ບ້ານຫຼັງທີ່ອົບອຸ່ນຢູ່ຫວຽດນາມຂອງນັກສຶກສາລາວ

07:07 | 12/08/2022

ຍສໝ-ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ, ມາສຶກສາ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ, ບັນດານັກ​ສຶກ​ສາ​ລາວ​ກໍໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ແບ່ງ​ປັນ​ຂອງບັນ​ຄູ​ອາ​ຈານ, ເພື່ອນ​ມິດ​ຫວຽດ​ນາມ. ຄວາມ​ຮັກແພງ​ນັ້ນ​ຊ່ວຍ​ເຂົາ​ເຈົ້າ​ຫຼຸດຜ່ອນຄວາມຄິດຮອດຄິດ​ເຖິງ​ບ້ານ, ອຸ່ນອ່ຽນ​ສຶກສາຮໍ່າຮຽນ.

ໂອກາດພັດທະນາໝູ່ບ້ານອາຊີບຈັກສານຂອງຊາວເຜົ່າ ຂະແມ ໂອກາດພັດທະນາໝູ່ບ້ານອາຊີບຈັກສານຂອງຊາວເຜົ່າ ຂະແມ
ຢູ່ໃນໝູ່ບ້ານໄຕງວຽນທີ່ປ່ຽນແປງໃໝ່ ຢູ່ໃນໝູ່ບ້ານໄຕງວຽນທີ່ປ່ຽນແປງໃໝ່
ບ້ານຫຼັງທີ່ອົບອຸ່ນຢູ່ຫວຽດນາມຂອງນັກສຶກສາລາວ
ບຸນປີໃໝ່ລາວໄດ້ຈັດຢູ່ວິທະຍາໄລ ໄທງວຽນ ໃນເດືອນເມສາ 2022 (ພາບ: Thành Luân).

ຄວາມຊົງຈໍາທີ່ບໍ່ອາດລືມໄດ້

ເດືອນເມສາ 2022, ເປັນເວລາທີ່ບໍ່ສາມາດກັບບ້ານເພື່ອຕ້ອນຮັບປີໃໝ່ ຍ້ອນພະຍາດໂຄວິດ-19, ແຕ່ນັກສຶກສາລາວທີ່ພວມຮຽນຢູ່ມະຫາວິທະຍາໄລໄທງວຽນ ກໍຍັງໄດ້ຕ້ອນຮັບປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ ແລະ ອົບອຸ່ນ.

ບັນດາພິທີ​ກຳ​ພື້ນ​ເມືອງ​ເຊັ່ນ ​ຜູກ​ແຂນ, ຟ້ອນລໍາວົງ, ຫົດນໍ້າ... ໂຮງຮຽນກໍໄດ້ຈັດຕັ້ງຢ່າງຄົບຖ້ວນ. ສຳລັບນັກສຶກສາລາວ, ນີ້ບໍ່ພຽງແຕ່ແມ່ນຄວາມພາກພູມໃຈ, ເປັນໂອກາດເພື່ອພົບປະແລກປ່ຽນ, ແບ່ງປັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາດຕົນເອງເທົ່ານັ້ນ, ຫາກຍັງເປັນໂອກາດເພື່ອຜູກພັນກັບໂຮງຮຽນ ແລະ ດິນແດນໄທງວຽນຫຼາຍກວ່າອີກດ້ວຍ.

ພາຍຫຼັງພິທີກໍາແມ່ນການຫຼິ້ນບຸນ, ບັນດານັກສຶກສາລາວ, ຄູ-ອາຈານ ແລະ ເພື່ອນມິດຫວຽດນາມ ໄດ້ເຕົ້າໂຮມນັ່ງນໍາກັນຢູ່ອ້ອມພາຂວັນເຊິ່ງເປັນຈຸດພິເສດໃນວັດທະນະທຳຂອງອານາຈັກລ້ານຊ້າງ, ມີຄຳອວຍພອນອັນດີງາມໃຫ້ແກ່ກັນ.

