ຍສໝ - ໃນຊຸມວັນນີ້, ຖະໜົນຮ່າງມ໊າ ເຕັມໄປດ້ວຍສີແດງ ແລະສີເຫຼືອງ ຈາກໂຄມໄຟ, ຄຳກອນຄູ່ (ປະຕິຄູ່), ຊອງອັງເບົາ, ເຈົ້າພໍ່ຂຸນຄັງ ຫຼືສີຂຽວຂອງເຂົ້າຕົ້ມ... ທຸກສິ່ງທຸກຢ່າງ ສ້າງເປັນພາບທີ່ເຕັມໄປດ້ວຍສີສັນຕ້ອນຮັບປີໃໝ່ປະຈໍາຊາດປີຂານ 2022 ທີ່ໃກ້ຈະວຽນມາແລ້ວ.
ລາຍການທ່ອງທ່ຽວຄົ້ນຫາ, ຢ້ຽມຊົມຮ່ອງຮອຍປະຫວັດສາດ, ທັດສະນີຍະພາບຢູ່ນະຄອນທຸດຶກ (ນະຄອນໂຮ່ຈີມິນ) ໃນລາຍການທ່ອງທ່ຽວຄົ້ນຫາ “ນະຄອນຢູ່ຟາກແມ່ນ້ຳສີຂຽວໃສ” ໄດ້ປະກອບສ່ວນຟື້ນຟູການທ່ອງທ່ຽວພາຍໃນຂອງນະຄອນໂຮ່ຈີມິນ.
ຍສໝ - ຍັງເວລາເກືອບ 1 ເດືອນ ກໍ່ຈະຮອດບຸນປີໃໝ່ປະຈຳຊາດປີຂານ 2022, ເຂດທົ່ງຕົ້ນໝາກແປ້ນຂອງໝູ່ບ້ານຕົ້ນໝາກແປ້ນ ຕື໊ລຽນ (ຮ່າໂນ້ຍ) ໄດ້ສຸກເຫຼືອງ, ບັນຍາກາດຄຶກຄື້ນ, ການບົວລະບັດ ແລະ ປະດັບປະດາຕົ້ນໄມ້ປະດັບເພື່ອສະໜອງຕະຫຼາດໃນວັນບຸນປີໃໝ່ປະຈໍາຊາດ ໄດ້ມີຄວາມຄຶກຄື້ນ ໜາແໜ້ນ.
ຍສໝ - ປີນີ້ອາກາດໜາວ, ດອກຊາກຸຣະເບັ່ງບານເຕັມທີ່, ສວຍງາມທີ່ສຸດ. ທັງດ່າລາດ ລ້ວນແຕ່ມີສີຊົມຊື່ນເປັນສີບົວ, ເໝືອນດັ່ງຊຸດ “ນາງສາວ” ທີ່ປິວສະບັດຢ່າງສວຍງາມໃນຊຸດສີບົວ, ມີຄວາມເຍົ້າຍວນທີ່ເປັນໜ້າແປກ.
ຍສໝ - ລັດຖະບານໄດ້ເຫັນດີເພີ່ມເຕີມນະຄອນ ໂຮ່ຈີມິນ ແລະ ບິ່ງດິ້ງ ເຂົ້າໃນບັນຊີລາຍຊື່ບັນດາທ້ອງຖິ່ນທີ່ໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວສາກົນແຕ່ຕົ້ນປີນີ້, ພ້ອມກັບ 5 ທ້ອງຖິ່ນຕ່າງໆຄື: ດ່າໜັງ, ກຽນຢາງ, ແຄ໋ງຮ່ວາ, ກວາງນາມ ແລະ ກວາງນິງ.
ຍສໝ - ດິນແດນກາວເຊີນ ໄດ້ຮັບຂະໜານນາມວ່າ “ຊາປາ” ຂອງແທງຮວ່າ ເພາະອຸນຫະພູມຕ່ຳກວ່າເຂດອ້ອມຂ້າງ ແລະ ມີໝອກປົກຄຸມຕະຫຼອດປີ.
