ປຸກ​ລະ​ດົມ​ການປະກວດພາບ​ຖ່າຍ ແລະ ວີ​ດີ​ໂອຄວາມ​ປະ​ທັບ​ໃຈກ່ຽວ​ກັບ​ກາດ​ບ່າ

06:38 | 11/12/2021

ຍ​ສ​ໝ - ການ​ປະກວດ​ດ້ວຍ​ເປົ້າ​ໝາຍ​ເຊີດ​ຊູ, ແຜ່​ກະ​ຈາຍ​ບັນ​ດາພາບ​ຖ່າຍ​ທີ່​ສວຍ​ງາມ, ສານ​ທີ່​ຕັ້ງ​ໜ້າ ແລະ ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ ກາດ​ບ່າ.

ນັກ​ທ່ອງ​ທ່ຽວ​ກວ່າ 20.000 ຄົນ​ໄດ້​ສຳ​ຜັດ​ກັບ​ລະ​ດູ​ດອກ​ຕາ​ເວັນ​ປ່າ​ຢູ່ ບາ​ວີ ນັກ​ທ່ອງ​ທ່ຽວ​ກວ່າ 20.000 ຄົນ​ໄດ້​ສຳ​ຜັດ​ກັບ​ລະ​ດູ​ດອກ​ຕາ​ເວັນ​ປ່າ​ຢູ່ ບາ​ວີ
ທ່ອງ​ທ່ຽວ​ໄຕ​້​ຫວັນ ຜ່ານແວ່ນຕາ VR ທ່ອງ​ທ່ຽວ​ໄຕ​້​ຫວັນ ຜ່ານແວ່ນຕາ VR
ປຸກ​ລະ​ດົມ​ການປະກວດພາບ​ຖ່າຍ ແລະ ວີ​ດີ​ໂອຄວາມ​ປະ​ທັບ​ໃຈກ່ຽວ​ກັບ​ກາດ​ບ່າ
ພາບ​ປະ​ກອບ: vov.vn

ການ​​ປະກວດ​ໂດຍ​ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ, ໂທ​ລະ​ພາບ​ຫ໋າຍ​ຝ່ອງ ສົມ​ທົບ​ກັບ​ພະ​ແນກ​ທ່ອງ​ທ່ຽວ​ແຂວງ ຫ໋າຍ​ຝ່ອງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ກາດ​ຫ໋າຍ, ນະ​ຄອນ​ຫ໋າຍ​ຝ່ອງ​ ຈັດ​ຂຶ້ນ.

ຜົນ​ງານ​ເຂົ້າ​ຮ່ວມ​ການ​​ປະກວດ ແມ່ນ​ພາຍ​ໃຕ້​ຮູບ​ແບບ​ພາບ​ຖ່າຍ ແລະ ວີ​ດີ​ໂອ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ທຳ​ມ​ະ​ຊາດ, ການ​ດຳ​ລົງ​ຊີ​ວິດ, ຊາວ​ກາດ​ບາ, ຫຼື​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ, ການ​ຄົ້ນ​ຫາ​ການ​ທ່ອງ​ທ່ຽວ, ການ​ດຳ​ລົງ​ຊີ​ວິດ, ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳທີ່​ພົ້​ນ​ເດັ່ນ, ວິ​ວັດ​ການ​ປ່ຽນ​ແປງ​ໃໝ່ - ພັດ​ທະ​ນາ​ຂອງ ກາດ​ບ່າ.

ໄລ​ຍະ​ຈົດ​ທະ​ບຽນ, ສົ່ງ​ບົດ​ເຂົ້າ​ຮ່ວມ​ການ​​ປະກວດ ເລີ່ມ​ແຕ່ວັນ​ທີ 1 ທັນ​ວາ 2021 – 28 ກຸມ​ພາ ປີ 2022.

