ສັບປະດາທ່ອງທ່ຽວ “ນະຄອນໂຮ່ຈິມິນ - ນະຄອນທີ່ຂ້າພະເຈົ້າຮັກ”

16:10 | 27/12/2021

ຍສໝ - ຫວ່າງແລ້ວນີ້, ກົມ​ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ໄຂ​ສັບປະດາ​ການທ່ອງທ່ຽວ “ນະຄອນ​ໂຮ່ຈິ​ມິນ - ນະຄອນ​ທີ່​ຂ້າພະ​ເຈົ້າ​ຮັກ”.

ນະຄອນໂຮ່ຈິມິນ: ນຳໃຊ້ເຕັກໂນໂລຊີ ໃນການຄຸ້ມຄອງ ແລະ ດູແລ F0 ຢູ່ເຮືອນ ນະຄອນໂຮ່ຈິມິນ: ນຳໃຊ້ເຕັກໂນໂລຊີ ໃນການຄຸ້ມຄອງ ແລະ ດູແລ F0 ຢູ່ເຮືອນ
ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ
ສັບປະດາທ່ອງທ່ຽວ “ນະຄອນໂຮ່ຈິມິນ - ນະຄອນທີ່ຂ້າພະເຈົ້າຮັກ”
ສັບປະດາທ່ອງທ່ຽວ “ນະຄອນໂຮ່ຈິມິນ - ນະຄອນທີ່ຂ້າພະເຈົ້າຮັກ”. ພາບ: thanhuytphcm.vn

ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ສັບປະດາ​ການທ່ອງທ່ຽວ ໄດ້ຈັດຕັ້ງ ຢູ່ນະຄອນ ​ໂຮ່ຈີ​ມິນໃນ​ອາທິດ​ສຸດ​ທ້າຍ​ຂອງ​ປີ 2021 ​ໃນ​ສະພາບ​ການທີ່ພວມ​ຟື້ນ​ຟູ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ​ໃນເງື່ອນໄຂ​ປັບ​ຕົວ​ເຂົ້າ​ກັບ​ໂລກ​ລະບາດ​ໂຄ​ວິດ-19 ຢ່າງ​ປອດ​ໄພ.

ສັບປະດາ​ການທ່ອງທ່ຽວ ຈະ​ມີ​ບັນດາການ​ເຄື່ອນ​ໄຫວ​ແນະນຳ​ຮູບ​ພາບ​ກ່ຽວ​ກັບ​ບັນດາແຫຼ່ງ​ທ່ອງ​ທ່ຽວ​ທີ່​ພົ້ນ​ເດັ່ນ, ເປັນເອກະລັກ​ຂອງ​ນະ​ຄອນ, ບັນດາການເຄື່ອນໄຫວງານ​ວາງ​ສະ​ແດງ​ຮູບ​ພາບ, ແຫ່ຂະບວນ​ລົດ​ຖີບ, ຄົ້ນຫາອາຫານ, ສິ​ລະ​ປະ​ຕາມ​ຖະ​ໜົນ (Street Show) - ການ​ປະ​ສົມ​ສິ​ລະ​ປະ​ຍຸກ​ສະ​ໄໝ​ໂລກ​ກັບ​ດົນ​ຕີ​ພື້ນ​ເມືອງ... ພ້ອມ​ກັນ​ນັ້ນ​ກໍ​ມີຫຼາຍ​ຮ້ອຍ​ລາຍການ​ສົ່ງເສີມ, ຫຼຸດລາຄາການຊື້ເຄື່ອງຂອງ, ບັນດາຜະລິດ​ຕະພັນ ​ແລະ ການ​ບໍລິການ​ທ່ອງ​ທ່ຽວ​ໃນ​ທ້າຍ​ປີ​ເຖິງ 60% ​ສໍາລັບການ​ບໍລິການ​ທ່ອງ​ທ່ຽວ, ​ໂຮງ​ແຮມ ​ແລະ ກິດຈະກຳ​ທ່ອງ​ທ່ຽວ, ການ​ບັນ​ເທິງ...

​ທ່ອງ​ທ່ຽວ​ນະຄອນ​ໂຮ່ຈິ​ມິນ ຫວັງ​ວ່າ​ ນີ້​ຈະ​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ການ​ຟື້ນ​ຟູ ​ແລະ ພັດທະນາຢ່າງແຮງຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ນະຄອນ​ເວົ້າ​ສະ​ເພາະ ​ແລະ ການທ່ອງທ່ຽວ​ຫວຽດນາມ ​ເວົ້າ​ລວມ​ໃນ​ປີ 2022. ສັບປະດາ​ການທ່ອງທ່ຽວ​ຍັງ​ໄດ້​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ໃຫ້​ກາຍ​ເປັນ​ງານ​ປະຈຳ​​ຂອງ​ຊາວ​ນະຄອນ​ ກໍຄື​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.