ຍສໝ - ໄທຫງວຽນມີຊື່ສຽງໂດ່ງດັງກ່ຽວກັບແຫຼ່ງທ່ອງທ່ຽວຂຽວ, ການທ່ອງທ່ຽວແບບ ນິເວດ, ເຊິ່ງເປັນສະຖານທີ່ທີ່ເໝາະສົມສໍາລັບການພັກຜ່ອນໃນທ້າຍອາທິດ.
ຍສໝ - ຮ່າໂນ້ຍຮຽກຮ້ອງໃຫ້ຜູ້ເຂົ້າເມືອງ ທີ່ໄດ້ຮັບການສັກວັກຊິນຢ່າງຄົບຖ້ວນແລ້ວ ຕ້ອງຕິດຕາມສຸຂະພາບຢູ່ສະຖານທີ່ພັກອາໄສ ດ້ວຍຕົນເອງ, ບໍ່ໃຫ້ສຳຜັດກັບຄົນຢູ່ອ້ອມຂ້າງ, ບໍ່ໃຫ້ອອກຈາກເຂດພັກອາໄສໃນ 3 ວັນທຳອິດ.
ຍສໝ - ໃນແສງຕາເວັນຂອງຊຸມວັນທ້າຍລະດູໜາວ, ດອກຄາຍ ແລະດອກໝັ້ນຢູ່ “ປະຕູສະຫວັນ” ຢູ່ເມືອງລົ໋ງ ເບັ່ງບານງາມທີ່ສຸດ. ຮ່ອມພູທີ່ງຽບສະຫງົບໄດ້ດຶງດູດນັກທ່ອງທ່ຽວດ້ວຍສີບົວຂອງດອກຄາຍ, ສີຂາວຂອງດອກໝັ້ນ, ສີຂຽວຂອງຫຍ້າ, ແລະຈິດໃຈຮັກແພງແຂກຄົນຂອງຜູ້ຄົນທີ່ຢູ່ທີ່ນີ້.
ຍສໝ - ທະເລເມກແມ່ນປະກົດການທຳມະຊາດທີ່ເປັນເອກະລັກສະເພາະ, ທັງມີຄວາມ ງົດງາມຊວນຝັນ ທັງໃຫຍ່ໂຕມະຫາຖານເຊິ່ງເຮັດໃຫ້ໃຜໆກໍ່ນິຍົມຊົມຍ້ອງເມື່ອໄດ້ ເຫັນປະຈັກຕາ.
ຍສໝ - ຫວ່າງແລ້ວນີ້, ກົມທ່ອງທ່ຽວນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີໄຂສັບປະດາການທ່ອງທ່ຽວ “ນະຄອນໂຮ່ຈິມິນ - ນະຄອນທີ່ຂ້າພະເຈົ້າຮັກ”.
ຍສໝ - ຊີນຊ໊ວຍໂຮ່ ແມ່ນໝູ່ບ້ານນ້ອຍໆຂອງຊາວເຜົ່າມົ້ງ ຢູ່ຕາແສງຊີນຊ໊ວຍໂຮ່ (ເມືອງຟອງໂຖ, ແຂວງລາຍເຈົາ), ຫ່າງຈາກນະຄອນລາຍເຈົາ ເກືອບ 30 ກິໂລແມັດ, ໃນລະດັບຄວາມສູງເກືອບ 1500ແມັດເໜືອນ້ຳທະເລ.
