ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021

13:43 | 21/12/2021

ຍສໝ - ໃນຕົ້ນປີ 2021, New York Times ໄດ້ປະກາດ 52 ສະຖານທີ່ນັດພົບສຳລັບປີ 2021 ຫຼັງຈາກການຄັດເລືອກ ແລະເກັບກໍາຄວາມຄິດເຫັນປະກອບຂອງຜູ້ອ່ານ ຈາກຫຼາຍກວ່າ 2.000 ຄໍາເຫັນທີ່ແຕກຕ່າງກັນ. ​ໃນ​ຈຳນວນ 52 ສະຖານທີ່, ມີ​ພຽງ 2 ​ແຫ່ງ​ໃນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ ຄື ກົນດ໋າວ, ຫວຽດນາມ (ອັນດັບທີ 46) ​ແລະ Tagaytay, ຟີ​ລິບ​ປິນ (ອັນດັບທີ 42).

ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021
ໃນເດືອນເມສາ, ກົນດ໋າວ Travel + Leisure ເຕື້ອງເຖິງ, ເມື່ອ ເດິ່ມເຈົາ ນອນຢູ່ໃນບັນຊີລາຍຊື່ຂອງ 25 ຫາດຊາຍທະເລທີ່ສວຍງາມທີ່ສຸດໃນໂລກ. ພາບ: ແຄ໋ງເຈີ່ນ
ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021

ທ້າຍ​ເດືອນ​ມັງກອນ​, Tripadvisor Travelers' Choice Awards ​ໄດ້ເຊີດຊູ 25 ສະຖານ​ທີ່​ໄດ້ຮັບຄວາມ​ນິຍົມທີ່ສຸດ​ໃນ​ອາຊີ. ຫວຽດນາມ ມີ 4 ນະຄອນຄື: ຮ່າໂນ້ຍ (ອັນດັບທີ 2), ໂຮ້ຍອານ (ອັນດັບທີ 4), ດ່ານັ້ງ (ອັນດັບທີ 16) ແລະ ນະຄອນໂຮ່ຈີມິນ (ອັນດັບທີ 11) ເຊິ່ງນັກທ່ອງທ່ຽວໄດ້ຄັດເລືອກຫຼາຍທີ່ສຸດ. ພາບ: ດັ້ງອວຽນ

ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021
ທ້າຍ​ເດືອນ​ມີນາ, ພາກກາງຫວຽດນາມ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ CNBC ວ່າ​ເປັນ​ສະຖານ​ທີ່​ປອດ​ໄພ​ພາຍຫຼັງໂລກ​ລະບາດ, ດ້ວຍ​ບັນດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ຄື ກຸຍເຍິນ ຫຼື ມູ໊ຍແນ໋... ພາບ: ​ຈູງ​ຟ້າມ
ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021
ຮ່າໂນ້ຍ ແລະ ດ່າລາດ ແມ່ນ 2 ສະຖານທີ່ມີໜ້າໃນບັນຊີລາຍຊື່ 14 ສະຖານທີ່ ຊົມດອກໄມ້ລະດູບານໃໝ່ທີ່ສວຍງາມທີ່ສຸດໃນອາຊີ, ຕາມການຄັດເລືອກຂອງ SCMP. ພາບ: ເຢືອງຮວ່າງ
ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021
ໃນປີຜ່ານນີ້, International Living ໄດ້ເລືອກເອົາ 15 ສະຖານທີ່ດີທີ່ ສຸດສໍາລັບຜູ້ຢາກຜັກຜ່ອນຢ່ອນອາລົມຢູ່ເກາະ. ຝູ໋ກວກ, ໝູ່​ເກາະ​ໃຫຍ່​ກວ່າ​ໝູ່​ຢູ່​ຫວຽດ​ນາມ, ຢືນ​ອັນ​ດັບ 15. ພາບ: ແຄ໋ງເຈິ່ນ
ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021

