ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​

18:07 | 28/12/2021

ຍສໝ - ທະເລເມກແມ່ນປະກົດການທຳມະຊາດທີ່ເປັນເອກະລັກສະເພາະ, ທັງມີຄວາມ ງົດງາມຊວນຝັນ ທັງໃຫຍ່ໂຕມະຫາຖານເຊິ່ງເຮັດໃຫ້ໃຜໆກໍ່ນິຍົມຊົມຍ້ອງເມື່ອໄດ້ ເຫັນປະຈັກຕາ.

ຍ້ອງ​ຍໍ​ຊົມ​ເຊີຍ​ນັກ​ສຶ​ກ​ສາ ລາວ ແລະ ກຳ​ປູ​ເຈຍ ຜູ້​ດີ​ເດັ່ນ​ຈຳ​ນວນ 107 ຄົນ ຍ້ອງ​ຍໍ​ຊົມ​ເຊີຍ​ນັກ​ສຶ​ກ​ສາ ລາວ ແລະ ກຳ​ປູ​ເຈຍ ຜູ້​ດີ​ເດັ່ນ​ຈຳ​ນວນ 107 ຄົນ
ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ

ເພື່ອສາມາດພົບເຫັນປະກົດການນີ້, ທ່ານຕ້ອງການກະກຽມກ່ອນ, ຊອກຮູ້ກ່ຽວກັບ ສະພາບອຸນຫະພູມ, ສະພາບດິນຟ້າອາກາດ ແລະຄວາມໂຊກດີເລັກນ້ອຍນຳອີກ. ທະເລເມກມັກຈະປະກົດຢູ່ໃນຮ່ອມພູໃນເວລາທີ່ອຸນຫະພູມກາງແຈ້ງປະມານ 10-22 ອົງສາ.

ຂໍ​ເຊີນ​ເພື່ອນ​ຜູ້​ອ່ານ​ຊົມ​ສະ​ຖານ​ທີ່​ສວຍ​ງາມ​ທີ່​ມີ​ທະ​ເລ​ເມກ​ຢູ່ ດ້ຽນ​ບຽນ:

ທະ​ເລ​ເມກ​ຢູ່​ໝູ່​ບ້ານ​ເກ​ເນງ, ຕາ​ແສງແທງ​ມິນ, ນະ​ຄອນ ດ້ຽນບຽນ​ຝູ

ຫ່າງຈາກໃຈກາງນະຄອນພຽງ 5 ກິໂລແມັດ, ທ່ານຈະສາມາດເຫັນທະເລເມກ ຂາວທີ່ໄຫຼລອຍຢູ່ກາງຮ່ອມພູທີ່ມີທົ່ງນາກວ້າງໃຫຍ່ໄພສານ.

ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​

ຊ່ອງພູຕັ່ງກວ໊າຍ , ​ເມືອງ​ເມື່ອງອ໊າງ, ນະ​ຄອນ ດ້ຽນບຽນ​ຝູ

ຊ່ອງພູຕັ່ງກວ໊າຍ ມີ​ຄວາມ​ຍາວ 11 ກິ​ໂລ​ແມັດ, ຕັ້ງ​ຢູ່​ທາງ​ຫຼວງ 279 ຈາກ​ນະ​ຄອນ ດ້ຽນ​ບຽນ​ຝູ ຫາ ເມືອງ​ເມື່ອງອ໊າງ. ດ້ວຍທະເລເມກທີ່ໄຫຼລອຍເຕັມຊ່ອງ ພູອັ໊ງເນືອ ຕະຫຼອດ 4 ລະດູຂອງປີ, ຊ່ອງພູຕັ່ງກວ໊າຍ ແມ່ນສະຖານທີ່ທີ່ຄຸ້ນເຄີຍ ແລະດຶງດູດນັກທ່ອງທ່ຽວຫຼາຍຄົນ, ໂດຍສະເພາະແມ່ນໄວໜຸ່ມ.

ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​

ສະຖານທີ່ຊົມ​ເມກ​ຕ່າງໆຢູ່​ໃນ​ເມືອງຕົ໊ວຈົ໊ວ

​ຕົ໊ວຈົ໊ວ​ແມ່ນ​ເມືອງ​ພູສູງທາງ​ທິດຕາ​ເວັນ​ອອກສ່ຽງ​ເໜືອ, ຫ່າງ​ຈາກ​ນະຄອນ​ດ້ຽນບຽນ​ຝູ ເກືອບ 130 ກິ​ໂລ​ແມັດ. ດ້ວຍ​ພູມ​ສັນ​ຖານ​ທີ່​ຫຼາກ​ຫຼາຍ, ມີ​ພູ​ຫຼາຍ​ແຫ່ງ, ດັ່ງ​ນັ້ນ​ບໍ່​ແມ່ນ​ເລື່ອງ​ຍາກ​ທີ່​ຈະ​ຊອກ​ຫາ​ສະ​ຖານ​ທີ່​ສວຍ​ງາມ​ຊົມ​ທະ​ເລ​ເມກ​ຢູ່​ທີ່​ນີ້ ​ເຊັ່ນ: ຕາ​ແສງຊິງ​ພິ່ງ, ຕາ​ແສງຊິນຈ໊າຍ, ຕາ​ແສງເມື່ອງ​ບ໋າງ...

ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​
ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​
ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​
ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​
ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​
ໄປ​ດ້ຽນບຽນ​ ຊົມ​ທະເລ​ເມກ​ຂາວ​ທີ່ໄຫຼ​ລອຍ​ຢູ່​ລະຫວ່າງ​ສະຫວັນ ​ແລະ​ແຜ່ນດິນ​
ພາບ: dulich.petrotimes.vn

ບູນມີ

ເຫດການ
302 Found

Found

The document has moved here.