ຍສໝ - ເຂດພູດອກຜັັກກາດຂາວມີເນື້ອທີ່ກວ້າງ 17 ເຮັກຕາ, ຫ່າງຈາກໃຈກາງເທດສະບານເມືອງ ມົກເຈົາ ເກືອບ 30 ກິໂລແມັດ, ຫາກໍ່ໄດ້ຮັບການຄົ້ນພົບຈາກໄວໜຸ່ມທ້ອງຖິ່ນ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະໂຄສະນາສຶກສາສູນກາງໄດ້ຈັດພິທີມອບລາງວັນ ແລະ ງານວາງສະແດງການປະກວດຮູບພາບສິລະປະແຫ່ງຊາດໃນຫົວຂໍ້ທະເລ ແລະ ໝູ່ເກາະບ້ານເກີດເມືອງນອນ ດ້ວຍຊື່ວ່າ “ປະເທດຊາດຢູ່ຂ້າງກະແສຟອງ”.
ຍສໝ - ເວັບໄຊສະຖາປັດຕະຍະກຳ ArchDaily ໄດ້ຄັດເລືອກ 50 ກິດຈະກຳເຮືອນ ຢູ່ອາໄສທີ່ດີທີ່ສຸດ ແລະໄດ້ຮັບການແຊ໌ຫຼາຍທີ່ສຸດ, ໃນນັ້ນມີສອງໂຄງການຢູ່ຫວຽດນາມ.
ຍສໝ - ໃນຕົ້ນປີ 2021, New York Times ໄດ້ປະກາດ 52 ສະຖານທີ່ນັດພົບສຳລັບປີ 2021 ຫຼັງຈາກການຄັດເລືອກ ແລະເກັບກໍາຄວາມຄິດເຫັນປະກອບຂອງຜູ້ອ່ານ ຈາກຫຼາຍກວ່າ 2.000 ຄໍາເຫັນທີ່ແຕກຕ່າງກັນ. ໃນຈຳນວນ 52 ສະຖານທີ່, ມີພຽງ 2 ແຫ່ງໃນອາຊີຕາເວັນອອກສ່ຽງໃຕ້ ຄື ກົນດ໋າວ, ຫວຽດນາມ (ອັນດັບທີ 46) ແລະ Tagaytay, ຟີລິບປິນ (ອັນດັບທີ 42).
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ດ່ວານວັນວຽດ ໄດ້ລົງນາມເອກະສານເລກທີ 4698/BVHTTDL-TCDL ກ່ຽວກັບໂຄງການປຸກລະດົມການທ່ອງທ່ຽວພາຍໃນປະເທດ ທີ່ມີການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວປອດໄພ - ແບບຄົບວົງຈອນ”.
ຍສໝ - ການປະກວດດ້ວຍເປົ້າໝາຍເຊີດຊູ, ແຜ່ກະຈາຍບັນດາພາບຖ່າຍທີ່ສວຍງາມ, ສານທີ່ຕັ້ງໜ້າ ແລະ ຍົກສູງສະຕິຄວາມຮັບຮູ້ໃນການອະນຸລັກຮັກສາມໍລະດົກທຳມະຊາດໂລກ ກາດບ່າ.
ຍສໝ - ນອກຈາກບ່ອນເພື່ອ check-in ທົ່ງໄຟຟ້າແຮງລົມແລ້ວ, ເມືອງ ເຫືອງຫວາ ຍັງມີສະຖານທີ່ທ່ອງທ່ຽວປະຕິວັດອີກຫຼາຍແຫ່ງເຊັ່ນ: ເຂດຮ່ອງຮອຍສະໜາມບິນຕ່າເກີນ, ຄຸກລາວບາວ... ໃນຮູບພາບແມ່ນຍົນຂົນສົ່ງ C130 ຂອງທະຫານອາເມລິກາຢູ່ເຂດຮ່ອງຮອຍສະໜາມບິນຕ່າເກີນ.
ຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງນະຄອນ ໂຮ່ຈີມິນ ໄດ້ແບ່ງປັນກ່ຽວກັບການກຳນົດທິດພັດທະນາເສດຖະກິດ, ໃນນັ້ນມີຂະແໜງທ່ອງທ່ຽວຂອງນະຄອນ
ຍສໝ - ຕາມຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ບາວີ (ຮ່າໂນ້ຍ) ແລ້ວ, ແຕ່ຕົ້ນລະດູດອກຕາເວັນປ່າມາຮອດປະຈຸບັນ (ຕົ້ນເດືອນພະຈິກ), ປ່າສະຫງວນແຫ່ງຊາດ ບາວີ ໄດ້ຕ້ອນຮັບແຂກທ່ອງທ່ຽວ 20.000 ກວ່າຄົນມາຢ້ຽມຢາມ ແລະ ລົງພຶດຕິກຳຕົວຈິງ.
ຍສໝ - ຜູ້ຕາງໜ້າກົມທ່ອງທ່ຽວໄຕ້ຫວັນ (ຈີນ) ປະຈຳ ນະຄອນໂຮ່ຈີມິນ ສົມທົບກັບ ສູນ California Fitness & Yoga ຈັດຕັ້ງລາຍການ “360 VR Experience Taiwan in One Day”- ລົງຕົວຈິງການທ່ອງທ່ຽວຂຽວ ຖີບລົດອ້ອມໄຕ້ຫວັນ ຜ່ານແວ່ນຕາ VR ແລະ ວີດີໂອຄຼິບ 360 ອົງສາ.
ຍສໝ - ເມື່ອບໍ່ດົນມານິ້, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນ-ເຫວ້ ໄດ້ຈັດຕັ້ງພິທີມອບຮັບໃບຈັດປະເພດປູຊະນີຍະສະຖານພິເສດແຫ່ງຊາດສຳລັບໂຮງຮຽນແຫ່ງຊາດເຫວ້, ໝູ່ບ້ານເຢືອງໂນ, ເຮືອນອະນຸສອນສະຖານປະທານ ໂຮ່ຈີມິນ ເທິງຖະໜົນ ມາຍທຸກລວານ ແລະ ຢູ່ບ້ານເຢືອງໂນ. (ຕາແສງ ຟູເຢືອງ, ນະຄອນເຫວ້).
ຍສໝ - ໂດຍແມ່ນໜຶ່ງໃນ 2 ສະຖານທີ່ເຊິ່ງແຂວງກ໋ວາງນາມ ໄດ້ເລືອກເອົາເປັນສະຖານທີ່ຕ້ອນຮັບແຂກທ່ອງທ່ຽວສາກົນ, ພາຍຫຼັງຢຸດການເຄື່ອນໄຫວມາເປັນ 2 ປີຍ້ອນໂລກລະບາດໂຄວິດ - 19, ປັດຈຸບັນເມືອງເກົ່າໂຮ້ຍອານ ພວມເຕັມໄປດ້ວຍກຳລັງຊີວິດ, ກັບມາຟົດຟື້ນຄືນໃໝ່ ເພື່ອຕ້ອນຮັບແຂກທ່ອງທ່ຽວສາກົນ…
ຍສໝ - ກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ຫາກໍ່ໄດ້ຜັນຂະຫຍາຍບັ້ນການສົ່ງເສີມ, ໂຄສະນາທີ່ມີຊື່ວ່າ “Live fully in Vietnam” ໂດຍຕິດພັນກັບເຄື່ອງໝາຍການທ່ອງທ່ຽວແຫ່ງຊາດ Vietnam - Timeless Charm.
ຍສໝ - ເຮືອນທີ່ມີຊື່ວ່າ 102 (ເຮືອນທີ່ບໍ່ຄືໃຜ) ມີຮູບຊົງຕົ້ນແປກເປັນຮູໃຫຍ່ ເຊິ່ງຢາກສົ່ງສານຈົ່ງປົກປັກຮັກສາສິ່ງແວດລ້ອມປ່າໄມ້. ສະຖານທີ່ແຫ່ງນີ້ໄດ້ຮັບການຮັບຮອງເປັນສະຖານທີ່ທ່ອງທ່ຽວຢູ່ເກາະກ໊າດບ່າ.
