ນັກ​ທ່ອງ​ທ່ຽວ​ກວ່າ 20.000 ຄົນ​ໄດ້​ສຳ​ຜັດ​ກັບ​ລະ​ດູ​ດອກ​ຕາ​ເວັນ​ປ່າ​ຢູ່ ບາ​ວີ

14:16 | 29/11/2021

ຍ​ສ​ໝ - ຕາມ​ຄະນະ​ຄຸ້ມ​ຄອງ​ປ່າ​ສະຫງວນ​ແຫ່ງ​ຊາດ ບາ​ວີ (ຮ່າ​ໂນ້ຍ) ແລ້ວ, ​ແຕ່​ຕົ້ນ​ລະດູ​ດອກ​ຕາ​ເວັນ​ປ່າ​ມາ​ຮອດ​ປະຈຸ​ບັນ (ຕົ້ນ​ເດືອນ​ພະຈິກ), ປ່າ​ສະຫງວນ​ແຫ່ງ​ຊາດ ບາ​ວີ ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 20.000 ກວ່າ​ຄົນ​ມາ​ຢ້ຽມຢາມ ​ແລະ ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ.

ທ່ອງ​ທ່ຽວ​ໄຕ​້​ຫວັນ ຜ່ານແວ່ນຕາ VR ທ່ອງ​ທ່ຽວ​ໄຕ​້​ຫວັນ ຜ່ານແວ່ນຕາ VR
ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ ບິ່ງ​ລຽວໃນ​ລະ​ດູ​ໜາວ - ສະຖານທີ່ນັດພົບ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ
ນັກ​ທ່ອງ​ທ່ຽວ​ກວ່າ 20.000 ຄົນ​ໄດ້​ສຳ​ຜັດ​ກັບ​ລະ​ດູ​ດອກ​ຕາ​ເວັນ​ປ່າ​ຢູ່ ບາ​ວີ
ພາບ​ປະ​ກອບ: TTXVN

​ເຖິງ​ວ່າ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຫຼຸດ​ລົງ​ຫຼາຍ​ເມື່ອ​ທຽບ​ໃສ່​ປີ​ກາຍ, ​ແຕ່​ຕົວເລກ​ນີ້​ຍັງ​ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ.

ໃນຊຸມປີມໍ່ໆມານີ້, ເມື່ອດອກຕາເວັນປ່າອອກດອກ, ປ່າສະຫງວນແຫ່ງຊາດ ບາວີ ພັດໄດ້ກາຍເປັນຈຸດດຶງດູດນັກທ່ອງທ່ຽວຈາກທຸກແຖບ​ຖິ່ນເຂົ້າມາຊົມດອກໄມ້ປ່າທໍາມະຊາດ, ທີ່​ລຽບ​ງ່າຍແຕ່ສວຍງາມຫຼາຍນີ້. ຈໍາ​ນວນ​ນັກ​ທ່ອງ​ທ່ຽວ​ ຈະ​ໄປ​ທ່ຽງ​ຊົມຫຼາຍ​ທີ່​ສຸດ​ໃນ​ທ້າຍ​ອາ​ທິດ​, ໃນ​ນັ້ນ​ສ່ວນ​ໃຫຍ່​ແມ່ນ​ຊາວ​ຫນຸ່ມ​. ດ້ວຍ​ທ່າ​ໄດ້​ປຽບ​ທີ່​ມີ​ດອກ​ໄມ້ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ປ່າ​ສະຫງວນ​ແຫ່ງ​ຊາດ ບາ​ວີ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ທີ່​ຫາ​ຍາກ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃນ​ປະຈຸ​ບັນ, ​ເມື່ອ​ພະຍາດ​ໂຄ​ວິດ-19 ພວມກໍ່​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຢູ່​ນະຄອນຫຼວງ. ຍ້ອນ​ວ່າ​ໃນ​ເວລາ​ນີ້, ຊາວ​ຮ່າ​ໂນ້ຍມັກ​ເລືອກ​ເອົາ​ສະ​ຖານ​ທີ່​ໃກ້​ຄຽງ, ​ເຂດ​ກວ້າງ​ໃຫຍ່, ​ໃກ້​ກັບ​ທຳ​ມະ​ຊາດ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ ລົງ​ພຶດ​ຕິ​ກຳ​ຕົວ​ຈິງ.

ທ່ານ ຫງວຽນ​ຟີ​ຮຸ່ງ, ຜູ້ອຳນວຍການ​ສູນສຶກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ບໍລິການ​ ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ບາ​ວີ ​ໃຫ້​ຮູ້​ວ່າ: ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ແຂກ​ທ່ອງ​ທ່ຽວ​ໄດ້​ດີກ​ວ່າ​ເກົ່າ, ຄະນະ​ຄຸ້ມ​ຄອງ​​ປ່າ​ສະຫງວນໄດ້ຈັດ​ຕັ້ງ​​ການບໍລິການ​ທ່ອງ​ທ່ຽວ​ຫຼາຍ​ຢ່າງ​ຄື: ທີ່​ພັກ, ​ເຕັ້ນ, ອາຫານການກິນ... ເກືອບ 100% ແຫຼ່ງຊັບພະຍາກອນມະນຸດໄດ້ຮັບການລະດົມເພື່ອແນະນຳ, ໂຄສະນາໃຫ້ແກ່ນັກທ່ອງທ່ຽວເພື່ອປົກປັກຮັກສາດອກໄມ້ ແລະ ປົກປັກຮັກສາລະບົບນິເວດຂອງ​ປ່າ​ສະຫງວນ.