ສໍານີ ທອງໃໝ່, ນັກ​ສຶກ​ສາ​ສາຍໄອທີ, ໂຮງຮຽນ ວິ​ທະ​ຍາ​ໄລ​ໄທງວຽນ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ປີ​ທີ 3 ທີ່​ນ້ອງໄດ້ຕ້ອນຮັບປີໃໝ່ຢູ່ ​​ຫວຽດ​ນາມ, ແຕ່​ລະ​ປີ​ກໍມີ​ຄວາມ​ຊົງ​ຈຳ​ທີ່​ອາດ​ລືມ​ບໍ່ໄດ້ ເມື່ອ​ນ້ອງໄດ້​ເຂົ້າ​ຮ່ວມ​ບັນດາພິທີກໍາ, ກິດຈະກໍາ​ວັດ​ທະ​ນະ​ທຳ ແລະ ກິ​ລາ ໃນກ່ອນ ​ແລະ ​ໃນວັນປີໃໝ່.

“​ເຖິງ​ວ່າ​ຢູ່​ຫ່າງ​ຈາກ​ບ້ານ, ​ ​ບໍ່​ໄດ້ຢູ່ນໍາ​ກັບ​ຄອບຄົວ, ຍາດ​ພີ່ນ້ອງໃນຍາມປີໃໝ່, ​ແຕ່​ພວກນ້ອງຍັງຮູ້ສຶກ​ດີ​ໃຈ​ທີ່​ໄດ້​ຮັບ​ການ​ເອົາໃຈໃສ່ ​ແລະ ຄວາມ​ຮັກ​ແພງ​ຈາກບັນດາ​ຄູ​ອາຈານ, ລຸງປ້ານ້ອາ​ໃນ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ແລະ ການ​ນຳ​ແຂວງ ​ໄທ​ງວຽນ. ພວກນ້ອງເມື່ອໃດກໍຖືວ່າ ຫວຽດນາມ ແມ່ນບ້ານເກີດເມືອງນອນທີສອງຂອງຕົນ ແລະ ຈະພະຍາຍາມສຶກສາຮໍ່າຮຽນ ແລະ ຝຶກຝົນຫຼໍ່ຫຼອມໃຫ້ດີເພື່ອບໍ່ໃຫ້ທຸກໆຄົນຜິດຫວັງ”, ສໍານີ ທອງໃໝ່ ໃຫ້ຮູ້.

ສຳລັບ ທັດນິດາ ສີວັນຄຳ, ນັກສຶກສາລາວ ທີ່ມີເວລາເປັນ 4 ປີຕິດພັນກັບມະຫາວິທະຍາໄລ ສ້າງຄູ - ມະຫາວິທະຍາໄລໄທງວຽນ, ບັນດາຄູອາຈານບໍ່ພຽງແຕ່ມີຄວາມເອົາໃຈໃສ່ໃນການສຶກສາຮໍ່າຮຽນເທົ່ານັ້ນ ຫາກຍັງດູແລທັງການດໍາລົງຊີວິດຂອງນັກສຶກສາອີກດ້ວຍ. ນັກສຶກສາລາວໃຫ້ຢູ່ຫໍພັກຕ່າງຫາກ, ມີເຮືອນຄົວ, ບໍລິເວນອອກກຳລັງກາຍ, ຢູ່ໃນຫ້ອງນອນມີຕຽງ, ໂຕະ, ເຄື່ອງປັບນໍ້າຮ້ອນ... ຢ່າງຄົບຖ້ວນ.

