອງກັບທຸກພຶດຕິກຳຕົວຈິງ. ລະອຽດແມ່ນ ມີ 80 ພຶດຕິກຳຕົວຈິງກ່ຽວຂ້ອງເຖິງບັນດາໝູ່ເກາະຢູ່ທະເລ ແລະ ທັງໝົດທຸກພຶດຕິກຳຕົວຈິງເຫຼົ່ານີ້ລ້ວນແຕ່ບໍ່ສະໜັບສະໜູນທັດສະນະຂອງ ຈີນ”.

ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາເນັ້ນໜັກວ່າ ຈີນ ພວມຊຸກຍູ້ສະພາບໃໝ່ຢູ່ທະເລຕາເວັນອອກ, ບໍ່ເຄົາລົບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.