ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ

19:07 | 22/11/2021

ຍສໝ - ເຮືອນທີ່ມີຊື່ວ່າ 102 (ເຮືອນທີ່ບໍ່ຄືໃຜ) ມີຮູບຊົງຕົ້ນແປກເປັນຮູໃຫຍ່ ເຊິ່ງຢາກສົ່ງສານຈົ່ງປົກປັກຮັກສາສິ່ງແວດລ້ອມປ່າໄມ້. ສະຖານທີ່ແຫ່ງນີ້ໄດ້ຮັບການຮັບຮອງເປັນສະຖານທີ່ທ່ອງທ່ຽວຢູ່ເກາະກ໊າດບ່າ.

ເປີດນໍາໃຊ້ສູນສົ່ງເສີມການຄ້າ ແລະວາງສະແດງຜະລິດຕະພັນຫວຽດນາມ ຢູ່ອົດສະຕາລີ ເປີດນໍາໃຊ້ສູນສົ່ງເສີມການຄ້າ ແລະວາງສະແດງຜະລິດຕະພັນຫວຽດນາມ ຢູ່ອົດສະຕາລີ
IHS Markit ແງ່ດີດ້ານຄວາມສາມາດໃນການຟື້ນຟູເສດຖະກິດຂອງຫວຽດນາມ IHS Markit ແງ່ດີດ້ານຄວາມສາມາດໃນການຟື້ນຟູເສດຖະກິດຂອງຫວຽດນາມ
ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ

ເຮືອນ 102 ຕັ້ງ​ຢູ່ເກາະ ກ໊າດບ່າ (ທີ່​ຢູ່​ ບ້ານເບັ໊ນ, ຕາ​ແສງເຈິນເຈົາ, ເມືອງ ກ໊າດບຫາຍ) ຫາ​ກໍ່​ໄດ້​ຮັບ​ການ​ຮັບ​ຮອງ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນຫາຍ​ຟ່ອງ. ໂຄງການດັ່ງກ່າວຕັ້ງຢູ່ຍອດພູ 15.000 ຕາແມັດ, ມີ 3 ດ້ານອ້ອມຮອບໄປດ້ວຍພູຜາປ່າດົງ, ດ້ານໜຶ່ງ ແມ່ນຕິດກັບທະເລຕາເວັນອອກ. ພາບ:zingnews.vn

ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ

ສະຖາປັດຕະຍະກຳຂອງເຮືອນຫຼັງນີ້ມີຄວາມແຕກຕ່າງ ແລະ ເປັນເອກະລັກ ສະເພາະພິເສດຫຼາຍດ້ວຍຮູບຊົງກົກຕົ້ນແປກທີ່ເປັນຮູໃຫຍ່ຊອດໄປອີກດ້ານໜຶ່ງ. ພາບ:zingnews.vn

ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ

ຢູ່ເທິງຫລັງຄາ, ມີຄອບຄົວໂຕກວາງປຸ້ມລຸມກັນຢ່າງມີຄວາມສຸກ, ອ້ອມຂ້າງແມ່ນເຕັມໄປດ້ວຍປ່າໄມ້ສີຂຽວອັນກວ້າງໃຫຍ່ໄພສານ. ເມື່ອມາທີ່ນີ້, ນອກຈາກການ check-in ແລ້ວ, ນັກທ່ອງທ່ຽວກໍ່ສາມາດຊົມທັດສະນີຍະພາບທີ່ ກວ້າງຂວາງໃນບໍລິເວນນີ້. ພາບ:zingnews.vn

ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ

ຢູ່ທາງຫນ້າແມ່ນໜອງນໍ້າ ແລະ ທັດສະນີຍະພາບຂະຫນາດນ້ອຍ. ພາບ:zingnews.vn

ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ

ໃນຮູຂອງເຮືອນຕົ້ນແປກ ມີເຮືອນຮ້ານຂະໜາດນ້ອຍກັບຕົ້ນໄມ້ປົກຄຸມຢູ່ເທິງຫຼັງຄາເຮືອນ. ເຮືອນຮ້ານນ້ອຍນີ້ໄດ້ນໍາໃຊ້ຄືດັ່ງຫ້ອງດື່ມຊາ. ສິ່ງດັ່ງກ່າວນໍາມາເຊິ່ງຄວາມເປັນ ເອກະລັກສະເພາະພິເສດຂອງ "ເຮືອນໃນເຮືອນ". ພາບ:zingnews.vn

ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ

ອ້ອມຝາຂອງຮູເຮືອນແມ່ນຜົນງານແກະສະຫຼັກດ້ວຍສານປົກປັກຮັກສາສິ່ງແວດລ້ອມປ່າໄມ້. ພາບ:zingnews.vn

ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ

ຢູ່​ເທິງ​ຜົນງານແກະສະຫຼັກ​ນັ້ນ, ມີ​ໂມງ​ຮູບຈານແຂ້ວເຟືອງ​ພ້ອມ​ກັບ​ແຜນ​ທີ່​ໂລກ. ພາບ:zingnews.vn

ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ

ດ້ານຫລັງຂອງເຮືອນ 102 ຖືກຈັດເປັນສວນດ້ວຍຈຸດເດັ່ນແມ່ນໂຕ ມ້າໄມ້ທີ່ຕັ້ງຢູ່ກາງໜອງນໍ້າພ້ອມກັບແພໄມ້. ພາບ:zingnews.vn

ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ

ພາຍໃນຊັ້ນໜຶ່ງ ແລະຊັ້ນສອງແມ່ນຫ້ອງວາງສະແດງຮູບແຕ້ມເທິງແຜ່ນໄມ້. ພາບ:zingnews.vn

ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ
ນອກຈາກຮູບ​​ແຕ້ມ​​ແລ້ວ, ໃນເຮືອນຍັງມີບັນດາຜົນງານກ່ຽວກັບ​ສັດ​ປ່າ​ນາໆພັນ. ພາບ:zingnews.vn
ແບບເຮືອນທີ່ບໍ່ຄືໃຜ ຢູ່ເກາະກ໊າດບ່າ
ຕາມເຈົ້າຂອງເຮືອນ​ແລ້ວ, ຜ່ານ​ພາສາ​ສະຖາປັດຕະຍະ​ກຳ ​ແລະ ການຄວັດແກະສະຫຼັກ​ທີ່​ສວຍ​ງາມ, ​ເຂົາ​ເຈົ້າໄດ້ສົ່ງສານ​ເຖິງ​ທຸກ​ຄົນ​ວ່າ ​ຈົ່ງພ້ອມກັນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ປ່າ​ໄມ້​, ​ພັດທະນາ​ຊີວິດສີຂຽວ. ປະຈຸ​ບັນ, ສະຖານ​ທີ່​ນີ້​ພວມປະຕິບັດ​​ບັນດາ​ລາຍການ​ຂະໜາດ​ນ້ອຍ​ທີ່​ຍັງ​ເຫຼືອໃຫ້ສຳ​ເລັດ ​ແລະຍັງ​ບໍ່​ທັນ​ໄດ້ເປີດ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວເທື່ອ. ພາບ:zingnews.vn

ໄຊພອນ

ເຫດການ
302 Found

Found

The document has moved here.