ຕາມ Travel+Leisure, Pentagon Motor Group (PMG) ໄດ້ວິເຄາະ 7 ລ້ານ hashtags ໃນ Instagram ເພື່ອຊອກຫາເສັ້ນທາງທີ່ສວຍງາມທີ່ສຸດເພື່ອດຶງດູດ ນັກທ່ອງທ່ຽວໃນເດືອນເມສາ, ຊ່ອງພູຫາຍເວິນ ຂອງຫວຽດນາມ ຢືນອັນດັບທີ 4 ໃນທອັບ 10. ພາບ: Gaia Amaranta.

ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021

​ໃນ​ທ້າຍ​ເດືອນ​ຕຸລາ​ຜ່ານ​ມາ, ລາງວັນ​ທ່ອງ​ທ່ຽວ​ໂລກ (World Travel Awards), ​ທີ່​ຮັບການຖື​ວ່າ Oscars ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ​ໄດ້​ເລືອກ​ເອົາ ຫວຽດນາມ ​ໃຫ້​ກາຍ​ເປັນ​ສະຖານທີ່ທ່ອງທ່ຽວ​ແຖວ​ໜ້າ​ຂອງ​ອາຊີ Asia's Leading Destination.

ຄຽງຂ້າງນັ້ນ ຫວຽດນາມ ຍັງໄດ້ເຊີດຊູເປັນ “ສະຖານທີ່ທ່ອງ ທ່ຽວແບບຍືນຍົງແຖວໜ້າອາຊີ” (Asia's Leading Sustainable Tourism Destination) ​ແລະ ກົມໃຫຍ່ທ່ອງທ່ຽວຫວຽດນາມ ​ໄດ້​ຮັບ​ນາມມະຍົດ “ອົງການຄຸ້ມຄອງການ​ທ່ອງ​ທ່ຽວ​ແຖວ​ໜ້າ​ຂອງ​ອາຊີ (Asia's Leading Tourist Board 2021). ພາບ: ແທງ​ເຊີນ.

ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021
ໃນຕົ້ນເດືອນພະຈິກ, ວາລະສານ Travel + Leisure ໄດ້ປະກາດ 21 ນ້ຳຕົກຕາດທີ່ງາມທີ່ສຸດໃນໂລກ, ໃນນັ້ນມີນໍ້າຕົກຕາດ ບ໊ານຢົກ ຂອງຫວຽດນາມ. ພາບ: ເຈີ່ນບ໋າວຮວາ
ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021

ເປັນ​ປີ​ທີ 3 ຢ່າງລຽນຕິດ, ​ ກຸກ​ເຟືອງ​ ໄດ້​ຮັບ​ນາມມະຍົດ​ເປັນ​ສວນສາທາລະນະ​ແຫ່ງ​ຊາດ​ແຖວໜ້າ ໃນ​ທະວີບ​ຈາກ World Travel Awards ມອບໃຫ້. ພາບ: ກ່ຽວເຢືອງ

ບັນດານາມມະຍົດໂລກສໍາລັບການ​ທ່ອງ​ທ່ຽວ​ຫວຽດ​ນາມ ປີ 2021
ຕາມ​ການ​ສຳ​ຫຼວດ​ໃໝ່​ຈາກ Superdry, ຫວຽດນາມ ຢືນ​ອັນ​ດັບ​ທີ 6 ​ໃນ​ຈຳນວນ 25 ປະ​ເທດ ​ແລະ​ເຂດ​ແຄວ້ນ​ທີ່​ມີ​ວິ​ດີ​ໂອ​ທ່ອງ​ທ່ຽວ​ທີ່​ມີ​ຄົນຊົມ​ຫຼາຍ​ທີ່​ສຸດ​ໃນ Tiktok 2021. ພາບ: Tron Le/Unsplash

ບູນມີ

ເຫດການ
302 Found

Found

The document has moved here.