ໂຮງຮຽນແຫ່ງຊາດ ເຫວ້ ໄດ້ກາຍເປັນປູ​ຊະ​ນີ​ຍະ​ສະ​ຖານພິເສດແຫ່ງຊາດ

06:18 | 27/11/2021

ຍສໝ - ເມື່ອບໍ່ດົນມານິ້, ຄະນະ​ກຳມະການ​ປະຊາຊົນ​ແຂວງ ເທື່ອ​ທຽນ-ເຫວ້ ​ໄດ້​ຈັດຕັ້ງ​ພິທີ​ມອບຮັບ​ໃບຈັດ​ປະ​ເພດ​ປູ​ຊະ​ນີ​ຍະ​ສະ​ຖານ​ພິ​ເສດ​ແຫ່ງ​ຊາດສຳ​ລັບ​ໂຮງຮຽນ​ແຫ່ງ​ຊາດ​ເຫວ້, ໝູ່​ບ້ານ​ເຢືອງ​ໂນ, ​ເຮືອນ​ອະນຸສອນ​ສະຖານ​ປະທານ ໂຮ່ຈີ​ມິນ ເທິງ​ຖະໜົນ ​ມາຍ​ທຸກ​ລວານ ​ແລະ ຢູ່​ບ້ານເຢືອງ​ໂນ. (ຕາແສງ ຟູເຢືອງ, ນະ​ຄອນ​ເຫວ້).

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວ້ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສະ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່ ຖ໊າຍງວຽນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວ້ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສະ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່ ຖ໊າຍງວຽນ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່​ງ​ເຫວ້ ອວຍ​ພອນ​ວັນ​ຊາດ ສ.ອັງ​ໂກ​ລາ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່​ງ​ເຫວ້ ອວຍ​ພອນ​ວັນ​ຊາດ ສ.ອັງ​ໂກ​ລາ
ໂຮງຮຽນແຫ່ງຊາດ ເຫວ້ ໄດ້ກາຍເປັນປູ​ຊະ​ນີ​ຍະ​ສະ​ຖານພິເສດແຫ່ງຊາດ
ໂຮງຮຽນແຫ່ງຊາດ ເຫວ້ ໄດ້ກາຍເປັນປູ​ຊະ​ນີ​ຍະ​ສະ​ຖານພິເສດແຫ່ງຊາດ. ພາບ: vietbao.vn

ຕາມ​ຂໍ້​ມູນ​ທາງປະຫວັດສາດ, ປີ 1895 ພໍ່​ຖົ້າ ຫງວຽນ​ຊິງ​ສັກ (ບິ​ດາຂອງ​ປະທານ ​ໂຮ່ຈີ​ມິນ) ​ເຂົ້າມາ​ເມືອງ ​ເຫວ້ ​ເພື່ອ​ສອບ​ເສັງຂຸນ​ນາງ​ແຕ່​ບໍ່​ຜ່ານ. ຈຶ່ງກະກຽມ​ການ​ສອບ​ເສັງ​ໃນ​ປີ​ຕໍ່​ໄປ, ​ພໍ່​ເຖົ້າ​ໄດ້​ຂໍເຂົ້າ​ຮຽນ​ຢູ່​ໂຮງຮຽນ​ກວກ​ຕື​ຢ໋າມ (​ເຫວ້) ​ແລະ ​ກໍໄດ້​ຖືກ​ຮັບເຂົ້າຮຽນ. ເມື່ອ​ເຂົ້າ​ສູ່​ເມືອງ​ເຫວ້, ພໍ່​ເຖົ້າຫງວຽນ​ຊິງ​ສັກ ​ໄດ້​ເຊົ່າ​ເຮືອນນ້ອຍ​ອາ​ໄສ​ຢູ່​ຖະໜົນ ດົ່ງ​ບ່າ (ປະຈຸ​ບັນ​ແມ່ນ​ເຮືອນ​ອະ​ນຸ​ສອນ​ປະທານ ​ໂຮ່ຈີ​ມິນ ຢູ່​ຖະໜົນ ​ມາຍທຸ​ກລວານ, ຕາແສງ ທວນລົກ.​

ພາຍຫຼັງ​ທີ່​ມີ​ບ່ອນ​ຢູ່​ອາ​ໄສ​ໝັ້ນ​ຄົງ ​ແລະ ເພື່ອ​ມີ​ເງື່ອນ​ໄຂ​ເບິ່ງ​ແຍງ​ຄອບຄົວ​, ພໍ່​ເຖົ້າ ຫງວຽນ​ຊິງ​ສັກ ​ໄດ້​ກັບ​ຄືນ​​ບ້ານ​ເກີດ​ເມືອງ​ນອນ ​ເພື່ອພາ​ ແມ່​ເຖົ້າ​ ຮ່ວາງ​ທິ​ໂລນ ຜູ້​ເປັນ​ເມຍ ​ແລະ ​ລູກຊາຍ​ສອງ​ຄົນ​ຄື: ຫງວຽນ​ຊິງ​ຄຽມ ​ແລະ ຫງວຽນ​ຊິງ​ກຸ່ງ (ຊຶ່ງ​ເປັນຊື່​ໃນ​ໄວ​ເດັກ​ຂອງ​ ປະທານ ໂຮ່ຈີ​ມິນ) ເຂົ້າ​ມາ​ເມືອງເຫວ້.

ເດືອນ​ພຶດ​ສະ​ພາ 1906, ພໍ່​ເຖົ້າ ຫງວຽນ​ຊິງ​ສັກ ໄດ້​ເຂົ້າ​ມາ​ນະ​ຄອນ​ວັງ​ເຫວ້ ເພື່ອ​ຮັບ​ຕຳ​ແໜ່ງ​ເສ​ນາ​ພິ​ທີການ, ຫງວຽນ​ຊິງ​ກຸ່ງ ໄດ້​ຕິດ​ຕາມ​ພໍ່​ມາດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ປະ​ຖົມ​ຝ​ຣັ່ງ-ຫວຽດ​ ດົ່ງ​ບ່າ.

ປີ 1908, ຫງວຽນ​ຊິງ​ກຸ່ງ ເປັນ​ໜຶ່ງ​ໃນ 10 ຂອງນັກຮຽນທີ່​ເກັ່ງໃນ​ໂຮງຮຽນ​ປະຖົມ​ຝ​ຣັ່ງ-ຫວຽດ ດົ່ງ​ບ່າ ທີ່ສອບ​ເສັງຂ້າມ​ຂັ້ນ​ໄດ້​ເຂົ້າ​ຮຽນ​ຫ້ອງ​ຮຽນ​ຊັ້ນ​ມັດ​ທະ​ຍົມ​ຕົ້ນຂອງ​ໂຮງຮຽນ​ແຫ່ງ​ຊາດ ສົກ​ຮຽນປີ ​​1908-1909.

ປີ 1990, ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງຄົບ​ຮອບ 100 ປີ​ ​ວັນຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ​ໂຮ່​ຈິ​ມິນ, ພິ​ພິ​ດຕະ​ພັນ​ໂຮ່​ຈີ​ມິນ ນະຄອນເຫວ້ ​ຮ່ວມ​ກັບ​ໂຮງ​ຮຽນແຫ່ງຊາດ ໄດ້​ສ້າງ​ຮູບ​ປັ້ນທ່ານ ຫງວຽນ​ເຕິດ​ແທງ (ອີກ​ຊື່​ໜຶ່ງ​ຂອງ​ປະ​ທານ ໂຮ່​ຈີ​ມິນ).

ໄຊພອນ

ເຫດການ
302 Found

Found

The document has moved here.