ໃຫຍ່ໂຕມະໂຫຖານ ແລະ ໂຣແມນຕິກ ທົ່ງ​ໄຟຟ້າ​ແຮງ​ລົມ​ຢູ່​ກວາງ​ຈີ້

07:26 | 10/12/2021

ຍສໝ - ນອກ​ຈາກ​ບ່ອນເພື່ອ check-in ທົ່ງ​ໄຟຟ້າ​ແຮງ​ລົມ​ແລ້ວ, ເມືອງ ເຫືອງຫວາ ຍັງ​ມີ​ສະ​ຖານ​ທີ່​ທ່ອງທ່ຽວປະ​ຕິ​ວັດ​ອີກ​ຫຼາຍ​ແຫ່ງ​ເຊັ່ນ: ເຂດຮ່ອງຮອຍສະໜາມ​ບິນ​ຕ່າ​ເກີນ, ຄຸກລາວ​ບາວ... ໃນຮູບ​ພາບ​ແມ່ນ​ຍົນ​ຂົນ​ສົ່ງ C130 ຂອງ​ທະ​ຫານ​ອາ​ເມ​ລິ​ກາ​ຢູ່ເຂດ​ຮ່ອງຮອຍສະໜາມ​ບິນ​ຕ່າ​ເກີນ.

ເປີດໂຕ​ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດ​ນາມ ຕາມ​ໂຄງ​ການ EPS ຢູ່ ສ.ເກົາຫຼີ ເປີດໂຕ​ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດ​ນາມ ຕາມ​ໂຄງ​ການ EPS ຢູ່ ສ.ເກົາຫຼີ
ອັດ​ຕາ​ກຳລັງໄຟ​ຟ້າ​ແຮງ​ລົມ, ໄຟ​ຟ້າ​ແສງ​ຕາ​ເວັນຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ ອັດ​ຕາ​ກຳລັງໄຟ​ຟ້າ​ແຮງ​ລົມ, ໄຟ​ຟ້າ​ແສງ​ຕາ​ເວັນຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ໃນ​ພາກ​ພື້ນ
ໃຫຍ່ໂຕມະໂຫຖານ ແລະ  ໂຣແມນຕິກ ທົ່ງ​ໄຟຟ້າ​ແຮງ​ລົມ​ຢູ່​ກວາງ​ຈີ້

ໃນ​ຕົ້ນ​ເດືອນ​ພະຈິກ​, 19 ​ໂຄງການ​​ໄຟຟ້າ​ແຮງ​ລົມ​ທີ່​ມີ​ກຳລັງ​ຜະລິດຫຼາຍ​ກວ່າ 670 MW ຢູ່​ເມືອງ​ເຫືອງ​ຮວາ ​ໄດ້​ເລີ່​ມນຳເຂົ້າສູ່ການເຄື່ອນໄຫວ, ​ອັນໄດ້​ຫັນ​ເມືອງ​ນີ້​ໃຫ້​ກາຍ​ເປັນ​ທົ່ງ​ໄຟຟ້າ​ແຮງ​ລົມ​ຂະໜາດ​ໃຫຍ່. ພາບ: vnexpress.net

ໃຫຍ່ໂຕມະໂຫຖານ ແລະ  ໂຣແມນຕິກ ທົ່ງ​ໄຟຟ້າ​ແຮງ​ລົມ​ຢູ່​ກວາງ​ຈີ້

ສ່ວນຫຼາຍບັນດາເສົາໄຟຟ້າຢູ່ເທິງເນີນພູ, ບວກກັບພູມສັນຖານຂອງເມືອງນີ້ແມ່ນຢູ່ໃນເຂດເນີນສູງ, ດັ່ງນັ້ນ, ທົ່ງ​ໄຟຟ້າ​ແຮງໄດ້​ລົມກາຍເປັນບ່ອນຊົມເມກສໍາລັບຫຼາຍຄົນ. ພາບ: vnexpress.net

ໃຫຍ່ໂຕມະໂຫຖານ ແລະ  ໂຣແມນຕິກ ທົ່ງ​ໄຟຟ້າ​ແຮງ​ລົມ​ຢູ່​ກວາງ​ຈີ້

ທົ່ງ​ໄຟຟ້າ​ແຮງ​ລົມໄດ້​ກາຍ​ເປັນ​ບ່ອນ​ຖ່າຍຮູບ​ທີ່​ຈັບໃຈ​ຂອງ​ໄວ​ໜຸ່ມ​ຫຼາຍ​ຄົນ. ຫວ່າງ​ມໍ່ໆ​ມາ​ນີ້, ຄູ່​ຜົວ​ເມຍ ຫືວຮຽວ - ແອງຊາວ ​ໄດ້​ເລືອກ​ເອົາ​ເຂດ​ທີ່​ມີ​ເສົາ​ໄຟ​ຟ້າ​ແຮງ​ລົມ​ຫຼາຍ​ເສົາຢູ່​ຕາ​ແສງ ເຫືອງເຕີນ ເພື່ອ​ຖ່າຍ​ຮູບ​​ແຕ່ງ​ງານ. ພາບ: vnexpress.net

