ທ​ະ​ຫານ​ປ້ອງ​ການ​ຊາດ ກ໋​ວາງ​ບິ່ງ​ນຳ​ແສງ​ສະ​ຫວ່າງ​ມາ​ຍັງ​ເຂດ​ຊາຍ​ແດນ​ປະ​ເທດ​ລາວ

12:46 | 17/07/2022

ຍ​ສ​ໝ - ພະ​ນັກ​ງານ, ນັກ​ຮົບ​ບັນ​ດາ​ກົມ​ກອງ​ຂອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ກ໋​ວາງ​ບິ່ງ ໄດ້​ຫັກ​ເງິນ​ເດືອນ​ໜຶ່ງວັນ​, ເງິນ​ອຸດ​ໜູນ, ຮຽກ​ຮ້ອງ​ແຫຼ່ງ​ທຶນ​ຈາກ​ສັງ​ຄົມ​ສ້າງ​ງົບ​ປະ​ມານ ແລະ ເຂົ້າ​ຮ່ວມ​ການ​ຜັນ​ຂະ​ຫຍາຍ​ກໍ່​ສ້າງ​ບັນ​ດາ​ໂຄງ​ການ.

ງານ​ວາງ​ສະ​ແດງ “ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ເຂດ​ຊາຍ​ແດນ ແລະ ຄວາມ​ສາ​ມັກ​ຄີ​, ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ” ຈະ​ຈັດ​ຂຶ້ນ​ຢູ່ແຂ​ວງ ດ້ຽນ​ບຽນ ງານ​ວາງ​ສະ​ແດງ “ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ເຂດ​ຊາຍ​ແດນ ແລະ ຄວາມ​ສາ​ມັກ​ຄີ​, ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ” ຈະ​ຈັດ​ຂຶ້ນ​ຢູ່ແຂ​ວງ ດ້ຽນ​ບຽນ
ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ
ທ​ະ​ຫານ​ປ້ອງ​ການ​ຊາດ ກ໋​ວາງ​ບິ່ງ​ນຳ​ແສງ​ສະ​ຫວ່າງ​ມາ​ຍັງ​ເຂດ​ຊາຍ​ແດນ​ປະ​ເທດ​ລາວ
ພາບ​ປະ​ກອບ: bienphong.com.vn

ໂຄງ​ການ “ແສງ​ສະ​ຫວ່າງ​ເຂດ​ຊາຍ​ແດນ” ໂດຍກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂວງ​ກ໋​ວາງ​ນາມ ປຸກ​ລະ​ດົມ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ​ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ນຳ​ແສງ​ສະ​ຫວ່າງ​ມາ​ຍັງ​​ບານ​ຕ່າງໆ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ.

ລະ​ອຽດ​ແມ່ນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ກ໋​ວາງ​ບິ່ງ ໄດ້​ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ປະ​ຕິ​ບັດຫຼາຍ​ໂຄງ​ການ, ກິດ​ຈະ​ກຳ​ເພື່ອ​ແນ​ໃສ່​ຍົກ​ສູງ​ຊີ​ວິ​ດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ຕັ້ງ​ຖີ່ນ​ຖານ​ຄົງ​ທີ່​ຢູ່​ເຂດ​ຊາຍ​ແດນ​ໃນ​ແຂວງ. ພົ້ນເດັ່ນ​ຄື: ໂຄງ​ການ​ປູກ​ຕົ້ນ​ເຂົ້າ​ຢູ່​ຕາ​ແສງ ເທື້ອງ​ຮ່​ວາ, ເຢິນ​ຮ​ວາ (ເມືອງ ມິງ​ຮ​ວາ), ຕາ​ແສງ ກິມ​ຖຸຍ (ເມືອງ​ເລະ​ຖຸຍ)... ໄດ້​ຊ່ວຍ​ໃຫ້​ຊາວ​ເຜົ່າ​ຮ່າ​ຍີ່ ຢູ່​ທ້ອງ​ຖິ່ນ ມີອາ​ຫານ​ກິນກຸ້ມຕົນ​ເອງ. ບໍ່​ພຽງ​ແຕ່​ໜູນ​ຊ່ວຍ​ປະ​ຊາ​ຊົນ​ພັດ​ທະ​ນາ​ການ​ຜະ​ລິດ, ສ້າງ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ, ນັບ​ແຕ່​ປີ 2019 ມາ​ຮອດ​ປັດ​ຈຸ​ບັນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ກ໋​ວາງ​ບິ່ງ​ ກໍໄດ້​ຜັນ​ຂະ​ຫຍາຍ​ກໍ່​ສ້າງ​ໂຄງ​ການ “ນຳ​ແສງ​ສະ​ຫວ່າງ​ມາ​ຍັງ​ເຂດ​ຊາຍ​ແດນ” ມອບ​ໃຫ້​ປະ​ຊາ​ຊົນ​ຢູ່​ໝູ​ບ້ານ, ເຂດ​ຊຸມ​ຊົນ​ຢູ່​ຊາຍ​ແດນ.