ລຽບຕາມເສັ້ນທາງ ແລະ ບໍລິເວນປ່າດອກໄມ້, ​ປ່າ​ສະຫງວນ ໄດ້ຕິດຕັ້ງປ້າຍເຕືອນປະຊາຊົນບໍ່ໃຫ້ລົກຕົ້ນໄມ້, ຫັກງ່າ, ເດັດດອກໄມ້, ຈູດໄຟໃນປ່າ, ຮັກສາສຸຂະອະນາໄມສິ່ງແວດລ້ອມ. ​ເມື່ອ​ພະຍາດ​ລະບາດ​ຍັງມີ​ການ​ຜັນ​ແປ​ຢ່າງ​ສັບສົນ, ຄະນະ​ຄຸ້ມ​ຄອງ​ປ່າ​ສະຫງວນ​ແຫ່ງ​ຊາດ​ບາ​ວີ ໄດ້​ຮຽກຮ້ອງ​ໃຫ້​ນັກ​ທ່ອງ​ທ່ຽວ​ປະຕິບັດ​ຕາມສານ 5K ​ແລະ ປະຕິບັດ​ລະບຽບ​ການ​ອື່ນໆ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19. ​ບັນ​ດາ​ສະ​ຖານ​ທີ່​ພັກ​ພາ​ອາ​ໄສ ຮັບ​ແຂກ​ທ່ອ​ງ​ທ່ຽວພຽງແຕ່ 50%, ກຸ່ມແຂກທ່ອງ​ທ່ຽວຫຼາຍກວ່າ 30 ຄົນເຂົ້າຮ່ວມກິດຈະກໍາຢູ່ກາງແຈ້ງ​ຕ້ອງປະຕິບັດການວິ​ໄຈ​ຫາ​ເຊື້ອແບບ​ໄວ.

ລະດູດອກຕາເວັນປ່າຢູ່ປ່າສະຫງວນແຫ່ງຊາດ ບາວີ ເລີ່ມແຕ່ຕົ້ນເດືອນພະຈິກ ຫາກາງເດືອນທັນວາ ຂອງທຸກໆປີ. ໃນເວລານີ້, ຈາກປະຕູກວດປີ້ໄປ 400 ແມັດ, ທັງສອງຟາກຂອງເສັ້ນທາງ, ດອກຕາເວັນປ່າຈະເບີກບານຢ່າງງົດງາມ. ໂດຍສະເພາະ, ຜ່ານປ່າແປກ 400 ແມັດ ຈະເປັນປ່າດອກຕາເວັນປ່າທີ່ມີເນື້ອທີ່ກວ່າ 10 ເຮັກຕາ, ລວມມີ 5 ເຂດ. ມີເສັ້ນທາງຍ່າງຍາວກວ່າ 3 ກິໂລແມັດ, ນັກທ່ອງທ່ຽວສາມາດຍ່າງໄປມາໃນທ່າມກາງຜ້າພົມຂອງດອກໄມ້ທີ່​ມີສີເຫຼືອງສົດໃສ ປະສົມກັບປ່າໄມ້ສີຂຽວຫຼາຍພັນຕົ້ນ ເພື່ອຮັບຊົມຄວາມງົດງາມຂອງດອກໄມ້.

ຄະນະ​ຄຸ້ມ​ຄອງ​ປ່າ​ສະຫງວນ​ແຫ່ງ​ຊາດ ບາ​ວີ ​ໄດ້​ຄຸ້ມ​ຄອງ​ເຂດ​ດອກ​ໄມ້​ເປັນ​ຢ່າງ​ດີ ດ້ວຍ​ການ​ລົງທຶນ​ໃນ​ການ​ດູ​ແລ, ​ໃສ່​ຝຸ່ນ, ລິ​ໃບ, ຕັດ​ກິ່ງ​ງ່າ​ທີ່​ຕາຍ​ແລ້ວ ​ແລະ ຫຍ້າ. ນອກ​ເໜືອ​ເຂດ​ທີ່​ດອກ​ຕາ​ເວັນ​ປ່າແລ້ວ, ​ເຂດ​ດອກ​ໄມ້​ກະ​ແຈກ​ກະ​ຈາຍ​ອື່ນໆ​ຍັງ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ ແລະ​ ປົກ​ປັກ​ຮັກ​ສາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ເພື່ອ​ໃຫ້​ມີ​ການ​ເຕີບ​ໂຕທີ່​ດີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.