ຜ່ານ link https://forms.gle/xQNC4jdMgH5eJTXw8

ເປົ້າ​ໝາຍ​ເຂົ້າ​ຮ່ວມການ​ປະກວດ​ລວມ​ມີ ​ພົນ​ລະ​ເມືອງຫວຽດ​ນາມ​​ທຸກ​ຄົນ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ຊາວ​ຕ່າງ​ປະ​ເທດ​ທີ່​ພວມ​ເຮັດ​ວຽກ, ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ. ບໍ່ຈຳ​ກັດ​ອາ​ຍຸ​. ດ້ວຍ​ກໍ​ລະ​ນີ​ຜູ້​ເຂົ້າ​ຮ່ວມ​ທີ່​ມີ​ອາ​ຍຸ​ຕ່ຳ​ກ່​ວາ 18 ປີ​, ຕ້ອງ​ມີ​ຜູ້ປົກ​ຄອງທີ່​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ຜູ້​ເຂົ້າ​ຮ່ວມ​ການ​ປະກວດສາມາດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ປະກວດດ້ວຍ​ຖາ​ນະ​ສ່ວນ​ບຸກ​ຄົນ ຫຼື​ ເປັນກຸ່ມ (ບໍ່ຈຳ​ກັດຈຳ​ນວນ​ສະ​ມາ​ຊິກ​ໃນ​ກຸ່ມ). ຜູ້​ເຂົ້າ​ຮ່ວມ​ການ​​ປະກວດແຕ່​ລະ​ຄົນ (ແຕ່ລະກຸ່ມ) ສາມາດ​ສົ່ງຫຼາຍ​ຜົນ​ງານ​ເຂົ້າ​ຮ່ວມ​ການ​​ປະກວດ.

ນອກ​ຈາກ​ລາງວັນຫຼັກ, ບັນ​ດາ​ບົດ​ເຂົ້າ​ຮ່ວມ​ການ​​ປະກວດ​ກໍ່​ຈະ​ໄດ້​ຄິດ​ໄລ່​ຕາມໝາກ​ຜົ​ນ​ຂອງ​ກາ​ນມີສ່ວນຮ່ວມ​ໃນ​ສື່​ສັງ​ຄົມ​ອອນ​ລາຍ (ຄິດໄລ່ຈຳ​ນວນ Likes, Shares ໃນ​ສື່​ສັງ​ຄົມ​ອອນ​ລາຍ Facebook ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ, ໂທ​ລະ​ພາບ​ຫ໋າຍ​ຝ່ອງ) ເພື່ອ​ເປັນ​ພື້ນ​ຖານມອ​ບ​ຂອບ​ຂວັນ​ໃຫ້​ແກ່ “ລາງວັນ​ໂດຍ​ຜູ້​ຊົມ​ຄັດ​ເລືອກ”. ລາງວັນ​​ທີ​ໜຶ່ງ ປະເພດຮູບພາບ​ແມ່ນ 15 ລ້ານ​ດົ່ງ, ລາງວັນ​ທີໜຶ່ງ ປະເພດ​ວີ​ດີ​ໂອ​ ແມ່ນ 20 ລ້ານ​ດົ່ງ​ ພ້ອມ​ກັບ​ບັນ​ດາ​ລາງວັນ​ອື່ນໆນຳອີກ. ທຸກ​ຄຳ​ເຫັນ, ຄຳ​ຖາມທີ່​ກ່ຽວ​ຂ້ອງ​ການ​ປະກວດ ​ກໍ່​ສາ​ມາດ​ສົ່ງ​ມາ​ຍັງ​ຄະ​ນະ​ຄຸ້ມ​ຄອງ​ Fanpage Facebook ສະ​ຖາ​ນີ​ໂທ​ລະ​ພາບ ຫ໋າຍ​ຝ່ອງ ຫຼື e-mail: [email protected].

ບຸນ​ຄົງ

ເຫດການ
302 Found

Found

The document has moved here.