ດ້ວຍຄວາມມຸ່ງມາດປາດຖະໜານໍາເຂດປູສະນີຍະສະຖານແຫ່ງຊາດພິເສດ ວັນມ໊ຽວ-ກວກຕື໊ຢ໊າມ (ດົ່ງດາ, ຮ່າໂນ້ຍ) ກາຍເປັນເຂດວັດທະນະທຳທີ່ດຶງດູດນັກທ່ອງທ່ຽວ, ສູນການເຄື່ອນໄຫວວັດທະນະທຳ ແລະວິທະຍາສາດ ວັນມ໊ຽວ-ກວກຕື໊ຢ໊າມ ໄດ້ນຳໃຊ້ເຕັກໂນໂລຢີ 3D Mapping ເພື່ອໃຫ້ແຂກທ່ອງທ່ຽວຄົ້ນຫາສະຖານທີ່ແຫ່ງນີ້ ດ້ວຍເທັກໂນໂລຢີ virtual reality ກັບ tour ທ່ອງທ່ຽວທີ່ເລົ່າເລື່ອງລາວປະຫວັດສາດ ແລະວັດທະນະທຳດ້ວຍສິລະປະສາຍດ້ວຍແສງ, ສຽງ ແລະຮູບ ພາບທີ່ໜ້າປະທັບໃຈ.
ດ້ວຍພູມສັນຖານເປັນຫລາຍຮູບແບບ ເປັນຕົ້ນແມ່ນ ອາກາດປອດໂປ່ງເຢັນສະບາຍ, ແມ່ນເງື່ອນໄຂດີທີ່ສຸດເພື່ອພັດທະນາການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ. ເພື່ອໃຫ້ເຂດທ່ອງທ່ຽວນີ້ພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ໃນຊຸມປີຜ່ານມາ ເມືອງ ມົກເຈົາ ແລະ ແຂວງ ເຊີນລາ ໄດ້ເອົາໃຈໃສ່ດຶງດູດນັກລົງທຶນເຂົ້າມາລົງທຶນຢູ່ເຂດນີ້. ໃນຕົວຈິງ ມີຫລາຍໂຄງການດ້ວຍເງິນລົງທຶນນັບພັນໆຕື້ດົ່ງ ໄດ້, ພວມ ຜັນຂະຫຍາຍ, ບໍ່ພຽງແຕ່ຊ່ວຍປຸກລຸກຄວາມສາມາດບົ່ມຊ້ອນເທົ່ານັ້ນ ຫາກຍັງປະກອບສ່ວນເຮັດໃຫ້ເຂດທ່ອງທ່ຽວນີ້ພັດທະນາ.
ດ້ວຍການກະກຽມຢ່າງລະອຽດ, ຟູກວກ ແລະ ບັນດາວິສາຫະກິດການບໍລິການທ່ອງທ່ຽວຢູ່ນະຄອນເກາະ ໄດ້ມານະພະຍາຍາມນຳມາໃຫ້ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດໄດ້ມີເວລາພັກຜ່ອນບຳລຸງສຸຂະພາບດ້ວຍຄວາມປອດໄພ, ສ້າງຄວາມປະທັບໃຈຢ່າງດີງາມ.
ໃນຂອບເຂດປີທ່ອງທ່ຽວແຫ່ງຊາດ 2021 - ຮວາລື, ນິງບິ່ງ ແລະຊົມເຊີຍວັນມໍລະດົກວັດທະນະທໍາຫວຽດນາມ (ວັນທີ 23 ພະຈິກ), ສູນວາງສະແດງວັດທະນະທໍາສິລະປະຫວຽດນາມ ສົມທົບກັບພະແນກວັດທະນະທໍາ ແລະກິລາແຂວງນິງບິ່ງ ຈັດຕັ້ງງານວາງສະແດງ “ມໍລະດົກວັດທະນະທໍາ, ທັດສະນີຍະພາບຫວຽດນາມ ແລະຜະລິດຕະພັນຫັດຖະກຳພື້ນເມືອງ” ຢູ່ນິງບິ່ງ.