ມອບລາງວັນ ແລະ ງານວາງສະແດງການປະກວດຮູບພາບສິລະປະ “ປະເທດຊາດຢູ່ຂ້າງກະແສຟອງ”

16:18 | 23/12/2021

ຍສໝ - ເມື່ອບໍ່ດົນມານີ້, ຄະນະ​ໂຄສະນາ​ສຶກສາສູນ​ກາງ​ໄດ້​ຈັດ​ພິທີ​ມອບ​ລາງວັນ ​ແລະ ງານ​ວາງສະ​ແດງການ​ປະ​ກວດ​ຮູບ​ພາບ​ສິລະ​ປະ​ແຫ່ງ​ຊາດ​ໃນ​ຫົວ​ຂໍ້​ທະ​ເລ ​ແລະ ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ ດ້ວຍ​ຊື່​ວ່າ “ປະເທດຊາດ​ຢູ່​ຂ້າງກະແສຟອງ”.

ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ, ລັດຖາສະພາ ບັນດາປະເທດຄູ່ຮ່ວມມື ໃຫ້ລົງເລິກກວ່າເກົ່າ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ, ລັດຖາສະພາ ບັນດາປະເທດຄູ່ຮ່ວມມື ໃຫ້ລົງເລິກກວ່າເກົ່າ
ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໜູນຊ່ວຍກຸ່ມ​ລູກເຮືອໃນ​ເຫດ​ເຮືອຫ​ລົ້ມ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໜູນຊ່ວຍກຸ່ມ​ລູກເຮືອໃນ​ເຫດ​ເຮືອຫ​ລົ້ມ
ມອບລາງວັນ ແລະ ງານວາງສະແດງການປະກວດຮູບພາບສິລະປະ “ປະເທດຊາດຢູ່ຂ້າງກະແສຟອງ”
ມອບລາງວັນ ແລະ ງານວາງສະແດງການປະກວດຮູບພາບສິລະປະ “ປະເທດຊາດຢູ່ຂ້າງກະແສຟອງ”. ພາບ: vanhoanghethuat.vn

ການ​ປະ​ກວດ​ເພື່ອ​ແນ​ໃສ່​ປະກອບສ່ວນ​ປຸກລຸກ​ຄາດຫວັງ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ​ຜາ​ສຸກ, ​ເສີມຂະຫຍາຍຄຸນຄ່າ​ວັດທະນະທຳ, ​ກຳລັງ​ແຮງ​ຂອງ​ຊາວຫວຽດນາມໃນ​ພາລະກິດ​ສ້າງສາ ​ແລະ ປ້ອງ​ກັນ​ປະ​ເທດຊາດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ພ້ອມ​ກັນ​ນັ້ນກໍ່ໄດ້ຢືນຢັນ​ທັດສະນະຂອງ​ຫວຽດນາມ​ຢ່າງ​ເດັດດ່ຽວ​ ໃນການປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ທະ​ເລ, ໝູ່​ເກາະ ​ແລະ ​ເຂດ​ນ່ານຟ້າຢ່າງໝັ້ນຄົງ.

ດ້ວຍ​​ເກືອບ 6.000 ​ຜົນງານທີ່ເຂົ້າປະກວດ, ຄະນະ​ຈັດ​ຕັ້ງ​ໄດ້​ຄັດ​ເລືອກເອົາ 120​ຜົນງານເຂົ້າຮອບສຸດທ້າຍ ​ແລະ ມອບ​ລາງວັນ​ທີ 1 ຈຳນວນ 02 ລາງວັນ, ລາງວັນ​ທີ 2 ຈຳນວນ 04 ລາງວັນ, ລາງວັນ​ທີ 3 ຈຳນວນ 06 ລາງວັນ ​ແລະ ລາງວັນ​ຊົມ​ເຊີຍ 10 ລາງວັນ.

ງານ​ປະ​ກວດ​ຮູບ​ພາບ​ສິລະ​ປະ​ລະດັບ​ຊາດ​ໃນ​ຫົວ​ຂໍ້​ທະ​ເລ ​ແລະ ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ​ໂດຍ​ຄະນະ​ໂຄສະນາສຶກສາສູນກາງ ​ຈັດ​ຂຶ້ນ​ທຸກໆ 2 ປີ ຕໍ່ຄັ້ງ ດ້ວຍ​ຫຼາຍ​ຫົວ​ເລື່ອງ, ​ເປີດ​ພື້ນທີ່ແຫ່ງ​​ປະດິດຄິດ​ສ້າງ​ໃຫ້​ແກ່​​ຖັນແຖວນັກ​ສິລະ​ປະການ​ຖ່າຍຮູບມືອາຊີບ ​ແລະ ບໍ່ເປັນມືອາຊີບໃນ​ທົ່ວ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ.

ໄຊພອນ

ເຫດການ
302 Found

Found

The document has moved here.