ໃນທ້າຍປີ 2021, ເມື່ອການລະບາດພະຍາດໂຄວິດ-19 ເກີດຂຶ້ນຢ່າງສັບສົນ, ນາງ ທັດນິດາ ແລະ ບັນດາໝູ່ເພື່ອນຕ້ອງຈຳກັດການອອກໄປນອກເພື່ອກັນການລະບາດ, ບັນດາຄູສອນກໍໄດ້ມາຫໍພັກເພື່ອມອບອາຫານຫຼາຍພັນພູດ, ຜ້າປິດປາກ, ນ້ຳຢາຂ້າເຊື້ອ, ນ້ຳດື່ມໃຫ້ແກ່ນັກສຶກສາ.

"ບັນດາຄູອາຈານກໍໃຫ້ກໍາລັງໃຈ, ຕັກເຕືອນພວກນ້ອງຕ້ອງຮັກສາສຸຂະພາບດີໆ, ປະຕິບັດມາດຕະການການປ້ອງກັນຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ," ນາງ ທັດນິດາ ໃຫ້ຮູ້.

ປັດຈຸ​ບັນ, ມະຫາວິທະຍາ​ໄລ​ໄທ​ງວຽນ​ມີຈໍານວນ​ນັກ​ສຶກສາ​ສາ​ລາວແມ່ນ 1.000 ກວ່າ​ຄົນ, ​ໃນ​ນັ້ນເຕົ້າໂຮມ​​ຫຼາຍ​ຢູ່​ມະຫາວິທະຍາ​ໄລ​ອຸດສາຫະກຳ​, ມະຫາວິທະຍາ​ໄລ​ໄອທີ ​ແລະ ສື່ສານ, ມະຫາວິທະຍາ​ໄລ​ສ້າງຄູ, ມະຫາວິທະຍາ​ໄລ​ເສດຖະກິດ ​ແລະ ບໍລິຫານ​ທຸລະ​ກິດ, ວິທະຍາ​ໄລ​ເສດຖະກິດ ​ແລະ ​ເຕັກ​ນິກ…

ການເຊື່ອມຕໍ່ຄອບຄົວຫວຽດ - ລາວ

ນັກ​ສຶກ​ສາລາວ ຍັງ​ມີ​ໂອ​ກາດໄດ້​ສຳ​ຜັດ​ກ່ຽວກັບຊີ​ວິດການເປັນຢູ່, ຮູ້​ສຶກ​ເຖິງ​ຄວາມ​ຮັກແພງ, ວັດ​ທະ​ນະ​ທຳ ແລະ ຄວາມ​ງາມ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຫວຽດ​ນາມ ໂດຍຜ່ານ​ຫລາຍ​ໂຄງ​ການ​ທີ່​ຄອບ​ຄົວ​ຫວຽດ​ນາມ ໜູນ​ຊ່ວຍ ແລະ ຮ່ວມເດີນທາງກັບ​ນັກ​ສຶກ​ສາຕ່າງປະເທດ.

ໃນ 6 ປີຜ່ານມາ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຜັນຂະຫຍາຍ ໂຄງການ Homestay ໂດຍສູນກາງສະມາຄົມປຸກລະດົມຢ່າງມີປະສິດທິຜົນ: ລະດັບດ້ານພາສາຫວຽດ ຂອງນ້ອງໆນັກຮຽນລາວ ໄດ້ຍົກສູງ; ຄວາມສາມາດໃນການສົນທະນາມີຄວາມຫມັ້ນໃຈ ແລະ ດີກວ່າ; ມີຄວາມ​ເຂົ້າ​ໃຈກວ່າກ່ຽວກັບ​ວັດທະນະທຳ​ຫວຽດນາມ ​ແລະ ນໍ້າໃຈ​ຂອງ​ຊາວ​ຫວຽດນາມ​ເວົ້າລວມ, ​ແຂວງ​ໄທ​ງວຽນ ​ເວົ້າ​ສະ​ເພາະ​​ຕໍ່​ຊາວ​ລາວ...

