ການເດີນທາງຈາລຶກບຸນຄຸນ - ນັກສຶກສາກັບທະເລ ແລະ ໝູ່ເກາະປະເທດຊາດ ໃນປີ 2022

14:04 | 28/07/2022

ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມ, ສະມາຄົມນັກສຶກສານະຄອນຮ່າໂນ້ຍ ໄດ້ຈັດຕັ້ງພິທີອອກເຄື່ອນທັບ “ການເດີນທາງຈາລຶກບຸນຄຸນ - ນັກສຶກສາກັບທະເລ ແລະ ໝູ່ເກາະປະເທດຊາດ” ປີ 2022 ເພື່ອສະແດງຄວາມຮູ້ບຸນຄຸນເຖິງບັນດາລູກຫຼານດີເດັ່ນຂອງປະເທດຊາດ ທີ່​ເສຍສະຫຼະ​ຢ່າງ​ກ້າຫານ ​ເພື່ອ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ເອກະພາບປະເທດຊາດ, ສ້າງສາ ແລະ ປົກປັກຮັກສາຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ຫວຽດນາມ ແລະ ໝູ່ເກາະ ກຸກ ລົງນາມຖະແຫຼງການຮ່ວມມືສ້າງຕັ້ງສາຍພົວພັນການທູດ ຫວຽດນາມ ແລະ ໝູ່ເກາະ ກຸກ ລົງນາມຖະແຫຼງການຮ່ວມມືສ້າງຕັ້ງສາຍພົວພັນການທູດ
ປຸກລະດົມງານແຂ່ງຂັນການສະສົມ ແລະ ຊອກຮູ້ ສະແຕມໄປສະນີກ່ຽວກັບທະເລ ແລະ ໝູ່ເກາະຂອງຫວຽດນາມ ປຸກລະດົມງານແຂ່ງຂັນການສະສົມ ແລະ ຊອກຮູ້ ສະແຕມໄປສະນີກ່ຽວກັບທະເລ ແລະ ໝູ່ເກາະຂອງຫວຽດນາມ

ແຕ່​ວັນ​ທີ 21 ຫາ​ວັນ​ທີ 26 ກໍລະກົດ​ນີ້, ການ​ເດີນທາງ​ ຈະ​ໄປ​ຢ້ຽມຢາມ​ເຂດ​ແດງ​ຫຼາຍ​ແຫ່ງ ​ຢູ່​ຕາ​ແສງ ​ຈ້ຽວຟອງ ​ແລະ ​​ໂກນ​ກໍ (​ແຂວງ​ກວາງ​ຈີ້) ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຊາວ​ໜຸ່ມ “​ໃຕ້ແສງສະຫວ່າງຖະໜົນ​​ຊົນນະບົດ”, “ສະ​ໜາມ​ເດັກ​ນ້ອຍ” ຢູ່​ທີ່​ນີ້.

ພ້ອມ​ກັນ​ນັ້ນ, ຄະນະ​ເດີນທາງ​ ກໍ​ຈະ​ມອບ​ປຶ້ມ​ຮູບ 2.000 ​ຫົວ​ໃຫ້​ເດັກນ້ອຍ, ມອບ​ທຸງຊາດ​ໃຫ້​ຊາວ​ປະມົງ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ການເດີນທາງຈາລຶກບຸນຄຸນ - ນັກສຶກສາກັບທະເລ ແລະ ໝູ່ເກາະປະເທດຊາດ ໃນປີ 2022
ການເດີນທາງຈາລຶກບຸນຄຸນ - ນັກສຶກສາກັບທະເລ ແລະ ໝູ່ເກາະປະເທດຊາດ ໃນປີ 2022. (ພາບ: hanoimoi)

​ໂດຍໄດ້​ຮູ້​ວ່າ, ຍອດ​ຈຳນວນ​ແຫຼ່ງກຳລັງ​ທີ່ ຄະນະການ​ເດີນທາງ ລະດົມ​ໄດ້​ແມ່ນ​ປະມານ 140 ລ້ານ​ດົ່ງ.

ຕາມ​ທ່ານ​ຮອງເລຂາທິການ​ຄະນະ​ຊາວ​ໜຸ່ມ, ປະທານ​ສະມາຄົມ​ນັກ​ສຶກສາ ຮ່າ​ໂນ້ຍ ​ເຈີ່ນ​ກວາງ​ຮຶງ ​ແລ້ວ, ການ​ເດີນທາງ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ຊາວໜຸ່ມ, ນັກ​ສຶກສາ​ດີ​ເດັ່ນ​ສະ​ແດງມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ຫວນ​ຄືນ​ປະ​ຫວັດ​ສາດ​ວິລະ​ຊົນ​ພິລະອາດຫານ, ​ເຕືອນ​ສະຕິ​ເຊິ່ງກັນ​ແລະ​ກັນ ກ່ຽວກັບນ້ຳ​ໃຈ​ຮັບຜິດຊອບ, ຍາມ​ໃດ​ກໍ່​ຮັກສາ ​ແລະ ​ເຊີດ​ຊູ​ບັນດາ​ຜົນງານ​ການ​ປະຕິວັດ​ທີ່​ເອກອ້າງທະນົງໃຈ ​ທີ່ແລກມາ​ດ້ວຍ​ເຫື່ອ​ແຮງ ​ແລະ ​ເລືອດ​ເນື້ອ​ຂອງ​ລຸ້ນພໍ່ລຸ້ນອ້າຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.