ໃຫຍ່ໂຕມະໂຫຖານ ແລະ  ໂຣແມນຕິກ ທົ່ງ​ໄຟຟ້າ​ແຮງ​ລົມ​ຢູ່​ກວາງ​ຈີ້

ໜອງ “ຕວຽດຕີ່ງກົກ” ຢູ່ຕາແສງ ເຫືອງລິງ ມີເສົາໄຟຟ້າ 2 ເສົາ ໄດ້ຕັ້ງຢູ່ສອງຂ້າງ. ​ເພື່ອ​ກໍ່ສ້າງບັນດາ​ເສົາ​ໄຟຟ້າ​ແຮງ​ລົມນີ້, ບັນດາ​ວິ​ສາ​ຫະກິດ​ໄດ້​ເປີດ​ເສັ້ນທາງ​ຂະໜາດ​ໃຫຍ່​ໃຫ້​ແກ່​ລົດ​ຍົນບັນທຸກໜັກຂະໜາດໃຫຍ່, ​ສະນັ້ນ ເສັ້ນທາງໄປ​​ເຂດ​ທີ່​ມີ​ເສົາ​ໄຟຟ້າ​ແຮງ​ລົມ​ແມ່ນ​ສະດວກ​ຫຼາຍ. ພາບ: vnexpress.net

ຈຸດ​ຊົມເມກຢູ່​ເທິງ​ພູ ກູເວີ (ຕາ​ແສງ ເຫືອງ​ລິງ). ໃນ​ມື້​ທີ່​ມີ​ຄວາມ​ຊຸ່ມ​ຊື່ນ​ສູງ​, ໃນ​ຕອນ​ເຊົ້າ​, ຮ່ອມ​ພູ​ທາງ​ຫລັງ​ແມ່ນ​ປົກ​ຄຸມ​ດ້ວຍ​ເມກ​ຂາວ​. ບັນດາຈຸດ​ທີ່​ຖ່າຍຮູບ​ເຫຼົ່າ​ນີ້​ແມ່ນ​ຢູ່​ຫ່າງ​ຈາກ​ເທສະບານເມືອງ ​ແຄແຊງ ​ປະມານ 20 ກິ​ໂລ​ແມັດ​ເທົ່າ​ນັ້ນ.
ຈຸດ​ຊົມເມກຢູ່​ເທິງ​ພູ ກູເວີ (ຕາ​ແສງ ເຫືອງ​ລິງ). ໃນ​ມື້​ທີ່​ມີ​ຄວາມ​ຊຸ່ມ​ຊື່ນ​ສູງ​, ໃນ​ຕອນ​ເຊົ້າ​, ຮ່ອມ​ພູ​ທາງ​ຫລັງ​ແມ່ນ​ປົກ​ຄຸມ​ດ້ວຍ​ເມກ​ຂາວ​. ບັນດາຈຸດ​ທີ່​ຖ່າຍຮູບ​ເຫຼົ່າ​ນີ້​ແມ່ນ​ຢູ່​ຫ່າງ​ຈາກ​ເທສະບານເມືອງ ​ແຄແຊງ ​ປະມານ 20 ກິ​ໂລ​ແມັດ​ເທົ່າ​ນັ້ນ. ພາບ: vnexpress.net
ໃຫຍ່ໂຕມະໂຫຖານ ແລະ  ໂຣແມນຕິກ ທົ່ງ​ໄຟຟ້າ​ແຮງ​ລົມ​ຢູ່​ກວາງ​ຈີ້

ນອກ​ຈາກ​ບ່ອນເພື່ອ check-in ທົ່ງ​ໄຟຟ້າ​ແຮງ​ລົມ​ແລ້ວ, ເມືອງ ເຫືອງຫວາ ຍັງ​ມີ​ສະ​ຖານ​ທີ່​ທ່ອງທ່ຽວປະ​ຕິ​ວັດ​ອີກ​ຫຼາຍ​ແຫ່ງ​ເຊັ່ນ: ເຂດຮ່ອງຮອຍສະໜາມ​ບິນ​ຕ່າ​ເກີນ, ຄຸກ ລາວ​ບາວ... ໃນຮູບ​ພາບ​ແມ່ນ​ຍົນ​ຂົນ​ສົ່ງ C130 ຂອງ​ທະ​ຫານ​ອາ​ເມ​ລິ​ກາ​ຢູ່ເຂດ​ຮ່ອງຮອຍສະໜາມ​ບິນ​ຕ່າ​ເກີນ. ພາບ: vnexpress.net

ໃຫຍ່ໂຕມະໂຫຖານ ແລະ  ໂຣແມນຕິກ ທົ່ງ​ໄຟຟ້າ​ແຮງ​ລົມ​ຢູ່​ກວາງ​ຈີ້

ເວລາຄ່ຳຄ້ອຍ ຢູ່ທົ່ງໄຟຟ້າ​ແຮງ​ລົມ. ພາບ: vnexpress.net

ໄຊພອນ

ເຫດການ
302 Found

Found

The document has moved here.