ຮ່າ​ໂນ້ຍ​ກຳ​ນົດ​ມາ​ດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສຳ​ລັບ​ຜູ້​ເຂົ້າ​ເມືອງ

08:59 | 30/12/2021

ຍ​ສ​ໝ - ຮ່າ​ໂນ້ຍ​ຮຽກ​ຮ້ອງ​ໃຫ້​ຜູ້​ເຂົ້າ​ເມືອງ ທີ່​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ຢ່າງ​ຄົ​ບ​ຖ້ວນ​ແລ້ວ ​ຕ້ອງ​ຕິດ​ຕາມ​ສຸ​ຂະ​ພາບ​ຢູ່​ສະ​ຖານ​ທີ່​ພັກອາ​ໄສ ດ້ວຍ​ຕົນ​ເອງ, ບໍ່​ໃຫ້ສຳ​ຜັດ​ກັບ​ຄົນ​ຢູ່​​ອ້ອມຂ້າງ, ບໍ່ໃຫ້​ອອກ​ຈາກ​ເຂດພັກ​ອາ​ໄສໃນ 3 ວັນທຳອິດ​.

ໂທ​ລະ​ເລກ​ລັດ​ຖະການ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຄວບ​ຄຸມ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron ໂທ​ລະ​ເລກ​ລັດ​ຖະການ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຄວບ​ຄຸມ​ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ ແລະ ສ.ເຊັກ​ໂກ ສະ​ໜັບ​ສະ​ໜູນ​ເງິນ​ເປັນ​ຈຳ​ນວນ 5000 ເອີ​ໂຣ ຊ່ວຍ​ເດັກ​ກຳ​ພ້າ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ ແລະ ສ.ເຊັກ​ໂກ ສະ​ໜັບ​ສະ​ໜູນ​ເງິນ​ເປັນ​ຈຳ​ນວນ 5000 ເອີ​ໂຣ ຊ່ວຍ​ເດັກ​ກຳ​ພ້າ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ຮ່າ​ໂນ້ຍ​ກຳ​ນົດ​ມາ​ດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສຳ​ລັບ​ຜູ້​ເຂົ້າ​ເມືອງ
ພາບ​ປະ​ກອບ: TTXVN

ທ່າ​ນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຈື​ຊວ​ັນ​ຢຸງ ຫາ​ກໍ່​ປະ​ກາດ​ໃຊ້​ເອ​ກະ​ສານ​ເລກ​ທີ 4697 ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ນຳ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຕໍ່​ຜູ້​ເຂົ້າ​ເມືອງ.

ລະ​ອຽດ​ແມ່ນ, ຮ່າ​ໂນ້ຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ເມືອງ, ເທດ​ສະ​ບານ ແລະ ບັນ​ດາ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຄື​ດັ່ງ​ນີ້: ສຳ​ລັບ​ຜູ້​ເຂົ້າ​ເມືອງ​ທີ່ໄດ້​ຮັບ​ການ​ສັກ​ວັກ​ຊິນ​ຢ່າງ​ຄົບ​ຖ້ວນ ​ຫຼື​ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ເປັນ​ປົກ​ກະ​ຕິ​ແລ້ວ, ພາຍຫຼັງ​ເຂົ້າ​ເມືອງ ​ຕ້ອງ​ຕິດ​ຕາມ​ສຸ​ຂະ​ພາບ​ຂອງ​ຕົນ​ຢູ່​ສະ​ຖານ​ທີ່​ພັກ​ອາ​ໄສ (ເຮືອນ​ຢູ່, ໂຮງ​ແຮມ, ສະຖານທີ່​ພັກ…) ບໍ່ໃຫ້ສຳ​ຜັດ​ກັບ​ຄົນ​ຢູ່​​ອ້ອມຂ້າງ, ບໍ່ໃຫ້​ອອກ​ຈາກ​ເຂດພັກ​ອາ​ໄສເປັນເວລາ 3 ວັນ.

ຜູ້​ເຂົ້າ​ເມືອງ ຕ້ອງ​ເປັນ​ເຈົ້າ​ການ​ຕິດ​ຕໍ່​, ແຈ້ງ​ການ​ອາ​ການ​ສຸ​ຂະ​ພາບ​ກັບ ສາ​ທາ​ລະ​ນະ​ສຸກ​ທ້ອງ​ຖິ່ນທີ່ຕົນ​ພັກ​ອາ​ໄສ ເພື່ອ​ປະ​ຕິ​ບັດ​ການ​ຄຸ້ມ​ຄອງ ແລະ ວິ​ໄຈ​ຫາ​ເຊື້ອ ໂຄວິດ - 19 ຕ​າມ​ຂໍ້​ກຳ​ນົດ, ພ້ອມ​ທັງ​ປະ​ຕິ​ບັດ​ການ​ວິ​ໄຈ​ຫາ​ເຊື້ອ​ໂຄວິດ - 19 ອີກ​ຄັ້ງ​ໜຶ່ງ​ໃນ​ວັນ​ທີ 3 ນັບ​ແຕ່​ວັນ​ເຂົ້າ​ເມືອງ.

“ຖ້າມີ​ຜົນ​ກວດ​ເປ​ັນ​ລົບ​ກັບ​ເຊື້ອ​ໄວ​ຣັດ SARR-CoV-2 ຈະ​ສືບ​ຕໍ່​ຕິດ​ຕາມ​ອາ​ການ​ສຸ​ຂະ​ພາບ ຈົດຄົບ​ 14 ວັນ​ນັບ​ແຕ່​ວັນ​ເຂົ້າ​ເມືອງ, ກໍ​ລະ​ນີ​​ຜົນ​ກວດ​ເປັນ​ບວກ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຕາມ​ຂໍ້​ກຳ​ນົດ” ຕາມ​ແຫຼ່ງ​ຂ່າວ​ຈາກ​ຮ່າ​ໂນ້ຍ​.

ຜູ້ເບິ່ງ​ແຍງ​ດູ​ແລ ຕ້ອງ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຢ່າງ​ຄົບ​ຖ້ວນ ຫຼື ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຕ້ອງ​ເຊັນ​ສັນ​ຍາ​ຄວາມສະ​ໝັກໃຈໃນການຈຳກັດບໍລິເວນຮ່ວມກັບ​ຜູ້​ຕິດ​ເຊື້ອ​ພາຍຫຼັງ​ໄດ້​ຮັບ​ການ​ອະ​ທິ​ບາຍ​ກ່ຽວ​ກັບ​ຄວາມ​ສ່ຽງ​ຕິດ​ເຊື້ອ​ໂຄວິດ - 19, ພ້ອມ​ທັງ​ປະ​ຕິ​ບັດ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ກ່ຽວ​ກັບ​ການ​ວິ​ໄຈ​ຫາ​ເຊື້ອ ແລະ ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຄື​ຜູ້​ເຂົ້າ​ເມືອງ.

ນະ​ຄອນ ຮ່າ​ໂນ້ຍ​ຮຽກ​ຮ້ອງ​ໃຫ້​ຜູ້​ເຂົ້າ​ເມືອງ ຍາມ​ໃດ​ກໍ່​ປະ​ຕິ​ບັດສານ 5 ປະ​ການ, ພິ​ເສດ​ແມ່ນ​ໃສ່​ຜ້າ​ອັດ​ປາກ​ອັດ​ດັງ ແລະ ຮັກ​ສາ​ໄລ​ຍ​ະ​ຫ່າງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.