ສະມາຊິກ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ, ຄູ​ສອນຂອງ​ບັນດາ​ໂຮງຮຽນ​ທີ່ມີ​ນັກຮຽນ​ລາວ​ສຶກສາຮ່ຳຮຽນ ​ມັກຮັບ​ເຂົາ​ເຈົ້າ​ກັບ​ເມືອຄອບຄົວຂອງຕົນໃນ​ຍາມ​ບຸນ, ປີໃໝ່ ​ເພື່ອໃຫ້​ເຂົາ​ເຈົ້າ​ໄດ້​ແລກປ່ຽນ​ພາສາ, ວັດທະນະທຳ​ຄອບຄົວ, ຊີມ​​ອາຫານ​ຫວຽດ. ບັນດານ້ອງໆ​ໄດ້​ຮຽນ​ເພງ​ຫວຽດນາມ, ແຂ່ງຮ້ອງ​ເພງ​ຊາດ​ຫວຽດນາມ; ໄດ້ໄປ​ຊົນນະບົດ​ເພື່ອທ່ອງທ່ຽວ ​ແລະ ​ເຂົ້າ​ຮ່ວມ​ບັນດາກິດຈະກໍາ​ຜະລິດ​ກະສິກຳ. ພ້ອມ​ກັນນັ້ນ ນ້ອງໆນັກຮຽນກໍໄດ້ໄປ​ທ່ຽວເຂດຮ່ອງຮອຍ ATK ​ ດິງ​ຮ່໋ວາ, ວິຫານບູຊາ ເຢືອງຕຶມິງ, ວັດ​ຮາງ, ວັດ​ຝູຫຼຽນ, ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ໜອງນູຍ​ກົກ, ໜອງ​ບາເບ໊...

ທ່ານ ຫງວຽນ​ຕ໋ຽນ​ລອງ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ໃຫ້​ຮູ້​ວ່າ: ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແມ່ນ​ເບິ່ງ​ແຍງ​ດູ​ແລ​ນັກຮຽນ, ນັກ​ສຶກ​ສາ​ລາວ​ທີ່​ມາສຶກສາ​ຮ່ຳ​ຮຽນ​ຢູ່​ຫວຽດ​ນາມ.

ພ້ອມກັນ​ກັບ​ການ​ປຸກລະດົມ​ໃຫ້​ລູກ​ຫຼານ​ໄປ​ຮ່ຳຮຽນ​ຢູ່ ຫວຽດນາມ, ກໍຄື​ເຊື່ອມ​ຕໍ່ລະຫວ່າງພວກລູກຫຼານກັບ​ບັນດາ​ຄອບຄົວ​ຫວຽດ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງສະມາຄົມ​ມິດຕະພາບ​ຈະ​ເພີ່ມ​ທະວີ​ການເຊື່ອມຕໍ່​ລະຫວ່າງ​ຄອບຄົວ​ຫວຽດນາມທີ່ເປັນຜູ້ອຸປະຖຳ ​​ແລະ ຄອບຄົວ​ຢູ່ລາວ ເພື່ອ​ເຮັດໃຫ້​ຕິດພັນກັນເລິກ​ເຊິ່ງກວ່າອີກ.

ສາຍພົວພັນນີ້ຍັງຄົງໄດ້ຮັກສາໄວ້ພາຍຫຼັງທີ່ພວກລູກຫຼານຮຽນຈົບແລ້ວ, ກັບໄປປະເທດລາວເພື່ອເຮັດວຽກ. ຖ້າ​ເຮັດ​ໄດ້​ຄື​ແນວ​ນັ້ນ, ພວກເຮົາຈະ​ມີ​ຄອບຄົວຫວຽດ - ລາວ ນັບ​ໝື່ນໆ​ຄອບຄົວ​ໄດ້​ເຊື່ອມ​ຕໍ່ເຂົ້າກັນ, ໂດຍຜ່ານ​ນັ້ນ​ກໍເພື່ອປັບປຸງນໍ້າໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຫອມມາລາ

ເຫດການ
302 Found

Found

The document has moved here.