ພະ​ນັກ​ງານ, ນັກ​ຮົບ​ບັນ​ດາ​ກົມ​ກອງ​ຂອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ກ໋​ວາງ​ບິ່ງ ໄດ້​ຫັກ​ເງິນ​ເດືອນ​ໜຶ່ງວັນ​, ເງິນ​ອຸດ​ໜູນ, ຮຽກ​ຮ້ອງ​ແຫຼ່ງ​ທຶນ​ຈາກ​ສັງ​ຄົມ​ສ້າງ​ງົບ​ປະ​ມານ ແລະ ເຂົ້າ​ຮ່ວມ​ການ​ຜັນ​ຂະ​ຫຍາຍ​ກໍ່​ສ້າງ​ບັນ​ດາ​ໂຄງ​ການ. ຕາມ​ແຕ່​ລະ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຈະ​ຜັນ​ຂະ​ຫຍາຍ​ກໍ່​ສ້າງ​ໂຄງ​ການ “ນຳ​ແສງ​ສະ​ຫວ່າງ​ມາ​ຍັງ​ເຂດ​ຊາຍ​ແດນ” ດ້ວຍ​ລະ​ບົບ​ຕາ​ໜ່າງ​ໄຟ​ຟ້າ ແລະ ດ້ວຍດອກ​ໄຟນຳ​ໃຊ້​ພະ​ລັງ​ແສງຕາ​ເວັນ.

ພາຍຫຼັງ​ການ​ຜັນ​ຂະ​ຫຍາຍ​ມາ​ເປັນ​ເວ​ລາ 3 ປີ, ມາ​ຮອດ​ປັດ​ຈຸ​ບັນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ກ໋​ວາງ​ບິ່ງ​ໄດ້​ລະ​ດົມ​ແຫຼ່ງ​ກຳ​ລັງ​ກໍ່​ສ້າງ​ 78 ໂຄງ​ການ ດ້ວຍ​ສາຍ​ໄຟ​ຟ້າ​ທີ່​ຍາວ​ປະ​ມານ 75 ກີ​ໂລ​ແມັດ ມອບ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ. ລະ​ບົບ​ໄຟ​ຟ້າ ໂດຍ​ທະ​ຫານ​ປ້ອງ​ກັນ​ຊາຍແດນ​ກໍ່​ສ້າງ​ຢູ່ບັນດາ​ໝູ​່ບ້ານ​ເຂດ​ຊາຍ​ແດນ​ ອັນໄດ້​ສ້າງ​ພາບ​ພົດ​ຊົນ​ນະ​ບົດ​ໃໝ່​ດ້ວຍ​ສີ​ສັນ​ທີ່​ສ​ວຍ​ສົດ​ງົດ​ງາມ​ກ່​ວາ, ປະ​ກອບ​ສ່​ວນ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ບໍ​ລິ​ເວນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.